ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີມອບ-ຮັບຍົນເຝິກແອບ-ສູ້ຮົບ ຍັກ 130


ພົນເອກ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມພິທີມອບ-ຮັບຍົນເຝິກແອບ-ສູ້ຮົບ ຍັກ 130

     ຕອນບ່າຍຂອງວັນທີ 21ມັງກອນ 2019 ນີ້, ບໍລິສັດ ລັດວິສາຫະກິດໂຣດໂຊໂບໂຣນແອັກສະປອດ ( Rosoboron Export ) ແຫ່ງ ສ.ຣັດເຊຍ ໄດ້ມອບຍົນເຝິກ
ແອບ-ສູ້ຮົບຍັກ 130 ໃຫ້ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ຈຳນວນ 4 ລຳ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະ
ມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ມີທ່ານ ມິຄາອິນວາລາດີເມຍໂຣວິກບາຣານ ນ໊ອບ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສ.ຣັດເຊຍ ປະຈຳ ສປປ
ລາວ, ມີຄະນະນຳ 4 ກົມໃຫຍ່, ບັນດາທ່ານແຂກ ແລະ ພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມ.

     ໃນພິທີ ທ່ານ ອາເລັກຊັງເດິ ເມລິກດາວີດົບ (ALEXANDERMELIK-DAVYDOV) ຕາງໜ້າບໍລິສັດ ລັດວິສາຫະກິດໂຣດໂຊໂບໂຣນແອັກສະປອດ ໄດ້ຂຶ້ນກ່າວ
ມອບ ເຊິ່ງກ່າວຮັບໂດຍ ທ່ານ ພົນຕີ ປະສິດ ທ່ຽງທຳ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ເຊິ່ງທ່ານ ພົນຕີ ປະສິດ ທ່ຽງທຳ ກ່າວວ່າ: ການໄດ້ຮັບຍົນ
ຫັດແອບສູ້ຮົບດັ່ງກ່າວນີ້ເປັນການປະກອບສ່ວນອັນສຳຄັນໃນການຍົກສູງລະດັບຄວາມສາມາດໃນການເຝິກແອບເຮືອບິນສູ້ຮົບຂອງກອງທັບປະຊາຊົນລາວໃຫ້ສູງຂຶ້ນ, ເປັນ
ການສ້າງຄວາມເຂັ້ມແຂງ ແລະ ເພີ່ມທະວີປະສິດທິພາບໃຫ້ແກ່ວຽກງານປັບປຸງກໍ່ສ້າງກອງທັບໃນການປົກປັກຮັກສາເຂດນ່ານຟ້າຂອງ ສປປ ລາວ ໄວ້ຢ່າງໝັ້ນຄົງ. ພ້ອມ
ທັງກ່າວວ່າຈະເອົາໃຈໃສ່ຊີ້ນໍາການອົບຮົມຫັດແອບຢ່າງມີປະສິດທິຜົນສູງ. ພ້ອມນັ້ນກໍຈະເອົາໃຈໃສ່ບຳລຸງ ແລະ ກໍ່ສ້າງນັກບິນ, ນັກວິຊາການເພື່ອຮັບຮອງການນຳໃຊ້ຍົນ
ດັ່ງກ່າວຢ່າງມີປະສິດທິຜົນ. ພ້ອມທັງກ່າວມອບຍົນຈໍານວນດັ່ງກ່າວໃຫ້ແກ່ກົມທະຫານອາກາດ ເພື່ອສືບຕໍ່ຊີ້ນຳກົມກອງທີ່ຂຶ້ນກັບຄຸ້ມຄອງນຳໃຊ້ ແລະ ປົກປັກຮັກສາຕາມ
ຫຼັກການດ້ານເຕັກນິກຕໍ່ໄປ.

     ໃນໂອກາດດຽວກັນນີ້ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ກໍໄດ້ມອບຫຼຽນກາມິດຕະພາບ ແລະ ຫຼຽນກາ 70 ປີ ໃຫ້ແກ່ນັກວິຊາການຝ່າຍຣັດເຊຍຈຳນວນ 5
ທ່ານ ເຊິ່ງໃຫ້ກຽດຂຶ້ນປະດັບຫຼຽນໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ.