ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດຈັດງານໂຮມຊຸມນຸມ

ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 69 ປີ

     ກະຊວງປ້ອງກັນປະເທດໄດ້ຈັດງານໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 69 ປີ, ໃນວັນທີ 19 ມັງກອນ 2018
ນີ້, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ
ແຫ່ງ ສປປ ລາວ, ມີ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນຳ
ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນໍາ ແລະ ພະນັກງານຫຼັກແຫຼ່ງຈາກບັນດາກົມໃຫຍ່, ກົມນ້ອຍ, ຫ້ອງວ່າການກະຊວງ, ວິທະຍາຄານ, ໂຮງຮຽນ,
ໂຮງໝໍ ແລະ ກອງອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.


ທ່ານ ບຸນຍັງ ວໍລະຈິດ ເປັນປະທານກອງປະຊຸມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 69 ປີ

     ໃນພິທີດັ່ງກ່າວນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຍົກໃຫ້
ເຫັນປະຫວັດຄວາມເປັນມາ, ມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວລວມທັງຜົນງານ ແລະ ໄຊຊະນະທີ່ກອງທັບປະຊາຊົນລາວເຮົາຍາດມາໄດ້
ຕະຫຼອດໄລຍະ 69 ປີ ຜ່ານມາ, ເຊິ່ງກອງທັບປະຊາຊົນລາວໄດ້ຮັບການສ້າງຕັ້ງຂຶ້ນວັນທີ 20 ມັງກອນ 1949 ຢູ່ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງ
ຫົວພັນ ໂດຍແມ່ນປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳບັນຊາໂດຍກົງນັບ
ແຕ່ກອງທັບໄດ້ຮັບການສ້າງຕັ້ງຂຶ້ນກໍໄດ້ແບກຫາບພາລະກຳອັນໜັກໜ່ວງດຳເນີນການຕໍ່ສູ້ຕ້ານກັບຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ທີ່ມີອາ
ວຸດ, ພາຫະນະສົງຄາມ ແລະ ກຳລັງພົນທີ່ເໜືອກວ່າຢ່າງຂາດຂັ້ນ, ແຕ່ດ້ວຍນໍ້າໃຈຮັກຊາດນ້ຳໃຈເດັດດ່ຽວໜຽວແໜ້ນກອງທັບເຮົາຍິ່ງຕໍ່ສູ້ຍີ່ງເຕີບໃຫຍ່
ເຂັ້ມແຂງຍາດໄດ້ໄຊຊະນະເປັນກ້າວໆມາ ກ້າວຂຶ້ນສູ່ໄຊຊະນະອັນສົມບູນນຳເອົາຄວາມເປັນເອກະລາດແຫ່ງຊາດ ແລະ ຄວາມມີອິດສະຫຼະພາບອັນແທ້ຈິງ
ມາສູ່ປະຊາຊົນລາວບັນດາເຜົ່າ ສະຖາປະນາ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ 1975 ຢ່າງໜ້າເອກອ້າງທະນົງໃຈ. ຈາກນັ້ນມາກອງທັບເຮົາກໍໄດ້ເຮັດໜ້າ
ທີ່ເປັນກຳລັງຫຼັກແຫຼ່ງໃນພາລະກິດປົກປັກຮັກສາປະເທດຊາດໃຫ້ມີຄວາມສະຫງົບ, ໝັ້ນຄົງ, ສາມາດຮັກສາໄດ້ເອກະລາດ, ອຳນາດອະທິປະໄຕຜືນແຜ່ນ
ດິນອັນຄົບຖ້ວນຂອງຊາດໄວ້ໝັ້ນຄົງ, ສ້າງເງື່ອນໄຂໃຫ້ປະເທດຊາດໄດ້ມີການສ້າງສາພັດທະນາຮອບດ້ານ, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ
ໄດ້ຮັບການປົວແປງນັບມື້ດີຂຶ້ນເປັນກ້າວໆ.

     ໂອກາດດັ່ງກ່າວ ທ່ານ ບຸນຍັງ ວໍລະຈິດ ກໍໄດ້ຕາງໜ້າໃຫ້ການນຳພັກ-ລັດ ສະແດງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນມາຍັງພະນັກງານ-ນັກຮົບທົ່ວ
ກອງທັບ ຕີລາຄາສູງຕໍ່ຜົນງານໄຊຊະນະທີ່ພະນັກງານ-ນັກຮົບ ທົ່ວກຳລັງປະກອບອາວຸດເຮົາຍາດມາໄດ້ຕະຫຼອດໄລຍະຜ່ານມາ, ພ້ອມທັງໃຫ້ທິດຊີ້ນຳຫຼາຍ
ບັນຫາສຳຄັນ ມີບາງຕອນທ່ານກ່າວວ່າ: ກຳລັງປະກອບອາວຸດເຮົາແມ່ນກຳລັງຂອງພັກ, ແມ່ນພັກປະຊາຊົນປະຕິວັດລາວເປັນຜູ້ສ້າງຂຶ້ນ ແລະ ເຕີບໃຫຍ່
ເຂັ້ມແຂງຂຶ້ນຈາກການອົບຮົມບົ່ມສອນຂອງພັກມາໂດຍຕະຫຼອດ. ດັ່ງນັ້ນ, ບໍ່ວ່າຈະຢູ່ໃນໄລຍະໃດກໍຕ້ອງຮັບປະກັນຄວາມຊື່ສັດບໍລິສຸດ ແລະ ຄວາມຈົງ
ຮັກພັກດີອັນສຸດຊຶ້ງຕໍ່ພາລະກິດຂອງພັກ ແລະ ປະເທດຊາດ, ທົ່ວກອງທັບຕ້ອງຢູ່ພາຍໃຕ້ການນຳພາອັນເດັດຂາດໂດຍກົງ ແລະ ຮອບດ້ານຂອງພັກ, ຫົວ
ໜ່ວຍກົມກອງຕ່າງໆຕ້ອງຢູ່ພາຍໃຕ້ການນຳພາຂອງຄະນະຂັ້ນຂອງຕົນ ຕ້ອງຮັບປະກັນໃຫ້ຄະນະພັກນຳພາທຸກວຽກງານເປັນຜູ້ຕົກລົງຕັດສິນທຸກບັນຫາສຳ
ຄັນຂອງກົມກອງໄປພ້ອມກັນ, ຕ້ອງປັບປຸງແບບແຜນວິທີເຮັດວຽກໃຫ້ມີລັກສະນະປະຕິວັດບຸກ, ມີວິທະຍາສາດ, ແທດເໝາະກັບຕົວຈິງ ແລະ ໂປ່ງໃສ,
ມີການແບ່ງງານ, ມອບໝາຍຄວາມຮັບຜິດຊອບຢ່າງຈະແຈ້ງສົມທົບຢ່າງກົມກຽວລະຫວ່າງບົດບາດຄວາມສາມາດການນຳພາຂອງໝູ່ຄະນະກັບບົດບາດ
ຄວາມສາມາດນຳພາຂອງບຸກຄົນໃນຄະນະແບບແຜນນຳພາຕ້ອງປະດິດສ້າງກ້າຄິດກ້າເຮັດ ແລະ ກ້າຮັບຜິດຊອບຕໍ່ຜົນໄດ້ຜົນເສຍ, ໃນການຈັດຕັ້ງປະຕິ
ບັດໜ້າທີ່ການເມືອງທີ່ນອນຢູ່ຂອບເຂດຄວາມຮັບຜິດຊອບໂດຍຖືເອົາຜົນປະໂຫຍດຂອງຊາດຂອງປະຊາຊົນເປັນຫຼັກ ພ້ອມກັນນີ້ ກໍຕ້ອງສຸມໃສ່ຕິດຕາມ
ແລະ ຕອບຕ້ານກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ, ປັບປຸງພາຍໃນພັກໃຫ້ໜັກແໜ້ນ, ເຂັ້ມແຂງ, ເດັດຂາດບໍ່ໃຫ້ກຸ່ມຄົນບໍ່ຫວັງດີ
ແຊກຊ້ອນເຂົ້າພາຍໃນ, ໃນນີ້ວຽກງານປ້ອງກັນພັກ, ປ້ອງກັນພະນັກງານຍັງແມ່ນວຽກງານສຳຄັນຕົ້ນຕໍປິ່ນອ້ອມໜ້າທີ່ການເມືອງຂອງກອງທັບ, ທ່ານ ບຸນ
ຍັງ ວໍລະຈິດ ຍັງໄດ້ຮຽກຮ້ອງໃຫ້ພະນັກງານ-ນັກຮົບສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ ຕັ້ງໜ້າປັບປຸງກຳລັງຢ່າງຮອບ
ດ້ານໃຫ້ປອດໃສໜັກແໜ້ນເຂັ້ມແຂງ ເອົາໃຈໃສ່ປັບປຸງລະບອບການຄຸ້ມຄອງ-ບັນຊາກຳລັງປະເພດ ຕ່າງໆໂດຍຖືເອົາຄຸນນະພາບເປັນກົກ ໃນນັ້ນຖືເອົາ
ຄຸນນະພາບທາງດ້ານການເມືອງ-ແນວຄິດເປັນກົກເອົາຄວາມສາມາດທາງດ້ານວິຊາສະເພາະ, ຫົວຄິດປະດິດສ້າງ ແລະ ການຈັດຕັ້ງບັນຊາເປັນສິ່ງສຳຄັນ
ຕ້ອງສ້າງໃຫ້ມີແຜນ ການປະຕິບັດລະບອບຫັດແອບປັບປຸງລະບອບອົບຮົມສິດສອນ, ຄົ້ນຄວ້າຫຼັກສູດບຳລຸງກໍ່ສ້າງໃນເງື່ອນໄຂໃໝ່, ເພື່ອຍົກຄວາມສາ
ມາດທາງດ້ານສີລະປະຍຸດ-ຍຸດທະວິທີ, ວິຊາສະເພາະໃຫ້ສູງຂຶ້ນທັງປັບປຸງສະຕິຕໍ່ການຈັດຕັ້ງລະບຽບວິໄນໃຫ້ເຂັ້ມງວດ ພ້ອມກັນນັ້ນ, ກອງທັບເຮົາຕ້ອງ
ສຸມໃສ່ພະລາທິການກັບທີ່, ເພື່ອກ້າວໄປເຖິງການກຸ້ມຕົນເອງຢ່າງຮອບດ້ານໂດຍຖືເອົາວຽກງານການຄຸ້ມຄອງ, ລ້ຽງດູທັບເປັນວຽກງານຕົ້ນຕໍເພື່ອແກ້ໄຂ
ຄວາມຫຍຸ້ງຍາກຝືດເຄືອງ, ດ້ານຊີວິດການເປັນຢູ່ ເປັນຕົ້ນແມ່ນສຸມໃສ່ວຽກງານການກະສິກຳທີ່ເປັນທ່າແຮງ (ປູກຝັງ-ລ້ຽງສັດ) ໃຫ້ເປັນຂະບວນການ
ກວ້າງຂວາງຕິດພັນກັບການຂະຫຍາຍທາງດ້ານການບໍລິຫານບາງດ້ານທີ່ເປັນທ່າແຮງ ຄຽງຄູ່ກັນນີ້ຕ້ອງສຶບຕໍ່ເພີ່ມທະວີການພົວພັນສາມັກຄີສາກົນຕາມ
ແນວທາງການຕ່າງປະເທດຂອງພັກ ໂດຍເສີມຂະຫຍາຍການພົວພັນຮ່ວມມືກັບເພື່ອນມິດຍຸດທະສາດ (ສສ ຫວຽດນາມ ແລະ ສປ ຈີນ ) ໃນນີ້ໃຫ້ເອົາ
ໃຈໃສ່ຮັກສາ ແລະ ເພີ່ມພູນຄູນສ້າງມູນເຊື້ອຮ່ວມສຳພັນສູ້ຮົບກັບກອງທັບປະຊາຊົນຫວຽດນາມໃນເງື່ອນໄຂໃໝ່ ໂດຍສະເພາະການແລກປ່ຽນສະພາບ,
ເຝິກອົບຮົມສ້ອມແປງພາຫະນະເຕັກນິກ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ອື່ນໆ.