ກອງທັບປະຊາຊົນລາວ ເຂົ້າຮ່ວມກອງປະຊຸມສໍາມະນາ
ເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ
ໃນລະຫວ່າງວັນທີ 16-17 ທັນວາ ນີ້, ຄະນະຜູ້ແທນກອງທັບ ປະຊາຊົນລາວ ນໍາໂດຍ ທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດ, ຫົວໜ້າ ກົມວິທະຍາ
ສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ
ແບບທາງໄກ ໃນຫົວຂໍ້: “ ຄວາມເປັນແກນກາງ ຂອງອາຊຽນໃນຍຸກສະໄໝຂອງການແຂ່ງຂັນກັນຂອງບັນດາປະເທດມະຫາອຳນາດ” ໂດຍພາຍໃຕ້ການ
ເປັນປະທານຂອງທ່ານ ພົນຈັດຕະວາ ອາຈິເມິ ເດສເວຍຈິ ຜູ້ອຳນວຍການວິທະຍາໄລປ້ອງກັນຊາດຟີລິບປິນ, ມີບັນດາຫົວໜ້າສະຖາບັນປ້ອງກັນຊາດ ແລະ
ວິຊາການດ້ານຄວາມໝັ້ນຄົງ 13 ສະຖາບັນຈາກບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມສໍາມະນາ ນາດີ ຄັ້ງນີ້ ໄດ້ເນັ້ນໜັກເຖິງບົດບາດຂອງສົນທິສັນຍາແຫ່ງໄມຕີຈິດ, ການຮ່ວມມື ແລະ ກົດໝາຍສາກົນ, ບັນດາ
ຜູ້ ແທນກອງປະຊຸມຂອງແຕ່ລະປະເທດ ໄດ້ແລກປ່ຽນ ແລະ ໄດ້ປຶກສາຫາລືບັນຫາຕ່າງໆ ເຊັ່ນ: 1. ຄວາມຈໍາເປັນໃນການສົ່ງເສີມ ສິດທິມະນຸດໃນອາຊີຕາ
ເວັນອອກສຽງໃຕ້, ບໍ່ຄວນຈໍາແນກເຊື້ອຊາດ, ພາສາ, ສາສະໜາ ເພື່ອເສີມຂະຫຍາຍການເຄົາລົບ ຄວາມຫຼາກຫຼາຍຂອງປະຊາຄົມ ອາຊຽນ, 2. ຫຼັກການ
ບໍ່ແຊກແຊງ ເຂົ້າໃນກົດບັດອາຊຽນ ບໍ່ແຊກແຊງກິດຈະການພາຍໃນ ເຊິ່ງ ກັນ ແລະ ກັນ, 3. ອາຊຽນຄວນຕອບສະໜອງແນວໃດຕໍ່ກັບການ ເພີ່ມຂຶ້ນຂອງ
ໂອຄັດ( AUKUS) ດ້ວຍຜົນປະໂຫຍດແຫ່ງຊາດ ທີ່ແຕກຕ່າງກັນຂອງບັນດາປະເທດ ສະມາຊິກອາຊຽນ.
ໃນກອງປະຊຸມຕາງໜ້າຄະນະ ຜູ້ແທນແຕ່ລະປະເທດໄດ້ມີການແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນ ກ່ຽວກັບການຍຶດ ໝັ້ນໃນສົນທິສັນ
ຍາແຫ່ງໄມຕີຈິດ, ການສົ່ງເສີມການຮ່ວມມືສາກົນ ແນວໃດກັບປະເທດຂອງຕົນ ເພື່ອເປັນການປະກອບສ່ວນເຂົ້າ ໃນການສ້າງສັນຕິພາບ ແລະ ຄວາມໝັ້ນ
ຄົງໃນພາກພື້ນ. ເຊິ່ງກອງທັບເຮົາ ໄດ້ນຳສະເໜີ ໃນຫົວ ຂໍ້ “ ຜົນປະໂຫຍດທາງດ້ານ ເສດຖະກິດແຫ່ງຊາດ ແລະ ການ ຮ່ວມມືອາຊຽນ” ສະເພາະຜົນ ປະ
ໂຫຍດແຫ່ງຊາດ ທີ່ ສປປ ລາວ ແລະ ອາຊຽນໄດ້ຮັບຕົວຈິງກໍຄື: ທາງລົດໄຟຄວາມໄວສູງລາວ-ຈີນ ທີ່ຫາກໍໄດ້ເປີດນຳໃຊ້ໃນວັນ ທີ 3 ທັນວາ 2021 ເຊິ່ງ
ເປັນ ການສະໜັບສະໜູນຍຸດທະສາດການຫັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລເປັນປະເທດ ເຊື່ອມຈອດກັບພາກພື້ນ.
ນອກນີ້, ການຮ່ວມມືດ້ານສະຖາບັນ ການເງິນ ໃນພາກພື້ນ ແລະ ສາກົນ ກໍເປັນປັດໄຈໜຶ່ງທີ່ສຳຄັນໃນການຂັບເຄື່ອນບັນດາແຜນງານ, ແຜນການ,
ໂຄງການ, ກິດຈະກຳ ແລະ ຂໍ້ລິເລິ່ມຕ່າງໆ ຂອງອາຊຽນ ແລະ ການຮ່ວມມືກັບປະເທດຄູ່ຮ່ວມເຈລະຈາ ໃຫ້ໄດ້ຮັບໝາກຜົນອາຊຽນ ຄວນໃຫ້ຄວາມສຳຄັນ
ໃນການປຶກສາຫາລື ແລະ ການຮ່ວມ ມືກັບທຸກສະຖາບັນການເງິນທີ່ໃຫ້ຄວາມສົນໃຈຈະຮ່ວມມືກັບ ອາຊຽນ. ກົນໄກດັ່ງກ່າວຖືເປັນໝາກຫົວໃຈຂອງການ
ດຳເນີນ ແລະ ຈັດຕັ້ງປະຕິບັດທຸກຂອບ ການຮ່ວມມືຂອງອາຊຽນ.
ກອງປະຊຸມຍັງໄດ້ເນັ້ນໜັກ ເຖິງເຫດການຄວາມໝັ້ນຄົງ ແລະ ສິ່ງທ້າທາຍໃນອາດີດ ທີ່ກ່ຽວຂ້ອງກັບການພັດທະນາການ ຮ່ວມມືຂອງກອງທັບ ໃນ
ພາກພື້ນ ທີ່ໄດ້ມີສ່ວນຮ່ວມໃນການເສີມສ້າງການຮ່ວມມື ແລະ ຄວາມເຊື່ອ ໝັ້ນລະຫວ່າງກອງທັບອາຊຽນ. ກອງປະຊຸມໄດ້ກໍານົດທິດທາງແຜນການ ແລະ
ກິດຈະກຳ ຂອງເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງ ອາຊຽນ (NADI) ປີ 2021-2022. ສະເພາະໃນຕົ້ນປີ 2022 ນີ້, ຣາຊະອານາຈັກ
ກຳປູເຈຍ ຈະເປັນເຈົ້າພາບຈັດກອງປະຊຸມ ປະຈຳປີ ຄັ້ງທີ 15 ໃນລະຫວ່າງ ວັນທີ 21-22 ມີນາ 2022. ກອງປະຊຸມຍັງໄດ້ສະເໜີໄປ ຍັງກອງປະຊຸມລັດ
ຖະມົນຕີປ້ອງກັນປະທດອາຊຽນ ADMM ກ່ຽວກັບບັນຫາຕ່າງໆເຊັ່ນ: ການຮັດແໜ້ນການພົວພັນ ແລະ ການຮ່ວມມືລະຫ່ວາງປະເທດສະມາຊິກອາຊຽນ,
ການຮັດແຄບຊ່ອງຫວ່າງການພັດທະນາ ແລະ ການແກ້ໄຂຂໍ້ຂັດແຍ້ງ. ເພີ່ມທະວີຄຳໝັ້ນສັນຍາຂອງບັນດາປະເທດ ສະມາຊິກອາຊຽນ ແລະ ປະເທດ ບວກ
ຕໍ່ບັນດາມາດຕະຖານ ແລະ ຫຼັກການຂອງອາຊຽນ ໃນທ່າມກາງຍຸກສະໄໝແຫ່ງການແຂ່ງຂັນກັນຂອງບັນດາປະເທດມະຫາອຳນາດ ແລະ ຊຸກຍູ້ການພົວພັນ
ຮ່ວມມືກັບບັນດາປະເທດ ບວກ ເພື່ອຊຸກຍູ້ການຮ່ວມມືໃນຄວາມພະຍາຍາມຟື້ນຟູຫຼັງຈາກພະຍາດ ໂຄວິດ-19 ລະບາດ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/12/2021