ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການເລື່ອນຊັ້ນໃຫ້ນາຍທະຫານຢູ່ບັນດາກົມກອງພາກເໜືອເຂດ 2


     ກອງບັນຊາການທະຫານ ແຂວງໄຊຍະບູລີ ໄດ້ເປັນເຈົ້າພາບ ຈັດພິທີປະກາດການເລື່ອນຊັ້ນໃຫ້ ນາຍທະຫານຈາກຊັ້ນພັນຕີ ຂຶ້ນ ຊັ້ນພັນໂທ ຢູ່ບັນດາ
ກົມກອງເຂດ 2 ພາກເໜືອຈຳນວນ 41 ສະຫາຍ ໃນວັນທີ 10 ທັນວາ ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງຫົວ
ໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ກູດ ພົມມາ ຫົວໜ້າການທະຫານກອງບັນຊາການທະຫານແຂວງໄຊຍະບູລີ, ຄະນະພັກ-ຄະນະ
ບັນຊາກອງບັນຊາການ, ອົງການ 5 ຫ້ອງ, ຕາງໜ້າຄະນະພັກ-ຄະນະບັນຊາກອງພົນທີ 2 ພ້ອມດ້ວຍນາຍທະຫານ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.

     ສະຫາຍ ພັນໂທ ວົງເພັດ ວົງສະຫວັນ ຮອງຫົວໜ້າກົມພະນັກງານກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍ
ການ ເລື່ອນຊັ້ນພັນຕີຂຶ້ນຊັ້ນພັນໂທ ໃຫ້ນາຍທະຫານຢູ່ບັນດາກົມກອງເຂດ 2 ພາກເໜືອ. ອີງຕາມກົດໝາຍນາຍທະຫານກອງທັບ ປະຊາຊົນລາວ (ສະບັບ
ປັບປຸງ) ໃນພາກທີ II ໝວດທີ 3 ມາດຕາ 22 ແລະ 23 ວ່າດ້ວຍການເລື່ອນຊັ້ນນາຍທະຫານ, ກະຊວງປ້ອງກັນປະເທດ ຕົກລົງເລື່ອນຊັ້ນພັນຕີ ຂຶ້ນຊັ້ນ
ພັນໂທ ໃຫ້ນາຍທະຫານ ຢູ່ບັນດາກົມກອງເຂດ 2 ພາກເໜືອ ຈໍານວນ 41 ສະຫາຍ, ໃນນັ້ນຢູ່ກອງບັນຊາການທະຫານແຂວງໄຊຍະບູລີ ມີ 20 ສະຫາຍ,
ກອງບັນຊາການທະຫານແຂວງຫຼວງພະບາງ ມີ 5 ສະຫາຍ, ກອງພົນທີ 2 ມີ 11 ສະຫາຍ, ໂຮງຮຽນກໍ່ສ້າງນາຍສິບເລກ1 ກອງທັບ ມີ 5 ສະຫາຍ.

     ໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ກໍໄດ້ມີຄຳເຫັນ ໂອ້ລົມເຊິ່ງສະຫາຍໄດ້ກ່າວວ່າ: ການເລື່ອນຊັ້ນເປັນການປະຕິບັດ ຕາມກົດໝາຍນາຍ
ທະຫານກອງທັບປະຊາຊົນລາວ, ເພື່ອຕອບສະໜອງຕາມຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ການເມືອງ ໃນກອງທັບ ຕາມທິດປັບປຸງກອງທັບ ໃຫ້ນັບມື້
ເຕີບໃຫຍ່ຂະຫຍາຍຕົວ ໄປຄຽງຄູ່ກັບການປົກປັກຮັກສາ ປະເທດຊາດ ແລະ ການກຽມພ້ອມສູ້ຮົບ ໃນແຕ່ລະໄລຍະ, ທັງເປັນການມອບໝາຍໜ້າທີ່ ແລະ
ຄວາມຮັບຜິດຊອບ ໃຫ້ນາຍທະຫານ ສູງຂຶ້ນຕື່ມອີກບາດກ້າວໜຶ່ງ ສະນັ້ນຈຶ່ງຮຽກຮ້ອງໃຫ້ນາຍທະຫານ ທີ່ໄດ້ຮັບການເລື່ອນຊັ້ນ ໃໝ່ຈົ່ງພ້ອມກັນຄົ້ນຄວ້າ
ເຊື່ອມຊຶມ ກຳແໜ້ນແນວທາງແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ບັນດາມະຕິຄຳສັ່ງຕ່າງໆຂອງພັກ-ລັດ ແລະ ໜ້າທີ່ ການເມືອງຂອງກົມ
ກອງຢ່າງເລິກເຊິ່ງ, ເອົາໃຈໃສ່ວຽກງານ ສຶກສາອົບຮົມການເມືອງ-ນຳພາແນວຄິດຕິດພັນກັບຂະບວນການວຽກງານຕົວຈິງ, ສືບຕໍ່ຍົກສູງ ຄວາມຮັບຜິດ
ຊອບຕໍ່ໜ້າທີ່ ການເມືອງທີ່ໄດ້ຮັບການມອບ ໝາຍ, ເພີ່ມທະວີຄວາມສາມັກຄີຢູ່ພາຍໃນໃຫ້ເປັນປຶກແຜນແໜ້ນໜາ, ຕິດພັນກັບການປັບປຸງແບບ ແຜນນຳ
ພາ, ວິທີເຮັດວຽກ ໃຫ້ສອດຄ່ອງມີວິທະຍາສາດ, ຕັ້ງໜ້າ ປະກອບສ່ວນເຂົ້າໃນການປັບປຸງ ກໍ່ສ້າງກົມກອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/12/2021