ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປັນເຈົ້າການປ້ອງກັນຕ້ານ ແລະ ສະກັດກັ້ນການລະບາດພະຍາດຂອງໂຄວິດ-19

     ຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດຂອງ ໂຄວິດ-19 ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ກຳລັງ
ປກຊ-ປກສ ລົງຕັ້ງດ່ານກວດກາຄັດກອງຄົນເຂົ້າ-ອອກ ຢູ່ທີ່ຈຸດກວດຂັດກ່ອງຕ່າງໆຕາມເສັ້ນທາງ 450 ປີ ນັບແຕ່ໄຟຟ້າເຂດບ້ານໂຊກນ້ອຍ ຫາ 3 ແຍກ
ທ່າເດືອ ເມືອງຫາດຊາຍຟອງເຊິ່ງເປັນຊາຍແດນເຊື່ອມຕໍ່ລະຫວ່າງ ເມືອງໄຊເສດຖາ ຕໍ່ ເມືອງຫາດຊາຍຟອງ ຢ່າງເຂັ້ມງວດ, ທັງນີ້ ກໍເພື່ອເປັນການເພີ່ມທະ
ວີມາດຕະການປ້ອງກັນການລະບາດ ຂອງພະຍາດຕາມຄໍາສັງ ເລກທີ016/ຈນວ ໃຫ້ມີຄວາມຫັດກຸມເຂັ້ມງວດ.

     ການລົງຕັ້ງດ່ານກວດກາຄັດກອງຄົນເຂົ້າ-ອອກເມືອງ ໃນຄັ້ງນີ້, ຄະນະສະເພາະກິດຂັ້ນເມືອງກໍໄດ້ຜ່ານແຈ້ງການຂອງຄະນະສະເພາະກິດ ຂອງນະຄອນ
ຫຼວງວຽງຈັນເລກທີ016/ຈນວ ກໍ່ຄືຂັ້ນສູນກາງ ສະບັບເລກທີ 15/ນຍ, ກ່ຽວກັບການຈັດຕັ້ງປະຕິບັດມາດຕະການຕໍ່ຜູ້ລະເມີດ ຄໍາສັ່ງຂອງເຈົ້າຄອງນະ
ຄອນຫລວງວຽງຈັນພ້ອມທັງບັນດາມາດຕະການຕ່າງໆທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ. ພ້ອມນັ້ນ ກໍໄດ້ເນັ້ນໜັກໃຫ້ເຈົ້າໜ້າທີ່ປະຈຳຢູ່ຈຸດ
ຕ່າງໆໃຈນະຄອນຫຼວງວຽງຈັນເອົາໃຈໃສ່ເພີ່ມທະວີຫ້າມບຸກຄົນຢູ່ບັນດາເມືອງ, ບ້ານ, ເຮືອນຖ້າບໍກໍລະນີຈໍາເປັນ ,ຍົກເວັ້ນທະຫານ, ຕໍາຫຼວດ, ແພດ, ໝໍ,
ພະນັກງານອົງການທີພັດປ່ຽນມາປະຈໍາການຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນເມືອງ ,ນະຄອນຫລວງ,ແລະກົມກອງ,ຂະແໜງການທີ່ກົມກອງ
ຂອງຕົນສັງກັດ ຫລື ການຈັດຕັ້ງທີ່ກ່ຽວຂ້ອງ.

     ສະຫາຍພັນໂທ ພັນໂທ ພົນ ພອນປະເສີດ ຄະນະ ປກສ ກຸ່ມບ້ານດຸງ ເມືອງໄຊເສດຖາໃຫ້ຮູ້ວ່າ:ໂດຍປະຕິບັດຕາມແຈ້ງການຂອງເຈົ້າຄອງນະຄອນຫຼວງ
ວຽງຈັນໃນການຕ້ານການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວຄະນະ ປກສ ກຸ່ມພວກເຮົາໄດ້ເປັນເຈົ້າໜ້າທີປ້ອງກັນການເຂົ້າອອກເຂດກຸ່ມບ້ານດຸງ ໃນ
ການສັນຈອນຊົມໃຊ້ເສັ້ນທາງດັ່ງນັ້ນຮຽກຮ້ອງມາຍັງພະນັກງານ, ທະຫານ, ຕໍາຫລວດ ແລະ ການຈັດຕັ້ງທຸກພາກສ່ວນ ທີ່ພວມປະຕິບັດໜ້າທີ່ ຢູ່ເມືອງໄຊ
ເສດຖາ ກໍ່ຄືເມືອງຕ່າງໆ ໃນນະຄອນຫຼວງວຽງຈັນຈົ່ງຮ່ວມແຮງຮ່ວມໃຈປະຕິບັດມາດຕະການ ທີ່ຄະນະສະເພາະກິດວາງອອກ ແລະ ຕໍ່ຜູ້ລະເມີດ ແມ່ນໃຫ້
ເຈົ້າໜ້າທີ່ປະຕິບັດຕາມມາດຕະການຕ່າງໆ ທີ່ໄດ້ລະບຸໄວ້ໃນແຈ້ງການຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດ ໂຄ
ວິດ-19 ນະຄອນຫຼວງວຽງຈັນສະບັບເລກທີ 016/ຈນຄ ລົງວັນທີ 19 ກັນຍາ 2021 ຢ່າງເຂັ້ມງວດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/09/2021