ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ລົງກວດກາສະໜາມການເຝິກຊ້ອມກອບກູ້ໄພພິບັດ 3 ກອງທັບ
ວັນທີ19 ສິງຫາ 2022 ນີ້, ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຜູ້ຊີ້ນໍາລວມວຽກງານການເຝິກຊ້ອມ
ກອບກູ້ໄພພິບັດຮ່ວມ 3 ກອງທັບ ພ້ອມດ້ວຍຄະນະ ໄດ້ລົງກວດກາຄວາມພ້ອມ ສະຖານທີ່ໃນການກະກຽມການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ຝ່າຍ
ຂອງກອງທັບປະຊາຊົນລາວ, ຫວຽດນາມ ແລະ ກໍາປູເຈຍ ຢູ່ວິທະຍາຄານພະລາທິການກອງທັບ.
ຈາກນັ້ນ, ກໍໄດ້ຮັບຟັງການລາຍງານຄວາມພ້ອມດ້ານຕ່າງໆ ຈາກຄະນະຮັບຜິດຊອບວຽກງານການກະກຽມພາກສະໜາມດ້ານຕ່າງໆ, ໂດຍຍົກໃຫ້ເຫັນ
ວຽກງານຮັບປະກັນຄວາມປອດໄພ, ການຈັດສັນສະຖານທີ່ບ່ອນເຝິກຊ້ອມ, ການອະນາໄມປັບປຸງສະຖານທີ່ບ່ອນພັກເຊົາ, ບ່ອນກິນຢູ່ໃຫ້ແທດເໝາະກັບ
ເງື່ອນໄຂຕົວຈິງຂອງສະໜາມຫັດແອບ ເຊິ່ງຈະກໍານົດໃຫ້ເປັນສະຖານທີ່ພັກເຊົາ ຂອງກໍາລັງແຕ່ລະປະເທດ, ມາຮອດປັດຈຸບັນໜ້າວຽກດ້ານຕ່າງໆແມ່ນມີ
ຄວາມພ້ອມ ແລະ ກຽມຮັບໃຊ້ໃນບັ້ນການເຝິກຊ້ອມກອບກູ້ໄພພິບັດທາງທໍາມະຊາດແລ້ວ.
ໂອກາດນີ້, ສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເນັ້ນໜັກຫຼາຍບັນຫາສໍາຄັນໃຫ້ແກ່ຄະນະຮັບ
ຜິດຊອບ ເພື່ອເຮັດໃຫ້ການເຝິກຊ້ອມໃນຄັ້ງນີ້ປະສົບຜົນສໍາເລັດ, ເພາະວ່າການເຝິກຊ້ອມກອບກູ້ໄພພິບັດລະຫວ່າງ 3 ກອງທັບລາວ, ຫວຽດນາມ ແລະ
ກໍາປູເຈຍ ຖືວ່າເປັນຄັ້ງປະຫວັດສາດ ໃນການພົວພັນຮ່ວມມືຂອງກອງທັບທັງ 3 ປະເທດ, ສະນັ້ນກອງທັບປະຊາຊົນລາວໃນນາມເປັນເຈົ້າພາບຈົ່ງເປັນເຈົ້າ
ການ ແລະ ກຽມຄວາມພ້ອມຢ່າງຮອບດ້ານແນໃສ່ເຮັດໃຫ້ການເຝິກຊ້ອມກອບກູ້ໄພພິບັດໃນຄັ້ງນີ້ປະສົບຜົນສໍາເລັດ ແລະ ໜ້າວຽກໃດທີ່ຍັງບໍ່ທັນສອດ
ຄ່ອງແມ່ນໃຫ້ແຕ່ລະພາກສ່ວນຮັບຜິດຊອບຮິບຮ້ອນ ພ້ອມກັນແກ້ໄຂບໍ່ວ່າຈະເປັນຂອດປະສານງານໃນການພົວພັນຮ່ວມມື, ດ້ານພາຫະເຕັກນິກ, ຈໍານວນ
ພົນ ແຕ່ລະເຫຼົ່າຮົບຕ້ອງເປັນເຈົ້າການຈັດຕັ້ງປະຕິບັດບັນດາໜ້າວຽກຂອງຕົນໃຫ້ສໍາເລັດ ແລະ ທ່ວງທັນກັບໄລຍະເວລາໃນການເຝິກຊ້ອມກອບກູ້ໄພພິບັດ
ໃນຄັ້ງນີ້ໃຫ້ສໍາເລັດຢ່າງຈົບງາມ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/08/2022