ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນຍາ​ລາດ ພົບ​ປະ​ໂອ້​ລົມ​ພະນັກງານ​ຫຼັກ​ແຫຼ່ງ ກອງ​ພົນ​ທີ 2


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ
ໄດ້ພົບປະໂອ້ລົມການນໍາ ຂອງແຂວງໄຊຍະບູລີ

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການ ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ
ໄດ້ພົບປະໂອ້ລົມ ການນໍາ ຂອງ ແຂວງໄຊຍະບູລີ, ຄະນະພັກ-ຄະນະບັນຊາກອງພົນ, ກອງບັນຊາການທະຫານ-ຕໍາຫຼວດແຂວງ, ຄະນະພັກ-ຄະນະບັນຊາ ບັນ
ດາກົມກອງ ແລະ ພະນັກງານຫຼັກແຫຼ່ງທົ່ວກອງພົນທີ 2 ໃນວັນທີ 16 ມິຖຸນາ 2022 ນີ້, ເຊິ່ງສະຫາຍໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະ
ບັນຊາ ແຕ່ລະຂັ້ນ ພ້ອມກັນເສີມ ຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ ແລະ ຂອງກົມກອງ, ພ້ອມກັນແຂ່ງຂັນປະຕິບັດໜ້າທີ່ ຢ່າງເປັນຂະບວນຟົດ
ຟື້ນ, ປະກອບສ່ວນອັນຕັ້ງໜ້າເຂົ້າ ໃນຜົນງານລວມຂອງຊາດ, ຂອງ ກອງທັບ ແລະ ສ້າງກົມກອງ ໃຫ້ໜັກແໜ້ນເຂັ້ມແຂງ ເຊິ່ງມີຫຼາຍກົມກອງ ໄດ້ຮັບຮອງ
ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ; ກົມກອງ 3 ປອດ ແລະ ກົມກອງ ຕົວແບບດ້ານຕ່າງໆ ຫຼາຍສະໄໝ ຕິດຕໍ່ກັນ.

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກ່າວວ່າ: ເພື່ອຕອບສະໜອງກັບຄວາມຮຽກຮ້ອງ ຕ້ອງການດ້ານໜ້າທີ່ການເມືອງຂອງ ພັກໃນໄລຍະໃໝ່,
ພວກເຮົາຕ້ອງຕັ້ງໜ້າປະຕິບັດເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 9 ແນໃສ່ ເຮັດ
ໃຫ້ປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາກ້າວຂຶ້ນເປັນປະເທດອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ. ພ້ອມກັນນີ້ ພວກເຮົາ
ຕ້ອງ ສືບຕໍ່ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ແລະ ພັດທະນາ
ຊົນນະບົດຮອບດ້ານຂອງພັກ. ທິດທາງ ໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງປະເທດເຮົາໃນຕໍ່ໜ້າ ແມ່ນສຸມໃສ່ຈັດ ຕັ້ງຜັນຂະຫຍາຍ
ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງ ຄະນະພັກກະຊວງປ້ອງກັນປະເທດວາງອອກ, ຕັ້ງໜ້າປັບປຸງ 3 ປະເພດກໍາລັງ
ໄປພ້ອມກັນ ໃຫ້ເປັນລະບົບຕໍ່ເນື່ອງ ມີຄຸນະພາບ ຕາມທິດກໍ່ສ້າງກໍາລັງປະກອບອາວຸດປະຕິວັດທີ່ມີແບບແຜນ ແລະ ທັນສະໄໝ. ການຈັດຕັ້ງປະຕິບັດແນວ
ທາງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ຕ້ອງຕິດພັນກັບການພັດທະນາ ເສດຖະກິດ-ສັງຄົມ ແລະ ພັດທະນາຊົນ
ນະບົດຮອບດ້ານ, ປະຕິບັດທິດນຳຫັນກຳລັງລົງກໍ່ສ້າງຮາກຖານການເມືອງ, ສ້າງທ່າສະໜາມ 3 ຂັ້ນ ຕິດພັນກັບວຽກງານ 3 ສ້າງ ແນໃສ່ເຮັດ ໃຫ້ປະເທດ
ຊາດມີຄວາມສະຫງົບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ດີຂຶ້ນເປັນກ້າວໆ.

     ສະຫາຍລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຮຽກຮ້ອງ ໃຫ້ແຕ່ລະກົມກອງສືບຕໍ່ສຶກສາ ອົບຮົມ ພະນັກງານ-ນັກຮົບດ້ວຍ ຫຼາຍຮູບການ, ເສີມຂະ
ຫຍາຍ ທາດແທ້ມູນເຊື້ອອັນສະຫງ່າອົງອາດຂອງຊາດ ແລະ ຂອງກອງທັບເຮົາ, ຕັ້ງໜ້າຄົ້ນຄ້ວາຮໍ່າຮຽນ ກຳແໜ້ນແນວທາງປ່ຽນແປງໃໝ່ຂອງພັກ, ກົດ
ໝາຍຂອງລັດ, ເຊື່ອມຊຶມ ແລະ ກຳແໜ້ນທິດທາງ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ຍົກສູງສະຕິລະວັງຕົວ
ກຽມພ້ອມສູ້ຮົບ ແລະ ອອກແຮງເຄື່ອນໄຫວ ທັບມ້າງທຸກກົນອຸບາຍຫຼ່ຽມລາຍຂອງອິດທິກໍາລັງປໍລະປັກ, ຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບທາງ
ດ້ານການເມືອງ ແລະ ສັງຄົມມີຄວາມສະຫງົບປອດໄພ.

     ເສີມຂະຫຍາຍມູນເຊື້ອສາມັກຄີກອງທັບກັບປະຊາຊົນ ຄືປາກັບນໍ້າສະໜິດ ຕິດພັນກັນຄືອ້າຍນ້ອງໃນຄອບຄົວດຽວ, ຊ່ວຍເຫຼືອປະຊາຊົນ ທຳການຜະ
ລິດຍົກສູງຊີວິດການເປັນຢູ່ດ້ານວັດຖຸ ແລະ ວັດທະນະທຳ ໃຫ້ນັບມື້ມີຄວາມກ້າວໜ້າ, ຮູ້ອີງ ໃສ່ປະຊາຊົນ ເພື່ອປັບປຸງກໍ່ສ້າງ ກົມກອງ, ຫັນກຳລັງລົງກໍ່ສ້າງ
ຮາກຖານຕາມ 4 ເນື້ອໃນ 4 ຄາດໝາຍຕິດພັນກັບວຽກງານ 3 ສ້າງ, ປັບປຸງລະບົບອຳນາດປະຊາທິປະໄຕປະຊາຊົນຢູ່ຮາກຖານ ໃຫ້ໜັກແໜ້ນເຂັ້ມແຂງ.
ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງຕົນ, ຕັ້ງໜ້າປັບປຸງກຳລັງໃນທຸກດ້ານໃຫ້ໜັກແໜ້ນເຂັ້ມແຂງ ໂດຍຖືເອົາຄຸນນະພາບເປັນ
ຕົ້ນຕໍ, ໃນນັ້ນຖືເອົາຄຸນນະພາບທາງ ດ້ານການເມືອງ-ແນວຄິດເປັນກົກ, ເອົາຄວາມສາມາດດ້ານວິຊາສະເພາະ, ຫົວຄິດປະດິດສ້າງ ແລະ ການຈັດຕັ້ງບັນຊາ
ເປັນສິ່ງສຳຄັນ; ເສີມຂະຫຍາຍ ມູນເຊື້ອ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ດຸໝັ່ນປະຢັດມັດທະຍັດ, ເອົາໃຈໃສ່ປົກປັກຮັກ
ສາອາວຸດ, ພາຫະນະເຕັກນິກ ຂອງກົມກອງ ໃຫ້ຮັບປະກັນຄຸນນະພາບ, ຍູ້ແຮງການເພີ່ມພູນປູກຝັງ-ລ້ຽງສັດ, ຫັດຖະກໍາ ແລະ ບໍລິການ, ສ້າງໃຫ້ກົມກອງ
ມີລາຍຮັບເທື່ອ ລະກ້າວ ເພື່ອນໍາໃຊ້ເຂົ້າໃນການຍົກສູງລະດັບຊີວິດການເປັນຢູ່ ດ້ານວັດຖຸ ແລະ ວັດທະນະທໍາ ຂອງກົມກອງໃຫ້ນັບມື້ດີຂຶ້ນ, ຫັນເອົາ ເນື້ອ
ໃນ ຈິດໃຈ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດ ໃຫ້ເປັນອັນລະອຽດ ແລະ ແທດ ເໝາະກັບໜ້າທີ່ການເມືອງຂອງ ກົມກອງ
ຕົນ ເພື່ອສ້າງເປັນບາດກ້າວບຸກທະລຸ ໃນແຕ່ລະດ້ານ, ແຕ່ລະໄລຍະ ໃຫ້ມີການຫັນປ່ຽນຢ່າງຈະແຈ້ງ ຕິດພັນກັບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ
ໜັກແໜ້ນ ແລະ ກົມກອງ 3 ປອດ, ສ້າງກົມກອງ-ນັກຮົບວັດທະນະທຳ, ສາມາດຕ້ານ ແລະ ສະກັດກັ້ນ ບັນດາປະກົດການຫຍໍ້ທໍ້ຕ່າງໆ ໃນຖັນແຖວກອງ
ທັບ ໃຫ້ໝົດໄປ; ສືບຕໍ່ພົວພັນສາມັກຄີ ສາກົນຕາມແນວທາງການຕ່າງປະເທດຂອງພັກ, ເພີ່ມທະວີການພົວພັນຮ່ວມມືກັບເພື່ອນມິດຍຸດທະສາດ, ເອົາໃຈ
ໃສ່ຮັກສາ ແລະ ເພີ່ມພູນຄູນສ້າງມູນເຊື້ອຮ່ວມສຳພັນສູ້ຮົບກັບກອງທັບປະຊາຊົນຫວຽດນາມ ໃນສະພາບ​ການໃໝ່. ໂດຍສະເພາະການແລກປ່ຽນສະພາບ,
ເຝິກອົບຮົມ, ສ້ອມແປງພະຫານະ-ເຕັກນິກ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ອື່ນໆ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/06/2022