
ຫ້ອງວ່າການກະຊວງປ້ອງກັນປະເທດ ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່   ຄັ້ງທີ XI ຂອງພັກ
  ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V   ຂອງອົງຄະນະພັກກະຊວງປ້ອງກັນປະເທດ

     ວັນທີ 21 ມິຖຸນາ 2021ນີ້,   ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່   ຄັ້ງທີ XI ຂອງພັກ ແລະ
    ມະຕິກອງປະຊຸມໃຫຍ່ ຄັ້ງທີ V   ຂອງອົງຄະນະພັກກະຊວງປ້ອງກັນປະເທດ. ໃຫ້ກຽດເຂົ້າຮ່ວມ ແລະ ເຜີຍແຜ່ໂດຍ  ສະຫາຍ   ພົນຈັດຈັດຕະວາ ໄພວັນ ຈັນ
    ທະພົມມາ ກໍາມະການຄະນະພັກກະຊວງ ຮັກສາການ   ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີມີຄະນະພັກ,ຫົວໜ້າກົມ,   ຮອງກົມ, ພະນັກງານທົ່ວ
    ຫ້ອງວ່າການກະຊວງປ້ອງກັນປະເທດເຂົ້າຮ່ວມ.
     ສະຫາຍ ພົນຈັດຈັດຕະວາ ໄພວັນ ຈັນທະພົມມາ ໄດ້ກ່າວວ່າ:    ເພື່ອສືບຕໍ່ການຫັນປ່ຽນທາງດ້ານແນວຄິດ-ຈິນຕະນາການຢ່າງແຂງແຮງ,   ປັບປຸງຍົກສູງ
    ຫຼັກໝັ້ນ ການເມືອງໃຫ້ຄະນະພັກແຕ່ລະຂັ້ນ,   ພະນັກງານ-ນັກຮົບທຸກຄົນມີຄວາມຮັບຮູ້ເຂົ້າໃຈ, ເຊື່ອມຊຶມກໍາແໜ້ນ ແລະ ເປັນ   ເອກະພາບຕໍ່ບັນດາເນື້ອ
  ໃນສໍາຄັນຂອງມະຕິກອງປະຊຸມຄະນະ ໃຫຍ່ຄັ້ງທີ XI ຂອງພັກ ແລະ   ມະຕິກອງປະຊຸມ ໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ.   ຫັນມະຕິ
  ດັ່ງກ່າວເປັນທິດທາງ, ວຽກງານ ແລະ   ເປັນແຜນການປະຕິບັດງານລະອຽດຂອງອົງຄະນະພັກແຕ່ ລະຂັ້ນ, ຍົກສູງຄວາມເປັນເຈົ້າການ   ແລະ ຄວາມສາມາດ
  ຂອງພະນັກງານ-ນັກຮົບ ໃນທົ່ວຫ້ອງວ່າການກະຊວງປ້ອງກັນປະເທດ   ຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງໃຫ້ມີຜົນສໍາເລັດຢ່າງຈົບງາມ,   ເຮັດໃຫ້
  ກົມກອງ ແລະ ບຸກຄົນ ມີການຫັນປ່ຽນໃຫມ່ຢ່າງຈະແຈ້ງ.
     ສືບຕໍ່ຜັນຂະຫຍາຍມະຕິດັ່ງກ່າວ   ໂດຍຕິດພັນກັບການປັບປຸງບູລະນະການຈັດຕັ້ງພັກແຕ່ລະຂັ້ນ, ປັບປຸງ   ແບບແຜນວິທີເຮັດວຽກ ແລະ ແບບແຜນ
    ດໍາລົງຊີວິດ, ແກ້ໄຂປະກົດການຫຍໍ້ທໍ້   ໃນການຈັດຕັ້ງກໍຄືຖັນແຖວ ພະນັກງານ, ສະມາຊິກພັກ ແລະ   ນັກຮົບ ໃນທົ່ວຫ້ອງວ່າການກະຊວງກະຊວງປ້ອງກັນ
    ປະເທດ ໂດຍຖືເອົາວຽກງານສຶກສາອົບຮົມການເມືອງນໍາພາແນວຄິດເປັນກົກ,   ຍົກສູງການນໍາພາຂອງພະນັກງານ, ສະມາຊິກພັກ ແລະ ນັກຮົບ ໃຫ້ມີຄວາມ
    ເດັດດ່ຽວໜ່ຽວແໜ້ນ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆ;   ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພ, ທໍາລາຍຂອງອິດທິກໍາລັງປໍລະປັກ ແລະ   ກຸ່ມ
    ຄົນບໍ່ດີ, ຈໍາກັດການເສື່ອມຖອຍທາງດ້ານແນວຄິດ, ຄຸນສົມບັດສິນທໍາ ປະຕິວັດ   ແລະ ແບບແຜນດໍາລົງຊີວິດ, ເພີ່ມທະວີຄວາມສາມັກຄີເປັນເອກະພາບ,
    ເປັນກ້ອນກໍາລັງແຮງໃນການ ປະຕິບັດພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ   ສູ່ຄວາມມັ່ງຄັ່ງເຂັ້ມແຂງປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກ
    ຄີປອງດອງ,   ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.
     ເອການສານທີ່ນໍາມາເຜີຍແຜໃນຄັ້ງນີ້ປະກອບມີ   ເອກະສານຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025),
    ກົດລະບຽບພັກປະຊາຊົນປະຕິວັດລາວສະໄໝທີ XI,    ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ,    ຄໍາສັ່ງແນະນໍາເພີ່ມເຕີມຂອງ
    ກົມໃຫຍ່ເສນາທິການກອງທັບ   ວ່າດ້ວຍການຈັດຕັ້ງປະຕິບັດຂໍ້ກໍ່ນົດກົດ ລະບຽບໃນການຮັກສາຄວາມສະຫງົບ ແລະ   ຄວາມເປັນລະບຽບຮຽບຮ້ອຍພາຍ
    ໃນສໍານັກງານອົງການກະຊວງປ້ອງກັນປະເທດ.
ກອງປະຊຸມດັ່ງກ່າວຈະໄດ້ດໍາເນີນເປັນເວລາ 2 ວັນຈຶ່ງຈະສໍາເລັດ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
      ວັນທີ 22/06/2021