ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ແຂ່ງຂັນກິລາເຕະບານມິດຕະພາບເພື່ອຂ່ຳນັບຮັບຕ້ອນ
ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ

     ໃນຕອນບ່າຍຂອງວັນທີ 18 ພຶດສະພາ 2018 ນີ້, ຢູ່ທີ່ເດີ່ນກິລາເຕະບານກອງພັນ 15 ເຄມີ ໄດ້ຈັດກິດຈະກຳແຂ່ງຂັນເຕະບານມິດຕະພາບຂຶ້ນ ເພື່ອ
ເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ທີ່ຈະມາເຖີງນີ້ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ແລະ
ເປັນຂະບວນການ, ເປັນການພົບກັນລະຫວ່າງທີມກິລາຄະນະກົມໃຫຍ່ເສນາທິການກອງທັບ ພົບກັບທີມກີລາເຕະບານກອງພັນ 15 ເຄມີ ພາຍໃຕ້ການ
ເປັນປະທານຂອງ ທ່ານ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຄະນະ
ນຳທີມກີລາເຕະບານອົງການກົມໃຫຍ່ເສນາທິການກອງທັບ, ມີ ພັນເອກ ທຽມ ຫອມຊະນະ ຮອງຫົວໜ້າກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ,
ມີ ພັນເອກ ຄຳຄິດ ໄຊສົງຄາມ ຫົວໜ້າກົມສື່ສານ ແລະ ຄະນະພັກຄະນະບັນຊາ ພ້ອມດ້ວຍນັກກິລາເຕະບານທັງສອງພາກສ່ວນເຂົ້າຮ່ວມ.


 ພົນຕີ ຈັນທອງ ສອນຕະອາດ ເປັນປະທານຈັດກິດຈະກຳແຂ່ງຂັນກິລາເຕະບານມິດຕະພາບ
ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ

     ພັນເອກ ຄຳຄິດ ໄຊສົງຄາມ ໄດ້ໃຫ້ຮູ້ວ່າ: ຈຸດປະສົງຂອງການຈັດການແຂ່ງຂັນເຕະບານມິດຕະພາບໃນຄັ້ງນີ້ ເພື່ອເປັນການຂໍ່ານັບຮັບຕ້ອນວັນສ້າງຕັ້ງ
ກອງທັບປະຊາຊົນລາວຄົບຮອບ 70 ປີ ທີ່ຈະໝູນວຽນມາອີກວາລະໜຶ່ງໃຫ້ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ, ເວົ້າລວມ, ເວົ້າສະເພາະເປັນການສະ
ເຫຼີມສະຫຼອງວັນສ້າງຕັ້ງກອງພັນ 15 ເຄມີ ຄົບຮອບ 23 ປີ ວັນທີ 29 ເດືອນ ພຶດສະພາ 1995 - 29 ພຶດສະພາ 2018, ໃຫ້ເຕັມໄປດ້ວຍບັນຍາກາດ
ອັນຄຶກຄື້ນມ່ວນຊື່ນ, ທັງເປັນການປຸກລະດົມແນວຄິດຂອງພະນັກງານ - ນັກຮົບຢູ່ບັນດາກົມກອງໃຫ້ມີບັນຍາກາດເບີກບານມ່ວນຊື່ນ ທັງເປັນການອອກ
ກຳລັງກາຍເຮັດໃຫ້ມີສຸຂະພາບແຂງແຮງ, ພ້ອມທັງເປັນການສົ່ງເສີມຄວາມອາດສາມາດ, ເຕັກນິກດ້ານກິລາຂອງນາຍ ແລະ ພົນທະຫານຂອງອົງການ, ກົມ
ກອງຮາກຖານຢູ່ເຂດໃຈກາງ ກໍຄືກົມໃຫຍ່ເສນາທິການກອງທັບ, ໃຫ້ເຂັ້ມແຂງຂຶ້ນເລື້ອຍໆ ແລະ ເປັນການປຸກລະດົມຊຸກຍູ້ໃຫ້ພະນັກງານ - ນັກຮົບຫັນມາ
ຫຼິ້ນກິລາຮັກສາສຸຂະພາບ, ພ້ອມກັນນັ້ນຍັງເປັນການສະແດງເຖິງການຮັດແໜ້ນຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວລະຫວ່າງຄະນະພັກ - ຄະນະບັນຊາ
ຂັ້ນເທິງກັບຂັ້ນລຸ່ມ ເຊິ່ງຜ່ານການແຂ່ງຂັນເຕະບານມິດຕະພາບໃນຄັ້ງນີ້ ທີມຄະນະກົມໃຫຍ່ເສນາທິການກອງທັບເອົາຊະນະທີມ ຂອງກອງພັນ 15 ເຄມີ
ດ້ວຍຄະແນນ 5 ປະຕູຕໍ່ 3.