ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງລາຍງານວຽກງານຮອບດ້ານ ຂອງບັນດາກົມກອງເຂດ I ປະຈໍາໄຕມາດ I


ສະຫາຍພົນໂທທອງລອຍສິລິວົງກໍາມະການສູນກາງພັກຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ໃນວັນ 17 ມີນາ 2022, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການ ແຂວງຜົ້ງສາລີ ໄດ້ດໍາເນີນກອງປະຊຸມສ່ອງແສງລາຍງານວຽກງານຮອບດ້ານ ຂອງບັນດາກົມ
ກອງເຂດ I ປະຈໍາໄຕມາດ I ປີ 2022 ແລະ ວາງທິດທາງແຜນການປະຈໍາໄຕມາດ II ປີ 2022 ທີ່ແຂວງຜົ້ງສາລີ ເປັນເຈົ້າພາບ, ໂດຍການເຂົ້າຮ່ວມເປັນ
ປະທານຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ,
ຄະນະກໍາມະການ ປກຊ-ປກສ ສູນກາງ, ມີ ສະຫາຍ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກເລຂາພັກແຂວງ, ເຈົ້າແຂວງ ແຂວງຜົ້ງສາລີ ປະທານຄະ
ນະກໍາມະການ ປກຊ-ປກສ ແຂວງ, ມີບັນດາ ສະຫາຍ ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງຜົ້ງສາລີ, ແຂວງອຸດົມໄຊ, ກອງພົນ ທີ 3,
ແຂວງຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

     ໃນກອງປະຊຸມ, ສະຫາຍ ພົນຈັດຕະວາ ທິດແກ້ວ ພົມປັນຍາ ກໍາມະການປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານ
ແຂວງຜົ້ງສາລີ ໄດ້ຜ່ານບົດລາຍງານສ່ອງແສງວຽກງານຮອບດ້ານ ຂອງບັນດາກົມກອງເຂດ I ເຊິ່ງໄລຍະຜ່ານມາຄະນະພັກ-ຄະນະບັນຊາ ກອງບັນຊາການທະ
ຫານແຂວງ ໄດ້ປະຕິບັດໜ້າທີ່ ຂອງຕົນ ເຮັດໃຫ້ສະພາບມີຄວາມສະຫງົບຢ່າງໜັກແໜ້ນ ໂດຍພາຍໃຕ້ການຊີ້ນໍາໂດຍກົງ, ຮອບດ້ານຂອງຄະນະພັກ ກະ
ຊວງປ້ອງກັນປະເທດ ແລະ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ສະພາບຂອງປະຊາຊົນ ໃນທົ່ວແຂວງແມ່ນມີຄວາມສະຫງົບໂດຍ
ພື້ນຖານ, ເປັນເຈົ້າການ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ວຽກງານກໍ່ສ້າງຮາກຖານການເມືອງ ໄດ້ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ
ແລະ ມີຜົນສຳເລັດ ໂດຍຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ 4 ໜ້າທີ່ໃຫຍ່
26 ແຜນງານ ທີ່ຄະນະພັກ ກະຊວງປ້ອງກັນປະທດວາງອອກ, ເພື່ອປັບປຸງກໍ່ສ້າງກໍາລັງ ໃຫ້ມີແບບແຜນທັນສະໄໝ, ມີຄວາມເຂັ້ມແຂງ, ໜັກແໜ້ນ, ອົບຮົມ
ຫັດແອບ ການເມືອງ-ການທະຫານ, ພະລາທິການ ແລະ ເຕັກນິກ, ເຝິກຝົນກໍາລັງແຮງກາຍ, ເພື່ອກຽມພ້ອມສູ້ຮົບ ໃນເມື່ອມີສະພາບເກີດຂຶ້ນ ແລະ ແກ້ໄຂ
ໃຫ້ທັນເວລາ ເຮັດໃຫ້ສະພາບມີຄວາມສະຫງົບປອດໄພ 100%; ຄຽງຄູ່ດ້ານດີ, ດ້ານຕັ້ງໜ້າດັ່ງກ່າວ ຍັງມີກຸ່ມຄົນຈໍານວນໜຶ່ງ ທີ່ຢູ່ລຽບຕາມຊາຍແດນ
ລະຫວ່າງປະເທດ, ແລະ ເຂດຫ່າງໄກສອກຫຼີກ ຍັງມີການລັກລອບເຂົ້າ-ອອກເມືອງ ຜິດກົດໝາຍ, ຄ້າຂາຍເຖື່ອນ ເປັນຕົ້ນແມ່ນການຄ້າຂາຍສິ່ງ ເສບຕິດ
ປະເພດຕ່າງໆ, ການຄອບຄອງອາວຸດເສິກ, ອາວຸດລ່າເນື້ອ, ການສ້າງຄອບຄົວກັບຄົນຕ່າງປະເທດ ທີ່ບໍ່ຖືກຕ້ອງຕໍ່ລະບຽບກົດໝາຍ ບ້ານເມືອງ ແລະ ອື່ນໆ.

     ໂອກາດດັ່ງກ່າວ, ສະຫາຍ ພົນໂທ ທອງລອຍ ສິລິວົງ ກໍໄດ້ໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາກົມກອງເຂດ I ທີ່ໄດ້ນໍາພາພະນັກງານ-
ນັກຮົບ ເຮັດສໍາເລັດໜ້າທີ່ຕາມການຈັດຕັ້ງມອບໝາຍ ພ້ອມກັນຕ້ານ ແລະ ສະກັດກັ້ນປາກົດການ ຫຍໍ້ທໍໍ້ທີ່ເກີດຂຶ້ນ ໄດ້ທັນກັບເວລາ ເຮັດໃຫ້ສະພາບມີ
ຄວາມສະຫງົບ ໂດຍພື້ນຖານ, ພ້ອມນັ້ນ ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ບັນດາກົມກອງ ເອົາໃຈໃສ່ໃນການແກ້ໄຂປາກົດການຫຍໍ້ທໍ້ ໃນສັງຄົມ, ເອົາໃຈໃສ່
ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ແລະ ພໍ່ແມ່ປະຊາຊົນ ຮັບຮູ້ເຂົ້າໃຈ ຕໍ່ແນວທາງປ້ອງກັນຊາດ ໃຫ້ເລິກເຊິ່ງ, ເພີ່ມທະວີການ
ນໍາພາ-ຊີ້ນຳ ເຮັດໃຫ້ສະພາບມີຄວາມສະຫງົບ ແນໃສ່ສ້າງກົມກອງ ປອດໃສ ປອດໄພ ປອດຄະດີ ຕິດພັນກັບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກ
ແໜ້ນ, ສືບຕໍ່ພົວພັນຮ່ວມມື ກັບເພື່ອນມິດຍຸດທະສາດ ໃນການຍາດແຍ່ງເອົາບົດຮຽນທີ່ດີ, ແຫຼ່ງທຶນຕ່າງໆ ມາພັດທະນາກົມກອງ ແລະ ພ້ອມກັນເຄື່ອນ
ໄຫວ ລາດຕະເວນ ຮັກສາຄວາມສະຫງົບລຽບຕາມຊາຍແດນ ແລະ ຈຸດສຸມຕ່າງໆ ເພື່ອເຮັດໃຫ້ສະພາບມີຄວາມສະຫງົບ 100%.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/03/2022