ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກມທ ກຽມ ຈັດ​ຕັ້ງ​ເຜີຍ​ແຜ່​ວາລະ​ແຫ່ງ​ຊາດ​ ໃຫ້​ກຳລັງຫຼວງທົ່ວ​ກອງທັບ


ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ​ເປັນ​ປະທານ

     ວັນທີ 18 ກຸມພາ 2022 ນີ້, ຢູ່ທີ່ ກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບ (ກມທ) ໄດ້ຈັດກອງປະຊຸມການແບ່ງໜ້າທີ່ຄວາມຮັບຜິດ
ຊອບໃນການກຽມຈັດຕັ້ງເຜີຍແຜ່ວາລະແຫ່ງຊາດ ກ່ຽວກັບ ການແກ້ໄຂຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ ແລະ ການສະກັດກັ້ນແກ້ໄຂບັນຫາ
ຢາເສບຕິດ ຢູ່ບັນດາກົມກອງກໍາລັງຫຼວງໃນຂອບເຂດທົ່ວກອງທັບ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມ
ໃຫຍ່ການເມືອງກອງທັບ, ມີບັນດາຄະນະຮັບຜິດຊອບການຈັດຕັ້ງເຜີຍແຜ່ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພັນໂທ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມ ໂຄສະນາອົບຮົມ ກມທ ໄດ້ຂຶ້ນຜ່ານແຜນການແບ່ງໜ້າທີ່ຄວາມຮັບຜິດຊອບ ໃນການ
ຈັດຕັ້ງເຜີຍແຜ່ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການສະກັດກັ້ນ ແກ້ໄຂບັນຫາຢາເສບຕິດ ເຊິ່ງໄດ້
ແບ່ງອອກເປັນ 8 ຈຸດຄື: ເຂດໃຈກາງນະຄອນຫຼວງວຽງຈັນ, ເຜີຍແຜ່ໂດຍ ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ຮອງລັດຖະມົນຕີ ກະຊວງປ້ອງກັນປະ
ເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ; ເຂດກອງພົນທີ 1 ຫົວໜ້າຄະນະ ສະຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າ ກມທ; ເຂດກອງພົນທີ
2 ຫົວໜ້າຄະນະ ພົນຈັດຕະວາ ສາຍໃຈ ກົມມະສິດ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ; ເຂດກອງ ພົນທີ 3 ຫົວໜ້າຄະນະ ສະຫາຍ ພົນຈັດ
ຕະວາ ພູມີ ດາລາເພັດ ຮອງຫົວໜ້າ ກມທ; ເຂດກອງ ພົນທີ 4 ຫົວໜ້າຄະນະ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ຫົວໜ້າ ກົມໃຫຍ່ພະລາທິການກອງທັບ;
ເຂດກອງພົນທີ 5 ຫົວໜ້າຄະນະ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ຮອງຫົວໜ້າ ກມທ; ເຂດຫຼວງພະບາງຫົວໜ້າຄະນະ ສະຫາຍ ພົນຕີ ປະສິດ ທ່ຽງ
ທໍາ ຫົວໜ້າ ກົມໃຫຍ່ເຕັກນິກ ແລະ ເຂດແຂວງຊຽງຂວາງ ຫົວໜ້າຄະນະ ສະຫາຍ ພົນຈັດຕະວາ ບຸນຊູ ດວງຄໍາມີ ຫົວໜ້າກົມການເງິນ ກະຊວງປ້ອງກັນ
ປະເທດ.

     ໂອກາດນີ້, ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກໍໄດ້ໂອ້ລົມຕໍ່ຄະນະຮັບຜິດຊອບ ໃນການຈັດຕັ້ງເຜີຍແຜ່ ວາລະແຫ່ງຊາດ ຄັ້ງນີ້. ເຊິ່ງກ່ອນອື່ນ ສະ
ຫາຍ ໄດ້ສະແດງຄວາມຊົມເຊີຍຕໍ່ກົມໂຄສະນາອົບຮົມທີ່ປະຕິບັດໜ້າທີ່ໄດ້ຕາມແຜນການທີ່ວາງໄວ້, ພ້ອມເນັ້ນໃຫ້ເອົາໃຈໃສ່ຕິດຕາມສະພາບການຕ່າງໆ
ໃນທຸກຂົງ​ເຂດວຽກງານທີ່ໄດ້ຮັບການມອບໝາຍໃຫ້ໄປຕາມແຜນການທີ່ກໍານົດໄວ້, ແບ່ງປັນໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະວຽກງານໃຫ້ລະອຽດ
ແລະ ເອກະສານຕ່າງໆ ຕ້ອງກຽມພ້ອມໃຫ້ຄົບຖ້ວນ ເພື່ອເຮັດໃຫ້ການຈັດຕັ້ງເຜີຍແຜ່ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະ
ກິດ-ການເງິນ ແລະ ການສະກັດກັ້ນແກ້ໄຂບັນຫາຢາເສບຕິດ ຢູ່ບັນດາກົມກອງກໍາລັງຫຼວງໃນຂອບເຂດທົ່ວກອງທັບ ໃຫ້ໄດ້ຮັບໝາກຜົນສູງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/02/2022