ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໂອ້ລົມຕໍ່ກອງປະຊຸມ
ສະຫຼຸບວຽກງານພະລາທິການທົ່ວກອງທັບປະຈໍາປີ 2018


ພົນເອກ ຈັນສະໝອນ ຈັນຍາລາດ ໂອ້ລົມຕໍ່ກອງປະຊຸມສະຫຼຸບຖອດຖອນບົດຮຽນ
ວຽກງານພະລາທິການທົ່ວກອງທັບປະຈໍາປີ 2018 ແລະວາງທິດທາງແຜນການປີ 2019

     ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານພະລາທິການທົ່ວກອງທັບ ປະຈໍາປີ 2018 ແລະ ວາງທິດທາງແຜນການປີ 2019 ໄດ້ດໍາເນີນມາເປັນເວລາ 2 ວັນ
ແລະ ໄດ້ສຳເລັດຜົນລົງຢ່າງຈົບງາມໃນຕອນແລງຂອງວັນທີ 20 ກຸມພາ 2019, ໂດຍໃຫ້ກຽດເຂົ້າຮ່ວມໂອ້ລົມຕໍ່ກອງປະຊຸມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນ
ຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ເຂົ້າຮ່ວມຂອງສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ກໍາມະການຄະນະປະ
ຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະນໍາກະຊວງປ້ອງກັນປະເທດ, ຄະນະນໍາ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະ
ເທດ, ກົມໃຫຍ່ພະລາທິການປ້ອງກັນຄວາມສະຫງົບ ແລະ ຜູ້ແທນກອງປະຊຸມຈາກກົມກອງຕ່າງໆໃນກຳລັງຫຼວງ- ກຳລັງທ້ອງຖິ່ນທັງອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ
ເຂົ້າຮ່ວມ.

     ກອງປະຊຸມໄດ້ຮັບຟັງການຂຶ້ນຜ່ານສະຫຼຸບລາຍງານໂດຍຫຍໍ້ຂອງ ສະຫາຍ ພົນຈັດຕະວາ ປອ ວົງສັກ ພັນທະວົງ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງ
ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕໍ່ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ, ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານພະລາທິການ-ການເງິນທົ່ວກອງທັບ
ປະຈໍາປີ 2018 ໄດ້ດໍາເນີນຕາມວາລະທີ່ໄດ້ກຳນົດໄວ້ຢ່າງເຄັ່ງຮ້ອນ ແລະ ດ້ວຍຄວາມຮັບຜິດ ຊອບສູງຂອງສະຫາຍປະທານ, ຄະນະປະທານພ້ອມດ້ວຍບັນດາສະຫາຍຜູ້
ແທນກອງປະຊຸມ, ໃນນີ້ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ເອກະພາບກັນຮັບຮອງເອົາບົດສະຫຼຸບຕີລາຄາດ້ານດີ-ດ້ານອ່ອນໃນການຈັດຕັ້ງປະຕິ ບັດວຽກງານພະລາທິ
ການ-ການເງິນໃນສົກປີ 2018 ຜ່ານມາ ແລະ ຮັບຮອງເອົາທິດທາງແຜນການວຽກງານພະລາທິການ-ການເງິນສໍາລັບປີ 2019, ບົນພື້ນຖານປະກອບຄຳຄິດຄຳເຫັນຂອງ
ສະຫາຍຜູ້ແທນກອງປະຊຸມຢ່າງເລິກເຊິ່ງເຖິງຖອງ, ກົງໄປກົງມາ ໂດຍໄດ້ຍົກໃຫ້ເຫັນດ້ານດີ-ຕັ້ງໜ້າ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ດ້ານອ່ອນ-ຄົງຄ້າງ ເພື່ອແກ້ໄຂໃຫ້ດີ
ຂຶ້ນຕໍ່ໄປ, ແຕ່ເຖິງຢ່າງໃດກໍຕາມຍ້ອນໄດ້ຮັບການຊີ້ນຳຢ່າງໃກ້ຊິດຈາກກະຊວງປ້ອງກັນປະເທດ, ການເອົາໃຈໃສ່ດ້ວຍຫົວຄິດປະດິດສ້າງຂອງບັນດາກົມວິຊາສະເພາະ, ການ
ຄຸ້ມຄອງນໍາໃຊ້ຢ່າງຮັດກຸມຂອງຄະນະພັກ-ຄະນະບັນຊາ ໂດຍສະເພາະແມ່ນຜູ້ສັ່ງການເອກຂອງກົມກອງຕະຫຼອດຮອດພະນັກງານວິ ຊາສະເພາະໄດ້ມີຄວາມຮັບຜິດຊອບ
ສູງຕໍ່ໜ້າທີ່ການເມືອງຂອງຕົນ ຈຶ່ງເຮັດໃຫ້ການຮັບປະກັນຕາມລະບອບອັດ ຕາທາງດ້ານການເງິນເຊັ່ນ: ເງິນເດືອນ, ເງິນກິນ, ເງິນຊື້ເຂົ້າແມ່ນໄດ້ຮັບປະກັນໄດ້ຕາມແຜນ
ການ 100%, ກອງປະຊຸມກໍຍັງໄດ້ຍົກໃຫ້ເຫັນດ້ານອ່ອນ-ຄົງຄ້າງ, ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງເຖິງຖອງເຖິງສາເຫດທີ່ພາໃຫ້ເກີດຈຸດດີດັ່ງກ່າວ ແລະ ໄດ້ເອກະພາບ
ກັນວາງມາດຕາການ ເພື່ອຈະພ້ອມກັນສູ້ຊົນຜ່ານຜ່າ ແລະ ແກ້ໄຂໃຫ້ມັນດີໃນປີຕໍ່ໜ້າໃຫ້ສໍາເລັດຜົນ.

     ໃນໂອກາດເຂົ້າຮ່ວມກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານພະລາທິການທົ່ວກອງທັບ ປະຈໍາປີ 2018 ແລະ ທິດທາງແຜນການປີ 2019 ຂອງກົມໃຫຍ່ພະ
ລາທິການກອງທັບ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ເພື່ອນໍາໄປຈັດຕັ້ງປະຕິບັດໃນທິດທາງແຜນການ ປະຈຳປີ 2019 ວ່າ:
ວຽກງານຮັບປະກັນພະລາທິການເປັນໃຈກາງໃນການຈັດຕັ້ງຜັນຂະຫຍາຍ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ, ເປັນໜ້າທີ່ໃຫຍ່
ທີ 3, ຈຶ່ງຮຽກຮ້ອງມາຍັງຄະນະນຳທຸກພາກສ່ວນ, ໂດຍສະເພາະຜູ້ສັ່ງການເອກ, ຫົວໜ້າພະລາທິການທຸກຂັ້ນຕ້ອງເຊີດຊູບົດບາດການຊີ້ນໍາ-ບັນຊາສ້າງຄວາມຕັດສິນໃຈ
ບຸກບືນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆນາໆດ້ວຍການເຊີດຊູນໍ້າໃຈເປັນເຈົ້າຕົນເອງ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຕ້ານທັດສະນະ
ແນວຄິດເອື່ອຍອີງ, ລໍຖ້າແຕ່ການເບີກຈ່າຍຂອງຂັ້ນເທິງ, ຍົກສູງຄວາມຮັບຜິດຊອບການເມືອງຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມທີ່ພັກ-ລັດວາງອອກ,
ເພື່ອປະກອບສ່ວນຢ່າງແຂງແຮງເຂົ້າໃນໂຄງການແກ້ໄຂຄວາມທຸກຍາກຂອງລັດຖະບານ, ສ້າງໃຫ້ກອງທັບຮັ່ງມີເຂັ້ມແຂງທາງດ້ານເສດຖະກິດ, ຢ່າງເປັນຮູບປະທຳຄຽງຄູ່
ກັບການເອົາໃຈໃສ່ໃນການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ພາຫະນະ, ວັດຖຸ, ເງິນຄໍາຕາມລະບອບອັດຕາທີ່ຂັ້ນເທິງກໍານົດ, ຄຸ້ມຄອງນໍາໃຊ້ຕົວເລກງົບປະມານທີ່ໄດ້
ຮັບແບ່ງປັນໃຫ້ແໜ້ນໜາຮັດກຸມ, ນໍາໃຊ້ຖືກເປົ້າໝາຍ, ຖືກຮ່ວງ, ປະຢັດ ແລະ ເພີ່ມທະວີວຽກງານກວດກາ, ກວດວຽກງານວິຊາສະເພາະພະລາທິການໃຫ້ເປັນປົກກະຕິ,
ຮັບປະກັນຄວາມໂປ່ງໃສ ແລະ ສາມາດກວດສອບໄດ້, ແກ້ໄຂຊີວິດການເປັນຢູ່ຂອງນາຍ ແລະ ພົນທະຫານ, ສືບຕໍ່ຍູ້ແຮງຂະບວນການຜະລິດ ໂດຍເສີມຂະຫຍາຍທ່າແຮງ
ແລະ ຄວາມສາມາດບົ່ມຊ້ອນຂອງແຕ່ລະກົມກອງ-ທ້ອງຖິ່ນໃຫ້ແຂງແຮງ ແລະ ກວ້າງຂວາງ, ສ້າງໃຫ້ມີພະນັກງານສືບທອດປ່ຽນແທນຕໍ່ເນື່ອງ ເພື່ອຮັບປະກັນໃຫ້ແກ່ການ
ປະຕິບັດໜ້າທີ່ຮັບປະກັນການລ້ຽງດູທັບ, ກໍ່ສ້າງປັບປຸງເຫຼົ່າຮົບພະລາທິການກ້າວຂຶ້ນສູ່ແບບແຜນ ແລະ ທັນສະໄໝ ເທື່ອລະກ້າວ.