ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ງານໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງ
ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຈັດຂຶ້ນຢ່າງຄຶກຄື້ນ


ທ່ານ ບຸນຍັງ ວໍລະຈິດ ເຂົ້າຮ່ວມງານໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ

     ງານໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20 ມັງກອນ 1949-20 ມັງກອນ 2019) ໄດ້ຈັດຂຶ້ນຢ່າງຄຶກຄື້ນໃນວັນ
ທີ 20 ມັງກອນ 2019 ນີ້, ຢູ່ທີ່ວິທະຍາຄານກົມມະດໍາ. ໃນພິທີໄດ້ເປັນກຽດຢ່າງສູງທີ່ໄດ້ຕ້ອນຮັບການເຂົ້າຮ່ວມຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະ
ບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ສະຫາຍ ຄໍາໄຕ ສີພັນດອນ ອະດີດປະທານພັກປະຊາຊົນປະຕິວັດລາວ, ປະທານປະເທດ
ແຫ່ງ ສປປ ລາວ, ສະຫາຍ ຈູມມາລີ ໄຊຍະສອນ ອະດີດເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ມີການນໍາພັກ-ລັດ, ພະນັກງານ
ປະຕິວັດອາວຸໂສ, ວີລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ຄະນະຜູ້ແທນຈາກກອງທັບປະເທດເພື່ອນມິດເຊັ່ນ: ກອງທັບປະຊາຊົນຫວຽດນາມ, ກອງທັບປົດປ່ອຍປະຊາຊົນຈີນ,
ກອງທັບຣາຊະອານາຈັກກຳປູເຈຍ, ກອງທັບແຫ່ງສະຫະພັນຣັດເຊຍ, ກອງທັບສາທາລະນະລັດສະຫະພາບມຽນມາ, ກອງທັບແຫ່ງຣາຊະອານາຈັກໄທ ມີບັນດາທູຕານຸທູດ
ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈໍາລາວ, ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ, ອະດີດຊ່ຽວຊານກອງທັບປົດປ່ອຍປະຊາຊົນຈີນ, ອະດີດຊ່ຽວ
ຊານກອງທັບສະຫະພັນຣັດເຊຍທີ່ຊ່ວຍເຫຼືອລາວໃນປາງສົງຄາມ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ພະນັກງານລັດຖະກອນ ແລະ ພີ່ນ້ອງຮ່ວມຊາດເຂົ້າ
ຮ່ວມຢ່າງຫຼວງຫຼາຍ.

     ກ່ອນຈະເລີ່ມເຂົ້າພິທີທາງການແມ່ນໄດ້ຮັບຊົມການສະແດງສິລະປະຈາກກອງສິລະປະກອນກອງທັບ ປະຊາຊົນລາວ ແລະ ຮັບຊົມການສະແດງຫັດກາຍມວຍ ແລະ
ມວຍປ້ອງກັນຕົວຍິງ-ຊາຍຂອງເຫຼົ່າຮົບຕີພິເສດ, ຈາກນັ້ນ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ
ໄດ້ກ່າວສູນທອນພົດຕໍ່ພິທີ ໂດຍບາງຕອນໄດ້ຍົກໃຫ້ເຫັນປະຫວັດສາດແຫ່ງຕົ້ນກໍາເນີດຂອງກອງທັບປະຊາຊົນລາວ, ເຊິ່ງກ່ອນໜ້ານີ້ 70 ປີ ຄືວັນທີ 20 ມັງກອນ 1949
ກອງທັບລາວອິດສະຫຼະ ເຊິ່ງແມ່ນຕົ້ນກໍາເນີດຂອງກອງທັບປົດປ່ອຍໃນເມື່ອກ່ອນ ຫຼື ກອງທັບປະຊາຊົນລາວໃນປັດຈຸບັນໄດ້ຮັບການສ້າງຕັ້ງຂຶ້ນຢູ່ເຂດທີ່ໝັ້ນຕາແສງລາວ
ຮຸ່ງ-ພຽງສາ, ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ບັນຊາໂດຍກົງນັ້ນເປັນເຫດການສໍາຄັນອັນຫນຶ່ງ, ເປັນບາດ
ລ້ຽວທີ່ເປັນລັກສະນະຕັດສິນໃນພາລະກິດຕໍ່ສູ້ປົດປ່ອຍຊາດພາຍໃຕ້ການນໍາພາຂອງພັກເຮົາ, ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນກອງທັບ ເຮົາກໍໄດ້ຜະເຊີນໜ້າກັບສັດຕູໂຕ
ຮ້າຍກາດທີ່ມີກໍາລັງແຮງເໜືອກວ່າ ນັບທັງດ້ານກຳລັງພົນອາວຸດຍຸດໂທປະກອນທີ່ທັນສະໄໝກວ່າ ແຕ່ດ້ວຍນໍ້າໃຈຮັກຊາດອັນສູງສົ່ງ ແລະ ການສືບທອດມູນເຊື້ອພິລະ
ອາດຫານບໍ່ຍອມຈໍານົນຂອງບັນພະບູລຸດ ແລະ ຊົນເຊື້ອຊາດລາວກອງທັບເຮົາໄດ້ດໍາເນີນການຕໍ່ສູ້ຢ່າງພິລະອາດຫານ ແລະ ຍາດໄດ້ໄຊຊະນະເປັນກ້າວໆມາ, ຜ່ານການ
ເຝິກຝົນຫຼໍ່ຫຼອມ ແລະ ທົດສອບໃນແປວໄຟສົງຄາມຕໍ່ສູ້ເພື່ອຍາດເອົາເອກະລາດແຫ່ງຊາດ, ໃນສະພາບແວດລ້ອມ ແລະ ເງື່ອນໄຂຫຍຸ້ງຍາກລໍາບາກທີ່ສຸດນັ້ນກອງທັບເຮົາ
ໄດ້ສ້າງວີລະກຳອັນລໍ້າເລີດຫຼາຍປະການ, ສ້າງປະຫວັດສາດຍຸກໃໝ່ ແລະ ມູນເຊື້ອວີລະຊົນຂອງຊາດລາວວີລະຊົນຢ່າງສະຫງ່າງາມ.


ພິທີສວນສະໜາມຂອງກ້ອນກຳລັງແລະພາຫະນະຕ່າງໆຂອງແຕ່ລະເຫຼົ່າຮົບໃນກອງທັບປະຊາຊົນລາວ

     ຕະຫຼອດໄລຍະ 70 ປີຜ່ານມາ ພັກໄດ້ເອົາໃຈໃສ່ນໍາພາ ແລະ ສຶກສາອົບຮົມກໍ່ສ້າງກອງທັບເຮົາ, ວາງແນວທາງຍຸດທະສາດ, ຍຸດໂທບາຍຢ່າງປະດິດສ້າງສອດຄ່ອງກັບ
ສະພາບການໃນແຕ່ລະໄລຍະແທດເໝາະກັບເງື່ອນໄຂ, ຈຸດພິເສດຂອງກອງທັບເຮົາ, ຕາມແນວທາງການທະຫານຂອງພັກ, ອັນສໍາຄັນແມ່ນໄດ້ວາງຍຸດທະສາດການຕໍ່ສູ້
ຢ່າງຖືກຕ້ອງ ແລະ ຍຸດໂທບາຍທີ່ຄ່ອງແຄ່ວ, ມີໄຫວພິກ, ນໍາໃຊ້ ແລະ ສົມທົບບັນດາຮູບການຕໍ່ສູ້ຢ່າງຊໍານິຊໍານານ, ພວກເຮົາເອກອ້າງທະນົງໃຈທີ່ເຫັນວ່າພາຍໃຕ້ການນໍາ
ພາຂອງພັກ, ພະນັກງານ-ນັກຮົບໃນກອງທັບປະຊາຊົນລາວໄດ້ເສີມຂະຫຍາຍມູນເຊື້ອຕໍ່ສູ້ເດັດດ່ຽວ, ພິລະອາດຫານບໍ່ຍອມຈໍານົນ “ຍາກປານໃດກໍບຸກ, ທຸກປານໃດກໍສູ້,
ເຖິງຈະເສຍສະຫຼະກໍບໍ່ຫວາດຫວັ່ນ, ຍາມໃດກໍຕອບສະໜອງຕາມຄວາມຮຽກຮ້ອງຂອງພັກດ້ວຍຄວາມຈົງຮັກພັກດີ, ຊື່ສັດບໍລິສຸດ ແລະ ເດັດດ່ຽວໜຽວແໜ້ນ”, ກອງທັບ
ເຮົາຍາມໃດກໍອີງໃສ່ປະຊາຊົນ, ເຮັດທຸກສິ່ງທຸກຢ່າງເພື່ອຜົນປະໂຫຍດຂອງປະຊາຊົນດ້ວຍຄວາມບໍລິສຸດໃຈ, ຍ້ອນແນວນັ້ນ ຈຶ່ງໄດ້ຮັບຄວາມເອົາໃຈໃສ່ເບິ່ງແຍງ, ຖະໜອມ
ຫອມຮັກ ແລະ ອູ້ມຊູຊ່ວຍເຫຼືອຈາກປະຊາຊົນບັນດາເຜົ່າອັນໄດ້ເປັນບໍ່ເກີດຂອງກໍາລັງແຮງທີ່ບໍ່ເຫືອດແຫ້ງຈັກເທື່ອ “ກອງທັບປະຊາຊົນລາວສົມແລ້ວທີ່ເປັນກອງທັບວີລະຊົນ
ຂອງຊາດລາວວີລະຊົນ”.

     ຈາກນັ້ນກໍໄດ້ເລີ່ມພິທີສວນສະໜາມຂອງກ້ອນກຳລັງ ແລະ ພາຫະນະຕ່າງໆຂອງແຕ່ລະເຫຼົ່າຮົບໃນກອງທັບປະຊາຊົນລາວ, ໂດຍເລີ່ມຈາກຂະບວນລົດຂອງພະນັກງານ
ປະຕິວັດອາວຸໂສ, ຕາມດ້ວຍກ້ອນທຸງໄຊກອງທັບປະຊາຊົນລາວ, ກ້ອນກອງທັບລາວອິດສະຫຼະ, ກ້ອນກຳລັງກອງທັບປົດປ່ອຍປະຊາຊົນລາວ, ກ້ອນກຳລັງໄຟເພດຍິງ 769,
ກ້ອນນາຍທະຫານບົກ, ກ້ອນນາຍທະຫານອາກາດ, ກ້ອນນາຍທະຫານຊາຍແດນ, ກ້ອນທະຫານຮາບ, ກ້ອນທະຫານຕີພິເສດ, ກ້ອນທະຫານລົດຕັງ-ຍານເກາະ, ກ້ອນທະ
ຫານປືນໃຫຍ່ໜ້າດິນ, ກ້ອນທະຫານປ້ອງກັນອາກາດ, ກ້ອນທະຫານຊ່າງແສງ, ກ້ອນທະຫານສື່ສານ, ເຫຼົ່າຮົບເສນາຮັກ, ກ້ອນທະຫານທ້ອງຖິ່ນ, ກ້ອນກຳລັງກອງຫຼອນ,
ກ້ອນກຳລັງປ້ອງກັນຕົວ ແລະ ຂະບວນພາຫະນະປະກອບເຫຼົ່າຮົບຕ່າງໆເຊັ່ນ: ຂະບວນລົດທະຫານຮາບ-ຍານເກາະ, ຂະບວນລົດເຫຼົ່າຮົບລົດຕັງ-ຍານເກາະ, ຂະບວນລົດ
ເຫຼົ່າຮົບປືນໃຫຍ່ໜ້າດິນ, ຂະບວນລົດເຫຼົ່າຮົບປ້ອງກັນອາກາດ, ຂະບວນລົດເຫຼົ່າຮົບຊ່າງແສງ ແລະ ກ້ອນກອງແກວົງກອງທັບປະຊາຊົນລາວ. ສ່ວນການສະແດງທາງອາ
ກາດມີການສະແດງຝູງບິນ Mi-17 ຈຳນວນ 3 ລຳປະກອບທຸງຊາດ, ທຸງພັກ ແລະ ທຸງກາ 70 ປີ ກອງທັບປະຊາຊົນລາວ, ຝູງບິນ LE-500 ຈຳນວນ 5 ລຳ, Yark 130
ຈໍານວນ 3 ລໍາ ແລະ ການສະແດງໂດດຈ້ອງທາງອາກາດມີທະຫານໂດດຈ້ອງ ຈຳນວນ 50 ກວ່າສະຫາຍ, ເຊິ່ງແຕ່ລະກ້ອນກໍາລັງສວນສະໜາມຂອງແຕ່ລະເຫຼົ່າຮົບແມ່ນ
ມີຄວາມເປັນເອກະພາບສວຍງາມ, ມີຄວາມເຂັ້ມແຂງຈຶກຈັກສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງແຕ່ລະເຫຼົ່າຮົບໃນກອງທັບປະ
ຊາຊົນລາວເຮົາ ໂດຍຜ່ານການຊຸບຫຼໍ່ກໍ່ສ້າງໃຫ້ກາຍເປັນກອງທັບປະຕິວັດ, ມີແບບແຜນ ແລະ ທັນສະໄໝ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ
ສ້າງສາພັດທະນາປະເທດຊາດ ກ້າວຂຶ້ນຕາມເສັ້ນທາງສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.