ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມື້ນີ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 824 ກໍລະນີ


     ອີງຕາມ ການຖະແຫລງ ຂອງ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານວ່າ:
ສະພາບການລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 19 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19
ທັງໝົດ 5.231ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 824 ຄົນ (ຕິດເຊື້ອພາຍໃນ ມີ 823 ຄົນ ແລະ ຕິດເຊື້ອນໍາເຂົ້າ 01 ຄົນ).

     ສຳລັບ ຂໍ້ມູນໂດຍຫຍໍ້ ກ່ຽວກັບ ການຕິດເຊື້ອພາຍໃນໃໝ່ ທັງໝົດ 823 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 299 ຄົນ 2. ບໍ່ແກ້ວ 93 ຄົນ 3. ອຸດົມໄຊ 72 ຄົນ 4. ຫຼວງພະບາງ 70 ຄົນ 5. ແຂວງວຽງຈັນ 59 ຄົນ 6. ຫຼວງນໍ້າທາ 41 ຄົນ 7.
ໄຊຍະບູລີ 27 ຄົນ 8. ຊຽງຂວາງ 27 ຄົນ 9. ຈຳປາສັກ 21 ຄົນ 10. ໄຊສົມບູນ 21 ຄົນ 11. ຄຳມ່ວນ 20 ຄົນ 12. ສະຫວັນນະເຂດ 18 ຄົນ 13.
ເຊກອງ 18 ຄົນ 14. ຜົ້ງສາລີ 14 ຄົນ 15. ອັດຕະປື 14 ຄົນ 16. ບໍລິຄຳໄຊ 6 ຄົນ 17. ສາລະວັນ 2 ຄົນ 18. ຫົວພັນ 1 ຄົນ ສ່ວນການຕິດເຊື້ອນໍາ
ເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 1 ຄົນ ຈາກ ແຂວງຄໍາມ່ວນ.

     ມາຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢູ່ໃນ ສປປ ລາວ ທັງໝົດ 99.396 ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 881 ຄົນ, ກໍາລັງປິ່ນປົວ
12.298 ຄົນ ແລະ ເສຍຊີວິດສະສົມທັງໝົດ 274 ຄົນ(ໃໝ່ 1 ຄົນ). ຂໍ້ມູນເບື້ອງຕົ້ນ ຜູ້ເສຍຊີວິດໃໝ່ 1 ຄົນ, ລາຍລະອຽດດັ່ງນີ້: 1. ເພດຍິງ ອາຍຸ ອາຍຸ
62  ປີ,ຜູ້ເຖົ້າ , ບ້ານອອ້ມ, ເມືອງນາແລ  , ແຂວງຫຼວງນໍ້າທາ ເຂົ້າໂຮງໝໍ: 15/12/2021 ມີພະຍາດປະຈໍາຕົວ ຄວາມດັນເລືອດສູງ, ເບົາຫວານ, ພະຍາດ
ໄຂ່ຫຼັງຊຸດໂຊມ, ບໍ່ໄດ້ຮັບການສັກວັກຊີນ, ຮອດເວລາ 24:30 ໂມງ ຂອງວັນທີ 19/12/2021 ຄົນເຈັບໄດ້ເສຍຊິວິດ.

     ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບ ມານະທີ່ນີ້ດ້ວຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 21/12/2021