ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ພະລາທິການກອງທັບເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງ
ທົ່ວກອງທັບ ຄັ້ງທີ VIII


ສະຫາຍ ພົນຈັດຕະວາ ບຸນສູງ ຢາທໍ່ຕູ້ ກຳມະການຄະນະພັກອົງການກົມໃຫຍ່ ຮອງຫົວໜ້າ ກົມໃຫຍ່ພະລາທິການກອງທັບເປັນປະທານ

     ໃນວັນທີ 15 ຕຸລາ ນີ້, ທີ່ສະໂມສອນ ກົມໃຫຍ່ພະລາທິການກອງທັບ, ໄດ້ຈັດຕັ້ງເຜີຍແຜ່ເຊື່ອມ ຊຶມມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກອງ
ທັບ ຄັ້ງທີ VIII ຂຶ້ນ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນສູງ ຢາທໍ່ຕູ້, ກຳມະການຄະນະພັກອົງການກົມໃຫຍ່, ຮອງຫົວ ໜ້າ
ກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ສະມາຊິກແມ່ຍິງກົມກອງອ້ອມຂ້າງ ກົມໃຫຍ່ພະລາທິການກອງທັບ ເຂົ້າຮ່ວມ.

     ຈຸດປະສົງໃນການຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດາເອກະສານກ່ຽວກັບມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ VIII. ໃນຄັ້ງນີ້, ກໍເພື່ອ
ເຮັດໃຫ້ພະນັກງານ-ນັກຮົບເວົ້າລວມ, ເວົ້າສະເພາະສະມາຊິກສະຫະພັນແມ່ຍິງທົ່ວ ກົມໃຫຍ່ພະລາທິການກອງທັບ, ໄດ້ຮັບຮູ້, ເຊື່ອມຊຶມ ແລະ ເຂົ້າໃຈແຕ່
ລະເນື້ອໃນຂອງມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ VIII ທີ່ວາງອອກ. ເພື່ອພ້ອມກັນເຊີດຊູຄວາມເປັນແບບຢ່າງນຳໜ້າໃນທຸກດ້ານ,
ເພີ່ມທະວີຄວາມສາມັກຄີເປັນເອກະພາບເຂົ້າຮ່ວມຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມ, ຄວາມເປັນເອກະພາບໃນການຮັບຮອງເອົາບັນດາ
ເນື້ອໃນທີ່ສຳຄັນ, ຮັບຮອງເອົາເນື້ອໃນບົດລາຍງານການເມືອງຂອງສະຫະພັນແມ່ຍິງທົ່ວກອງທັບ, ໂດຍການສະຫຼຸບຕີລາຄາຢ່າງພາວະວິໄສຕໍ່ຜົນງານການ
ເຄື່ອນໄຫວຂອງຄະນະນຳແມ່ຍິງ, ສະມາຊິກສະຫະພັນແມ່ຍິງ ໃນການຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມ, ໃນ 8 ແຜນງານ 29 ໂຄງການພັດທະ
ນາແມ່ຍິງກອງທັບ, ເຊິ່ງໄດ້ຕິດພັນກັບການປະກອບສ່ວນໃນການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດ ວາງ
ອອກ. ພ້ອມນີ້, ກໍຍັງໄດ້ໃຫ້ຮູ້ເຖິງເນື້ອໃນບົດສະຫຼຸບການຈັດຕັ້ງປະຕິບັດແຜນ ພັດທະນາສະຫະພັນແມ່ຍິງ ກະຊວງປ້ອງກັນປະເທດ ໃນໄລຍະ 5 ປີ
(2015-2020) ແລະ ແຜນພັດທະນາໄລຍະ 5 ປີ ໃນຕໍ່ໜ້າ (2021-2025) ເຊິ່ງລວມມີ 4 ຄາດໝາຍສູ້ຊົນ ແລະ 4 ທິດທາງລວມ ເຊິ່ງເປັນການວາງ
ມາດຕະການ ແລະ ວິທີການຈັດຕັ້ງປະຕິບັດ ເພື່ອເຮັດສຳເລັດໜ້າທີ່ວຽກງານໃນຊຸມປີຕໍ່ໜ້າບັນລຸໄດ້ຕາມຄາດໝາຍທີ່ວາງໄວ້.

     ໃນໂອກາດດຽວກັນ, ຍັງໄດ້ເຜີຍແຜ່ເຊື່ອມຊຶມເນື້ອໃນບົດຄໍາເຫັນໂອ້ລົມຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ, ກໍາມະການສູນກາງພັກ, ປະທານ
ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ບົດຄໍາເຫັນຂອງ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ, ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະ
ຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ ຕໍ່ກອງປະຊຸມດັ່ງກ່າວ, ທັງນີ້, ກໍເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ເອື້ອຍນ້ອງສະຫະພັນແມ່
ຍິງທົ່ວກອງທັບ, ເວົ້າລວມ,ເວົ້າສະເພາະເອື້ອຍນ້ອງສະຫະພັນແມ່ຍິງທົ່ວກົມໃຫຍ່ພະລາທິການກອງທັບໄດ້ນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ.