ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບປະຊາຊົນລາວ ​ແລະ ກອງທັບຣາຊະອານາຈັກໄທ
ຈັດ​ກອງປະຊຸມທາງໄກປຶກສາຫາລືສ້າງກິດຈະກຳຕ່າງໆຮ່ວມ​ກັນ


     ໃນວັນທີ 18 ກັນຍາ 2020 ນີ້, ຢູ່ທີ່ຫ້ອງປະຊຸມ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມທາງໄກປຶກສາຫາລືກ່ຽວກັບວຽກງານ
ການສ້າງກິດຈະກຳຕ່າງໆລະຫວ່າງ ກອງທັບປະຊາຊົນລາວກັບກອງທັບຣາຊະອານາຈັກໄທ, ໂດຍການເຂົ້າຮ່ວມຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງ
ລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ແລະ ທ່ານ ພົນເອກ ພອນພິພັກ ເບັນຍະສີ ຜູ້ບັນຊາການທະ
ຫານສູງສຸດແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ແລະ ວິຊາການທີ່ກ່ຽວ ຂ້ອງສອງຝ່າຍເຂົ້າຮ່ວມ.

     ໃນການຈັດກອງປະຊຸມທາງໄກຄັ້ງນີ້, ສອງຝ່າຍໄດ້ຮ່ວມກັນປຶກສາຫາລືຄົ້ນຄວ້າແກ້ໄຂບັນຫາ ແລະ ພັດທະນາວຽກງານໃນດ້ານຕ່າງໆ ລວມທັງເປັນ
ການສ້າງຄວາມໄວ້ວາງໃຈເຊິ່ງກັນ ແລະ ກັນໃນຂົງເຂດວຽກງານການຮ່ວມມືສ້າງກິດຈະກຳຮ່ວມກັນ ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້ ເຊິ່ງກິດຈະກຳທີ່ຈະຈັດຮ່ວມ
ກັນ ປະກອບມີ: ການຮ່ວມມືແລກປ່ຽນທາງດ້ານວັດທະນະທໍາ ແລະ ການແຂ່ງຂັນກີລາ ໂດຍ ກອງທັບຣາຊະອານາຈັກໄທ ສະເໜີຂໍເປັນເຈົ້າພາບ ໃນນັ້ນ
ກີລາທີ່ຈະຮ່ວມກັນແຂ່ງຂັນມີ 2 ປະເພດ ຄື: ກີລາກ໋ອບ ແລະ ກີລາເຕະບານ. ນອກນີ້ ສອງຝ່າຍໄດ້ພ້ອມກັນຄົ້ນຄວ້າໃນການຮ່ວມທາງດ້ານການແພດທະ
ຫານ ໂດຍອີງໃສ່ບົດບັນທຶກຂອງ ຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 26 ແລະ ຝ່າຍລາວ
ຍິນດີເຊື້ອເຊີນໜ່ວຍງານດ້ານການແພດທະຫານ ກອງທັບໄທເດີນທາງມາຢ້ຽມຢາມ ແລະ ທັດສະນະສຶກສາ ຢູ່ສປປ ລາວ ຖ້າຫາກສະພາບການແຜ່ລະບາດ
ຂອງພະຍາດ ໂຄວິດ-19 ຢຸດຕິລົງ ແລະ ເຂົ້າສູ່ສະພາບການປົກກະຕິ.