
ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ເນັ້ນໃຫ້ຄະນະພັກກົມຊ່າງແສງເອົາໃຈໃສ່ 
      ວຽກງານການເມືອງແນວຄິດຕິດພັນກັບການຫັນລົງກໍ່ສ້າງພັດທະນາຈຸດສຸມ 
  

    ພົນໂທ ສຸວອນ ເລືອງບຸນມີ  ເປັນປະທານກອງປະຊຸມໃຫຍ່ຄັ້ງທີ Vlll ຂອງໜ່ວຍພັກກົມຊ່າງແສງ
     ວັນທີ 17 ພຶດສະພາ 2019 ນີ້, ໜ່ວຍພັກກົມຊ່າງແສງໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ Vlll ຂອງຕົນຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສຸວອນ ເລືອງ
    ບຸນມີ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເລຂາຄະນະພັກ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານ
    ສະມາຊິກ ແລະ ແຂກຖືກເຊີນຈາກບັນດາ 7 ຫົວໜ່ວຍກົມກອງທີ່ຂຶ້ນກັບເຂົ້າຮ່ວມ.
     ສະຫາຍ ພັນເອກ ສີພອນໄຊ ຄຳທອງເຫວີນ ຮອງເລຂາໜ່ວຍພັກ ຮອງຫົວໜ້າກົມຊ່າງແສງ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກໃນການຈັດຕັ້ງປະຕິບັດ
    ໜ້າທີ່ການເມືອງຂອງຕົນໃນຊຸມປີຜ່ານມາ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໂດຍສະເພາະວຽກງານປ້ອງກັນຊາດ-
    ປ້ອງກັນຄວາມສະຫງົບ ໂດຍຈັດຕັ້ງກຳລັງຫັນລົງກໍ່ສ້າງຮາກການຖານເມືອງປະສານສົມທົບກັບເຈົ້າໜ້າທີ່ກຸ່ມບ້ານອຳນາດການປົກຄອງທ້ອງຖິ່ນເຄື່ອນໄຫວເກັບກຳສະ
    ພາບການ ເພື່ອແກ້ໄຂຄວາມບໍ່ສະຫງົບ ກໍຄືປາກົດການຫຍໍ້ທໍ້ດ້ານຕ່າງໆຢູ່ຂອບເຂດກົມກອງຕັ້ງທັບດ້ວຍຄວາມເປັນເຈົ້າການ, ໜ່ວຍພັກໄດ້ສຶກສາອົບຮົມການເມືອງ, ນຳ
    ພາແນວຄິດເຮັດໃຫ້ພະນັກງານສະມາຊິກພັກມີຄວາມຮັບຮູ້ຕໍ່ແນວທາງນະໂຍບາຍຂອງພັກ ມີທັດສະນະຫຼັກໝັ້ນທາງດ້ານການເມືອງໜັກແໜ້ນ ມີສະຕິຕໍ່ການຈັດຕັ້ງມີ
    ຄວາມຮັບຜິດຊອບສູງ ປັດຈຸບັນໜ່ວຍພັກກົມຊ່າງແສງມີຄະນະໜ່ວຍພັກ 5 ສະຫາຍ, ແບ່ງເປັນ 5 ຈຸພັກ, ມີສະມາຊິກທັງໝົດ 29 ສະຫາຍ, ຍິງ 2 ສະຫາຍ, ສຳຮອງ 1
    ສະຫາຍ, ມີສະມາຊິກພັກແຂງ 28 ສະຫາຍ, ຈາກການຊີ້ນຳ-ນໍາພາຂອງໜ່ວຍພັກຕະຫຼອດໄລຍະຜ່ານມານັ້ນ ໜ່ວຍພັກກົມຊ່າງແສງໄດ້ຮັບການຢັ້ງຢືນຈາກຄະນະພັກຂັ້ນ
    ເທິງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 10 ສະໄໝຕິດຕໍ່ກັນ ແລະ ໄດ້ຮັບການຢັ້ງຢືນເປັນກອງປອດໃສ, ປອດໄພ, ປອດຄະດີ 4 ສະໄໝ.
     ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່, ໃນນີ້ກອງປະຊຸມຄັ້ງປະຖົມມະເລິກຂອງຄະນະພັກຊຸດ
    ໃໝ່ໄດ້ເປັນເອກະພາບເລືອກເອົາ ສະຫາຍ ພັນເອກ ວຽງໄຊ ໄຊສະໝອນ ເປັນເລຂາ, ພັນເອກ ສີພອນໄຊ ຄຳທອງເຫວີນ ເປັນຮອງເລຂາ, ພັນໂທ ບຸນສົດ ອິນສີນາ ເປັນກຳ
    ມະການກວດກາ, ພັນໂທ ບົວພາ ໄມພອນ ເປັນກຳມະການໂຄສະນາ ແລະ ພັນໂທ ບຸນທະວີ ໂພໄຊ ເປັນກຳມະການ-ການຄັງ.
     ໂອກາດນິີ້ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະໜ່ວຍພັກຊຸດໃໝ່ຂອງກົມຊ່າງແສງຕ້ອງເອົາໃຈໃສ່ດ້ານວຽກງານສຶກສາອົບຮົມ
  ການເມືອງ, ນຳພາແນວຄິດຕິດພັນກັບການຫັນລົງກໍ່ສ້າງຮາກຖານການເມືອງຢູ່ບັນດາຈຸດສຸມຂອງຕົນຮັບຜິດຊອບ, ຮັບປະກັນເຮັດໃຫ້ຂອບເຂດກົມກອງຮັບຜິດຊອບມີ
  ຄວາມສະຫງົບປອດໄພ, ຕັ້ງໜ້າປັບປຸງກໍ່ສ້າງກົມກອງໃຫ້ມີການພັດທະນາດີຂຶ້ນເລື້ອຍໆ.