ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ປະດັບຫຼຽນ​ໄຊ​ໃຫ້ ​ບໍລິສັດເປົາຫຼີເຕັກໂນໂລຢີ


ພິທີຍ້ອງຍໍໃຫ້ແກ່ ບໍລິສັດເປົາຫຼີເຕັກໂນໂລຢີສປຈີນ

     ວັນທີ 20 ເມສາ 2022 ນີ້, ທີ່ກະຊວງປ້ອງກັນປະເທດ ໄດ້ມີພິທີຍ້ອງຍໍ ໃຫ້ແກ່ ບໍລິສັດເປົາຫຼີເຕັກໂນໂລຢີ ສປ ຈີນ, ໂດຍການເປັນປະທານຂອງ
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຄະນະພັກກະຊວງ, ມີຮອງຜູ້ຈັດການໃຫຍ່
ບໍລິສັດເປົາຫຼີເຕັກໂນໂລຢີ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

     ສະຫາຍ ພັນເອກ ວັນນະວົງ ນັນທະວົງ ຫົວໜ້າກົມນະໂຍບາຍ ກົມໃຫຍ່ ການເມືອງກອງທັບ ໄດ້ຂຶ້ນຜ່ານລັດຖະດໍາລັດ ຂອງປະທານປະເທດ ແຫ່ງ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າດ້ວຍການມອບຫຼຽນໄຊ ພັດທະນາ ຊັ້ນ II ໃຫ້ບໍລິສັດເປົາຫຼີເຕັກໂນໂລຢີ ສາທາລະນະລັດ ປະຊາຊົນຈີນ
ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນທາງດ້ານທຶນຮອນ ໃຫ້ກະຊວງປ້ອງກັນປະເທດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນ
ລາວ ຄົບຮອບ 70 ປີທີ່ຜ່ານມາ. ຜົນງານດັ່ງກ່າວເປັນການປະກອບສ່ວນອັນສໍາຄັນ ໃນການສ້າງສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ສປປ
ລາວ ແລະ ສປ ຈີນ. ພ້ອມນີ້, ຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການປະດັບຫຼຽນໄຊພິລະອາດຫານ ຊັ້ນ I ໃຫ້ແກ່ຄະນະ ບໍລິສັດເປົາຫຼີເຕັກໂນໂລຢີ ສປ ຈີນ
ທີ່ມີຜົນງານປະກອບສ່ວນອຸປະຖໍາໃຫ້ ກະຊວງປ້ອງກັນປະເທດ ຈໍານວນ 4 ທ່ານ: 1. ທ່ານ ຫວັງ ຊີ້ງ ເຢ ປະທານບໍລິສັດຜູ້ຈັດການໃຫຍ່; 2. ທ່ານ ນາງ
ຈ່າງ ເຈີ ຮອງຜູ້ຈັດການໃຫຍ່; 3. ທ່ານ ກູ້ ເວີ້ຍ ທີ່ປຶກສາ ບໍລິສັດ ແລະ 4. ທ່ານ ກົວ ເຈຍ ຮາວ ຜູ້ຕາງໜ້າ ບໍລິສັດເປົາຫຼີເຕັກໂນໂລຢີ ຢູ່ ສປປ ລາວ.

     ໂອກາດດັ່ງກ່າວ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ກ່ອນອື່ນໄດ້ສະແດງຄວາມພູມໃຈທີ່ໄດ້ຕາງໜ້າການນໍາ
ພັກ-ລັດ ກໍຄືປະຊາຊົນລາວທຸກທົ່ວໜ້າທີ່ ໄດ້ປະດັບຫຼຽນໄຊພິລະອາດຫານ ຊັ້ນ I ແລະ ຫຼຽນໄຊພັດທະນາ ຊັ້ນ II ໃຫ້ແກ່ ບໍລິສັດ​ເປົາຫຼີ ເຊິ່ງມັນເປັນຂີດ
ໝາຍການເພີ່ມພູນຄູນ ສ້າງມິດຕະພາບ ລາວ-ຈີນ ທີ່ຍາມໃດ ກໍໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນມາໂດຍຕະຫຼອດ ແລະ ຈະສືບຕໍ່ເສີມຂະຫຍາຍສາຍ
ພົວພັນໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 21/04/2022