ຫົວໜ້າກົມ ວສ-ປສ ການທະຫານ ລົງເຄື່ອນໄຫວເຮັດວຽກຢູ່ແຂວງຊຽງຂວາງ
ວັນທີ 11-12 ມີນາ 2022 ນີ້. ຄະນະກົມວິທະຍາສາດ-ປະຫວັດສາດ ການທະຫານ, ຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ພາກສ່ວນທີ່ກ່ຽວ
ຂ້ອງລົງເຄື່ອນໄຫວ ເຜີຍແຜ່ຂໍ້ຕົກລົງຄະນະຊີ້ນຳ, ອານຸກຳມະການ ແຕ່ລະດ້ານ ຂອງໂຄງການກໍ່ສ້າງອະນຸສອນສະຖານ ພູກູດ ຈອມເຫຼັກ ວິລະຊົນ ແລະ ເກັບ
ກຳຂໍ້ມູນ ເພື່ອປັບປຸງ (ຖໍ້າປິວ) ແຂວງຊຽງຂວາງ ໂດຍພາຍໃຕ້ການນໍາພາຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະ
ຫວັດສາດ ການທະຫານ, ມີ ສະຫາຍ ພົນຈັດຕະວາ ຄຳມ່ວນ ເລືອງວັນຫຼ້າ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງ
ເຂົ້າຮ່ວມ.
ການລົງເຄື່ອນໄຫວໃນຄັ້ງນີ້, ເພື່ອພົບປະກັບບັນດາກົມກອງຮາກຖານ ແລະ ບັນດາເມືອງ ເພື່ອປຶກສາຫາລືການກໍ່ສ້າງ ແລະ ປັບປຸງອານຸສອນສະຖານ
ກອງພັນ ທີ່ II ຜ່າວົງປິດລ້ອມທົ່ງໄຫຫີນ ແລະ ພູກູດ ຈອມເຫຼັກ ວິລະຊົນ ແຂວງຊຽງຂວາງ, ດັ່ງນັ້ນ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ແລະ
ພາກສ່ວນທີ່ກ່ຽວຂ້ອງ ຈິ່ງໄດ້ແນະນຳໃຫ້ທາງບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງຈອນ csc ໃຫ້ຮັບຮູ້ຈຸດຮ່ອງຮອຍທາງປະຫວັດສາດ ທີ່
ສຳຄັນຕ່າງໆ ຂອງພູກູດ ຈອມເຫຼັກ ວິລະຊົນ ໄດ້ກາຍເປັນສັນຍາລັກແຫ່ງວິລະກຳປະຫວັດສາດ ທີ່ລູກຮັກ ຫຼານແພງ ຂອງປະຊາຊົນບັນດາເຜົ່າຮຸ່ນພໍ່, ຮຸ່ນ
ແມ່, ອ້າຍ, ເອື້ອຍນ້ອງ ທີມີຄວາມອົດທົນຜ່ານຜ່າທຸກຂໍ້ຫຍຸ້ງຍາກ, ເດັດດຽວໜຽວແໜ້ນ ກ້າຫານ ແລະ ເສຍສະລະເລືອດເນື້ອ, ເຫື່ອໄຄ ເພື່ອຕໍ່ສູ້ຕ້ານ
ພວກຈັກກະພັດ ທີ່ເຂົ້າມາຮຸກຮານ ເພື່ອປົກປ້ອງ ພູກູດ ປະຕູເຂົ້າທົ່ງໄຫຫີນ ຊຽງຂວາງ ຢ່າງແຂງແກ່ນ ເຊິ່ງສັດຕູກໍ່ບໍ່ກ້າເລັດລອດເຂົ້າປະຕູເຫຼັກ ແຫ່ງນີ້ ໄດ້
ສິ່ງທັງໝົດນັ້ນແມ່ນຜົນງານ ແລະ ໄຊຊະນະ ອັນຍິ່ງໃຫຍ່ໃນພາລະກິດປົດປ່ອຍປະເທດຊາດ ແລະ ກອບກູ້ແຜ່ນດິນ ອັນຄົບຖ້ວນ ມາໃຫ້ຊາດລາວ ຂອງ
ພວກເຮົາ ນອກນັ້ນ, ຍັງໄດ້ ຂຶ້ນສຳຫຼວດຖ້ຳປິວ ຢູ່ເມືອງຄຳຕື່ມ ເພື່ອເຮັດໃຫ້ສະຖານທີ່ທີ່ສຳຄັນ ຂອງແຂວງຊຽງຂວາງ ເປັນແຫຼ່ງທ່ອງທ່ຽວ ທາງປະຫວັດ
ສາດຂອງກອງທັບ ແລະ ເປັນບ່ອນ ສຶກສາອົບຮົມ ຮໍ່າຮຽນ ເອົາຄວາມຮູ້ ໃຫ້ຄົນລຸ້ນໃໝ່ໃຫ້ຮັບຮູ້ ຮອງຮອຍທາງປະຫວັດສາດ ແລະ ການຕໍ່ສູ້ກູ້ຊາດ ຂອງ
ຄົນລຸ່ນ ເກົ່າຕື່ມອີກ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 21/03/2022