ກອງປະຊຸມຜູ້ບັນຊາການ ທະຫານສູງສຸດອາຊຽນ ຄັ້ງທີ 19
ໃນລະຫວ່າງວັນທີ 16-18 ມີນາ 2022 ນີ້, ທ່ານ ພົນຕີ ຄຳລຽງ ອຸທະໄກສອນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາ
ທິການກອງທັບ, ພ້ອມຄະນະຜູ້ແທນຈາກ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມ ກອງປະຊຸມຜູ້ບັນຊາການທະຫານສູງສຸດອາ
ຊຽນ ຄັ້ງທີ 19 ທີ່ ນະຄອນຫຼວງ ພະນົມເປັນ, ຣາຊະອານາຈັກກຳປູເຈຍ ພາຍໃຕ້ ການເປັນປະທານຂອງທ່ານ ພົນເອກ ວົງປີເຊັນ ຜູ້ບັນຊາການທະຫານ
ສູງສຸດ ຂອງກອງທັບແຫ່ງ ຣາຊະອານາຈັກກໍາປູເຈຍ ແລະ ມີ ບັນດາຜູ້ບັນຊາການ ແລະ ຜູ້ຕາງໜ້າຈາກ 10 ປະເທດສະມາຊິກ ອາຊຽນເຂົ້າຮ່ວມ.
ກອງປະຊຸມ ດັ່ງກ່າວ ເປັນກອງປະຊຸມແບບ ເຊິ່ງໜ້າຄັ້ງທຳອິດ ນັບຕັ້ງແຕ່ມີພະຍາດ ໂຄວິດ-19 ລະບາດ. ຈຸດປະສົງຫຼັກຂອງກອງປະຊຸມ ໃນປີນີ້ ແມ່ນ
ເພື່ອຮັບຟັງການລາຍງານຜົນສຳເລັດຂອງກອງປະຊຸມຫົວໜ້າສືບຂ່າວທະຫານອາຊຽນ ຄັ້ງທີ 19 ແລະ ກອງປະຊຸມຫົວໜ້າສູ້ຮົບອາຊຽນ ຄັ້ງທີ 12, ແລກ
ປ່ຽນທັດສະນະກ່ຽວກັບສະພາບທາງດ້ານຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນ ພາຍໃຕ້ຫົວຂໍ້ “ຄວາມສາມັກຄີເພື່ອຄວາມໝັ້ນຄົງທີ່ກົມກຽວ”; ຮັບ
ຮອງເອົາຂໍ້ລິເລີ່ມໃໝ່ວ່າດ້ວຍ ການແລກປ່ຽນນາຍທະຫານສືບ ຂ່າວໜຸ່ມອາຊຽນ, ແຜນວຽກທະ ຫານອາຊຽນ 2 ປີ ແລະ ຖະແຫຼງ ການຮ່ວມຂອງກອງ
ປະຊຸມຜູ້ບັນຊາການທະຫານສູງສຸດ ຄັ້ງທີ 19.
ໃນກອງປະຊຸມຄັ້ງນີ້, ບັນດາຜູ້ບັນຊາການທະຫານສູງສຸດ ໄດ້ພ້ອມກັນແລກປ່ຽນສະພາບ ກ່ຽວກັບສິ່ງທ້າທາຍທາງດ້ານ ຄວາມໝັ້ນຄົງທີ່ພົ້ນເດັ່ນເປັນ
ຕົ້ນແມ່ນຜົນກະທົບຂອງພະຍາດ ລະບາດ ໂຄວິດ-19, ໄພພິບັດທຳມະຊາດ, ການກໍ່ການຮ້າຍ, ອາຊະຍາກຳຂ້າມຊາດ, ຄວາມໝັ້ນຄົງ ທາງໄຊເບີ້ ແລະ
ອື່ນໆ. ສະນັ້ນ, ອາຊຽນ ຈຶ່ງມີຄວາມຈຳເປັນ ທີ່ຈະຕ້ອງເພີ່ມທະວີການຮ່ວມມື ທັງໃນຮູບແບບສອງຝ່າຍ ແລະ ຫຼາຍຝ່າຍ, ຮັດແໜ້ນຄວາມສາມັກຄີ ແລະ
ຮັກສາຄວາມເປັນແກນກາງຂອງອາຊຽນ ເພື່ອເຮັດ ໃຫ້ອາຊຽນ ສາມາດຮັບມື ແລະ ແກ້ໄຂບັນຫາສິ່ງທ້າທາຍເຫຼົ່ານີ້ ໄດ້ຢ່າງມີປະສິດທິພາບ ເພື່ອເຮັດ ໃຫ້
ພາກພື້ນມີສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ. ກອງປະຊຸມປິດລົງດ້ວຍການມອບໂອນການເປັນປະທານ ກອງປະຊຸມໃຫ້ ອິນໂດເນເຊຍ ໃນ
ຖານະທີ່ຈະເປັນເຈົ້າພາບຈັດ ຕັ້ງກອງປະຊຸມຜູ້ບັນຊາການທະ ຫານສູງສຸດອາຊຽນ ຄັ້ງທີ 20 ແລະ ບັນດາກອງປະຊຸມປິ່ນອ້ອມ ອື່ນໆໃນປີ 2023.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 21/03/2022