ກອງປະຊຸມສະຫຼຸບວຽກງານ ປກຊ-ປກສ 4 ແຂວງພາກໃຕ້ ແລະ 1 ກອງພົນ ປະຈຳປີ 2021
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນ
ຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ
ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 4 ແຂວງ, 1 ກອງພົນ (ແຂວງຈໍາປາສັກ, ສາລະວັນ, ເຊກອງ, ອັດຕະປື ແລະ ກອງ
ພົນທີ 5) ປະຈຳປີ 2021 ແລະ ວາງທິດທາງແຜນການ ວຽກງານຈຸດສຸມ ປີ 2022 ທີ່ແຂວງຈໍາປາສັກ ເປັນເຈົ້າພາບໄດ້ຈັດຂຶ້ນ ໃນວັນທີ 18 ກຸມພາ
2022 ນີ້, ທີ່ກອງບັນ ຊາການທະຫານແຂວງຈຳປາສັກ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມ
ການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ
ກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຫ້ອງວ່າການສູນກາງພັກ, ກະຊວງປ້ອງກັນປະເທດ, ກະຊວງປ້ອງ
ກັນຄວາມສະຫງົບ, ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ, ປະທານ, ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 4 ແຂວງ, ຄະນະ
ພັກ-ຄະນະບັນຊາກອງພົນທີ 5, ກອງບັນຊາການທະຫານແຂວງ, ກອງບັນຊາການ ປກສ ແຂວງ, ບັນດາເຈົ້າເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນ
ແຂວງເຂົ້າຮ່ວມ.
ສະຫາຍ ວິໄລວົງ ບຸດດາຄໍາ ປະທານຄະນະກໍາມະການ ປກຊ-ປກສ ແຂວງ, ເຈົ້າແຂວງໆ ຈໍາປາສັກ ໄດ້ຂຶ້ນກ່າວເປີດກອງປະຊຸມ ຢ່າງເປັນທາງການ.
ຈາກນັ້ນ ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ຮອງປະທານ, ຜູ້ປະຈໍາການຄະນະກໍາມະການ ປກຊ-ປກສ ແຂວງ, ຫົວໜ້າການທະຫານກອງບັນຊາ
ການທະຫານ ແຂວງຈໍາປາສັກ ໄດ້ຜ່ານບົດສະຫຼຸບຕີລາຄາສະພາບການເຄື່ອນໄຫວວຽກງານ ປກຊ-ປກສ ໃນໄລຍະຜ່ານມາ ໂດຍພາຍໃຕ້ການຊີ້ນຳ-ນຳ
ພາຂອງພັກ, ລັດຖະບານ ກໍຄືຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຕ່ລະຂັ້ນ, ຄະນະພັກ-ຄະນະບັນຊາ ກຳລັງປະກອບອາວຸດ, ກຳລັງ
ຫຼວງ ແລະ ກຳລັງທ້ອງຖິ່ນໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງປ້ອງ
ກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ມະຕິກອງປະຊຸມໃຫຍ່ຂອງຄະນະບໍລິຫານງານພັກ 4 ແຂວງ ແລະ ມະຕິກອງປະຊຸມວຽກງານປ້ອງກັນຊາດ-
ປ້ອງກັນຄວາມສະຫງົບ 4 ແຂວງ, 1 ກອງພົນ ປະຈຳປີ 2021 ຜ່ານມາ, ເຊິ່ງສາມາດຍາດໄດ້ຜົນງານຫຼາຍດ້ານ ເປັນຕົ້ນແມ່ນພວກເຮົາສາມາດຮັກສາ
ໄດ້ສະຖຽນລະພາບ, ຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ລະບົບການຈັດຕັ້ງນັບແຕ່ຂັ້ນຮາກຖານ, ເມືອງ ແລະ
ແຂວງ ໄດ້ມີການປັບປຸງ, ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບກໍາລັງ ປກຊ-ປກສ ແລະ ປະຊາຊົນບັນດາເຜົ່ານັບມື້ດີຂຶ້ນ, ກຳລັງ ປກຊ-ປກສ ໄດ້ມີ
ການເຕີບໃຫຍ່ເຂັ້ມແຂງ ແລະ ນັບມື້ທັນສະໄໝຂຶ້ນເປັນກ້າວໆ. ພ້ອມກັນນີ້, ຄະນະພັກ-ຄະນະບັນຊາແຕ່ສູນກາງຮອດທ້ອງຖິ່ນ ຍັງໄດ້ສຸມໃສ່ຊີ້ນໍາຢ່າງ
ໃກ້ຊິດຕໍ່ວຽກງານດັ່ງກ່າວຢູ່ 4 ແຂວງ ຢ່າງແຂງແຮງ ເປັນຂະບວນຟົດຟື້ນກວ້າງຂວາງ ແລະ ຕໍ່ເນື່ອງ. ສັງລວມແລ້ວການເຄື່ອນໄຫວປະຕິບັດໜ້າທີ່ການ
ເມືອງຂອງກໍາລັງ ປກຊ-ປກສ ສາມາດປະຕິບັດໜ້າທີ່ອັນມີກຽດຂອງຕົນທີ່ ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ມີຜົນສໍາເລັດ. ໃນກອງປະຊຸມ, ຜູ້
ເຂົ້າຮ່ວມໄດ້ພ້ອມກັນປະກອບຄວາມຄິດເຫັນ, ປຶກສາຫາລືບັນຫາຕ່າງໆ ທີ່ເກີດຂຶ້ນໃນໄລຍະຜ່ານມາຢູ່ບັນດາແຂວງ, ຍົກໃຫ້ເຫັນສະພາບການລວມ,
ຜົນງານ ແລະ ຂໍ້ຫຍຸ້ງຍາກຕ່າງໆ ໂດຍສະເພາະບັນຫາທີ່ຍັງຄົງຄ້າງ ເພື່ອສືບຕໍ່ປັບປຸງແກ້ໄຂໃຫ້ດີຂຶ້ນ.
ໂອກາດດັ່ງກ່າວ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຫຼາຍບັນຫາທີ່ສໍາຄັນ ຕໍ່ຄະນະນໍາຂອງແຂວງ,
ຄະນະພັກ-ຄະນະບັນຊາ ບັນດາກົມກອງ ໃຫ້ເພີ່ມທະວີຄວາມເປັນເຈົ້າການນໍາພາ-ຊີ້ນໍາ ຕໍ່ຂົງເຂດວຽກງານດັ່ງກ່າວໃຫ້ແຂງແຮງ, ມີຈຸດສຸມຕາມທິດຊີ້ນໍາ
ຂອງຂັ້ນເທິງ, ເອົາໃຈໃສ່ຊີ້ນໍາກໍາລັງກໍ່ສ້າງຮາກຖານການເມືອງ ໃຫ້ເຄື່ອນໄຫວຕາມພາລະບົດບາດຂອງຕົນຢ່າງແຂງແຮງກວ່າເກົ່າ, ກໍາແໜ້ນ, ຕິດຕາມ
ກວດກາ, ສຶກສາອົບຮົມເປົ້າໝາຍ ແລະ ມີມາດຕະການຕໍ່ຜູ້ກະທໍາຜິດຢ່າງເດັດຂາດ, ພະນັກງານແຕ່ລະຂັ້ນຕ້ອງເຊື່ອມຊຶມກໍາແໜ້ນໜ້າທີ່ການເມືອງຂອງ
ຕົນ, ມີຄວາມເປັນເອກະພາບກັບແຜນການ ພ້ອມທັງຫັນເອົາແຜນການດັ່ງກ່າວມາຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ, ມີຄວາມຕັດສິນໃຈສູງກ້າ
ຄິດ, ກ້າເຮັດ, ກ້າຮັບຜິດຊອບຕໍ່ຜົນໄດ້ຜົນເສຍ. ການກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ ຮອບດ້ານຕິດພັນກັບວຽກງານ 3 ສ້າງ, ແກ້ໄຂສະ
ພາບຄວາມບໍ່ສະຫງົບໃຫ້ຂາດຕົວ, ສ້າງໃຫ້ເປັນກໍາລັງຫຼັກແຫຼ່ງທີ່ເຂັ້ມແຂງ, ຖືເອົາການສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ເອົາການພັດທະ
ນາເສດຖະກິດ-ສັງຄົມເປັນໃຈກາງ, ແຕ່ລະແຂວງຕ້ອງກໍານົດລະອຽດຈະແຈ້ງບັນດາວຽກງານຈຸດສຸມທີ່ຕ້ອງໄດ້ປະຕິບັດໃນແຕ່ລະໄລຍະ ໂດຍສະເພາະບັນ
ຫາຄົງຄ້າງທີ່ຍັງເຮັດບໍ່ທັນສໍາເລັດ, ມີການປະສານສົມທົບຢ່າງກົມກຽວລະຫວ່າງຂະແໜງການຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ເພື່ອຮັບປະກັນການປະຕິ
ບັດແຜນການໃຫ້ມີຄຸນນະພາບ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 21/02/2022