ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ສໍາເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີ
ປ້ອງກັນປະເທດ ອາຊຽນ-ວົງແຄບ ແລະ ອາຊຽນ-ບວກ ຄັ້ງທີ 6


     ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສໍາເລັດການເດີນທາງເຂົ້າຮ່ວມ ກອງປະຊຸມ
ລັດຖະມົນຕີ ປ້ອງກັນປະເທດ ອາຊຽນ-ວົງແຄບ ແລະ ກອງປະຊຸມ ລັດຖະມົນຕີ ປ້ອງກັນປະເທດ ອາຊຽນ-ບວກ ຄັ້ງທີ 6 ຢູ່ບາງກອກ ຣາຊາອານາຈັກໄທ ໃນລະຫວ່າງ ວັນ
ທີ 16-18 ພະຈິກ 2019 ນີ້.

     ສໍາລັບກອງປະຊຸມ ລັດຖະມົນຕີ ປ້ອງກັນປະເທດ ອາຊຽນ-ວົງ ແຄບໄດ້ຈັດຂື້ນໃນ ວັນທີ 18 ພະຈິກ 2019 ພາຍໃຕ້ການເປັນປະທານຂອງ ທ່ານ ພົນເອກ ປະວິດ ວົງ
ສຸວັນ ຮອງນາຍົກລັດຖະມົນຕີ ປະທານກອງປະຊຸມລັດຖະມົນຕີ ປ້ອງກັນປະເທດ ອາຊຽນ ປະຈໍາປີ 2019. ໂດຍ ມີທ່ານ ເລຂາທິການໃຫຍ່ ອາຊຽນ ພ້ອມດ້ວຍບັນດາ
ທ່ານ ລັດຖະມົນຕີ ກະຊວງປ້ອງກັນປະເທດ ຈາກບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.

     ໃນວາລະດໍາເນີນກອງປະຊຸມບັນດາ ລັດຖະມົນຕີ ປ້ອງປະເທດ ອາຊຽນ ແລະ ຄວາມໝັ້ນຄົງທີ່ ປະກອບດ້ວຍ ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມຽນມາ, ມາ
ເລເຊຍ, ຟີລິບປິນ, ສິງກະໂປ, ຫວຽດນາມ ແລະ ໄທ ໄດ້ຕີລາຄາສູງຕໍ່ບົດບາດການຮ່ວມມືຂອງ ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນ ວົງແຄບປະຈຳປີ ເຊິ່ງ
ໄດ້ແລກປ່ຽນທັດສະນະຕໍ່ສະພາບການຂອງພາກພື້ນ ແລະ ສາກົນທີ່ສົ່ງຜົນ ກະທົບຕໍ່ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນອາຊຽນ, ສິ່ງທ້າທາຍເກົ່າ ທີ່ອາຊຽນ
ປະເຊີນໜ້າຢູ່ແມ່ນຍັງບໍ່ທັນມີຫຍັງປ່ຽນແປງ ເຊັ່ນ: ອາດສະຍາກຳຂ້າມຊາດ, ໄພພິບັດຂອງທຳມະຊາດ, ຄວາມບໍ່ສະຫງົບ ໃນທະເລ, ຄວາມບໍ່ສະຫງົບຕາມຊາຍແດນທາງ
ບົກ ແລະ ອື່ນໆ, ທັງນີ້ ກອງປະຊຸມໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່-ທີ່ກ່ຽວຂ້ອງຂອງ ອາຊຽນ ຈົ່ງຮ່ວມມືກັນຢ່າງໃກ້ຊິດເພື່ອຮັບມື ແລະ ແກ້ໄຂກັບສິ່ງທ້າທາຍດັ່ງກ່າວ. ພ້ອມ
ນີ້ບັນດາລັດຖະມົນຕີ ປ້ອງກັນປະເທດ ອາຊຽນ ຍັງໄດ້ຕີລາຄາວ່າ: ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດ ອາຊຽນ ມີບົດບາດອັນສຳຄັນຕໍ່ການປະກອບສ່ວນເຂົ້າໃນ
ການສ້າງນະໂຍບາຍຂອງພາກພື້ນ ທີ່ເອື້ອອຳນວຍໃຫ້ແກ່ການສ້າງສາ ແລະ ພັດທະນາຂອງປະເທດຕ່າງໆ ໃນພາກພື້ນນອກນີ້ ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາ
ຊຽນ ຍັງສືບຕໍ່ຮັກສາໄດ້ຫຼັກການແຫ່ງຄວາມເປັນແກ່ນກາງ ແລະ ຄວາມເປັນເອກະພາບຂອງອາຊຽນ ໃນຂະບວນການຮ່ວມມືກັບປະເທດບວກຂອງອາຊຽນ.

     ພາຍຫັຼງສໍາເລັດກອງປະຊຸມ ລັດຖະມົນຕີ ປ້ອງກັນປະເທດ ອາຊຽນວົງແຄບ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ເຂົ້າ ຮ່ວມກອງປະຊຸມບໍ່ເປັນທາງການລະ
ຫວ່າງ ລັດຖະມົນຕີ ປ້ອງກັນປະເທດອາຊຽນ ກັບ ລັດຖະມົນຕີ ປ້ອງກັນປະເທດ ບວກຂອງອາຊຽນເຊັ່ນ: ຈີນ, ຢີ່ປຸ່ນ ແລະ ອາເມຣິກາ.

     ໃນກອງປະຊຸມບໍ່ເປັນທາງການລະຫວ່າງ ລັດຖະມົນຕີ ປ້ອງກັນປະເທດ ອາຊຽນ ກັບ ລັດຖະມົນຕີປ້ອງກັນປະເທດ ອາເມຣິກາ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ
ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ລັດຖະມົນຕີ ປ້ອງກັນປະເທດ ສິງກະໂປ ໄດ້ຕາງໜ້າໃຫ້ບັນດາ ລັດຖະມົນຕີ ປ້ອງກັນປະເທດອາຊຽນ ຕີລາຄາ
ຕໍ່ການພົວພັນລະຫວ່າງ ອາຊຽນ ກັບ ອາເມຣິກາ ເຊິ່ງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຍົກໃຫ້ເຫັນເຖິງການພົວພັນສອງຝ່າຍລະຫວ່າງ ອາຊຽນ ກັບ ອາເມຣິ
ກາ ແມ່ນໄດ້ ຮັບການປັບປຸງໃຫ້ດີຂຶ້ນເລື້ອຍໆ, ຈົນໄດ້ຍົກລະດັບໃຫ້ເປັນຄູ່ຮ່ວມມືຍຸດທະສາດຂອງອາຊຽນໃນປີ 2015, ໂດຍອາຊຽນ ຫວັງວ່າ: ອາເມຣິກາ ຈະສືບຕໍ່ເປັນ
ຄູ່ຮ່ວມທີ່ດີເພື່ອການພັດທະນາຂອງ ອາຊຽນ. ຕໍ່ມາ, ໃນວັນທີ 18 ພະຈິກ 2019, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ
ສປປ ລາວ ກໍໄດ້ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີ ປ້ອງກັນປະເທດ ອາຊຽນ-ບວກ ຄັ້ງທີ 6 ທີ່ປະກອບມີ 10 ປະເທດສະມາຊິກອາຊຽນ ແລະ 8 ປະເທດບວກ ຄື: ອົດສະ
ຕາລີ, ຈີນ, ອິນເດຍ, ຢີ່ປຸ່ນ, ນິວຊີແລນ, ສ. ເກົາຫຼີ, ລັດເຊຍ ແລະ ອາເມຣິກາ. ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີ, ບັນດາ ລັດຖະມົນຕີ ປ້ອງກັນປະເທດ ຂອງ
ປະເທດຕ່າງໆ ທີ່ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນແລກປ່ຽນທັດສະນະຕໍ່ສະພາບການ ຂອງພາກພື້ນໃນປັດຈຸບັນ, ທັງໄດ້ທົບທວນ ແລະ ຕີລາຄາຄືນຕໍ່ການຮ່ວມມືໃນ 7
ຂົງເຂດວຽກງານຂອງ ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດ ອາຊຽນ ບວກເຊັ່ນ: ການຕ້ານກໍ່ການຮ້າຍ, ຄວາມໝັ້ນຄົງທາງທະເລ, ການ ຊ່ວຍເຫຼືອມະນຸດສະທຳແລະ
ບັນເທົາທຸກໄພພິບັດ, ການຮັກສາສັນຕິພາບສາກົນ, ການແພດທະຫານ, ການເກັບກູ້ລະເບີດເພື່ອມະນຸດສະທຳ, ຄວາມໝັ້ນຄົງທາງລະບົບຄອມ ພິວເຕີ ແລະ ອິນເຕີແນັດ.
ໃນລະຫວ່າງການດໍາເນີນກອງປະຊຸມ, ທ່ານ ພົນເອກ ຈັນສະໝອນ ຈັນຍະລາດ ລັດຖະມົນຕີ ປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ: ສະພາບ
ການຂອງພາກພື້ນຍັງ ສືບຕໍ່ປ່ຽນແປງໄປຢ່າງໄວວາ, ສະຫຼັບສັບຊ້ອນ ແລະ ຄາດຄະເນໄດ້ຍາກມີທັງໂອກາດ ແລະ ສິ່ງທ້າທາຍ ສະນັ້ນການຮ່ວມມືລະຫວ່າງ ອາຊຽນ ກັບ
ປະເທດ-ບວກ ເພື່ອຮັບມືກັບສິ່ງທ້າທາຍ ແລະ ໄພຂົ່ມຂູ່ຕໍ່ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ຈຶ່ງມີຄວາມຈຳເປັນ, ທັງນີ້ກໍເພື່ອຮັບປະກັນໃຫ້ພາກພື້ນຂອງ
ພວກເຮົາ ມີສະຖຽນລະພາບ ແລະ ການພັດທະນາຢ່າງຕໍ່ເນື່ອງ. ສໍາລັບ ສປປ ລາວ ເຫັນວ່າ: ກອງປະຊຸມ ລັດຖະມົນຕີ ປ້ອງກັນປະເທດອາຊຽນ-ບວກ ເປັນກອງປະຊຸມທີ່ສຳ
ຄັນເພື່ອປຶກສາຫາລື ແລະ ແລກປ່ຽນທັດສະນະຕໍ່ການຮ່ວມມືເພື່ອແກ້ໄຂບັນຫາ ທີ່ເປັນສິ່ງທ້າທາຍ ແລະ ເປັນໄພຂົ່ມຂູ່ຕໍ່ສະຖຽນລະພາບ ແລະ ການພັດທະນາ ສປປ ລາວ
ຂໍສະແດງຄວາມຍິນດີຕໍ່ການຮ່ວມມື ຂອງ 7 ໜ່ວຍງານຜູ້ຊ່ຽວຊານຂອງກອງປະຊຸມ ລັດຖະມົນຕີ ປ້ອງກັນປະເທດ ອາຊຽນ-ບວກ ເຊິ່ງການຮ່ວມມືດັ່ງກ່າວບໍ່ພຽງ ແຕ່ເປັນ
ການສ້າງຂີດຄວາມສາມາດ ຂອງປະເທດສະມາຊິກ ເພື່ອຮັບມືກັບສິ່ງທ້າທາຍ ແລະ ໄພຂົ່ມຂູ່ເທົ່ານັ້ນ, ແຕ່ມັນຍັງເປັນການສົ່ງເສີມຄວາມເຂົ້າໃຈ, ສາຍພົວພັນ, ຄວາມ
ເຊື່ອໝັ້ນ ແລະ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນລະຫວ່າງປະເທດສະມາຊິກນຳອີກ ທັງເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາ ສັນຕິພາບ ແລະ ຄວາມໝັ້ນຄົງ
ຂອງພາກພື້ນ. ສະເພາະ ສປປ ລາວ ແຕ່ປີ 2017 ເຖິງ 2019 ກໍເປັນປະທານຮ່ວມກັບ ຣັດເຊຍ ໃນໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດບໍ່ທັນແຕກ ເພື່ອມະນຸດ
ສະທຳໃນຂອບຂອງກອງປະຊຸມ ລັດຖະມົນຕີ ປ້ອງກັນປະເທດ ອາຊຽນ-ບວກ ເຊິ່ງການເຝິກຊ້ອມຮ່ວມພາກສະໜາມຂອງໜ່ວຍງານນີ້ ແມ່ນຈັດຂຶ້ນໄປຄຽງຄູ່ກັບໜ່ວຍ
ງານຮັກສາສັນຕິພາບສາກົນ ຢູ່ເມືອງໂບໂກ, ປະເທດ ອິນໂດເນເຊຍ ໃນເດືອນ ກັນຍາ ຜ່ານມາ. ສຳລັບແຕ່ປີ 2014 ເຖິງ ປີ 2017, ສປປ ລາວ ກໍເປັນປະທານຮ່ວມກັບ
ຍີ່ປຸ່ນ ໃນໜ່ວຍງານຊ່ວຍເຫຼືອດ້ານມະນຸດສະທຳ ແລະ ບັນເທົາທຸກໄພພິບັດ, ນີ້ສະແດງໃຫ້ເຫັນເຖິງການປະກອບສ່ວນ ອັນສຳຄັນຂອງ ສປປ ລາວ ກໍຄືກອງທັບປະຊາຊົນ
ລາວ ໃນຂົງເຂດວຽກງານຂອງກອງປະຊຸມ ລັດຖະມົນຕີປ້ອງກັນປະເທດອາ ຊຽນ-ບວກ.

     ນອກຈາກການເຂົ້າຮ່ວມກອງປະຊຸມແລ້ວ, ທ່ານ ພົນເອກ ຈັນສະໝອນ ຈັນຍະລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຍັງໄດ້ເຂົ້າຮ່ວມຊົມການ
ສະແດງການຕ້ານກໍ່ການຮ້າຍຂອງກອງທັບໄທ, ຊົມການສະແດງອຸດສາຫະກຳປ້ອງກັນຊາດສາກົນ ແລະ ພົບປະສອງຝ່າຍກັບຄູ່ຮ່ວມຕຳແໜ່ງຈາກປະເທດ ອິນໂດເນເຊຍ,
ຟີລິບປິນ, ຣັດເຊຍ, ເຊັກ ແລະ ອາຟຣິກາໃຕ້ ເພື່ອປຶກສາຫາລືບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຮ່ວມກັນ.