ປະກາດການຈັດຕັ້ງຢູ່ກອງສິລະປະກອນກອງທັບ
ພິທີປະກາດການແຕ່ງຕັ້ງຮອງຮັບຜິດຊອບວຽກງານພະລາທິການ-ເຕັກນິກ ກອງສິລະປະກອນກອງທັບ ໄດ້ຈັດຂຶ້ນໃນວັນທີ 19 ກັນຍາ 2022 ນີ້,
ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກຳມະການຄະນະປະຈຳພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງກອງ
ທັບ, ມີຕາງໜ້າຫ້ອງການເມືອງກົມໃຫຍ່ການເມືອງກອງທັບ, ກົມກອງທີ່ເຮັດວຽກງານສື່, ຄະນະພັກ-ຄະນະບັນຊາກອງສິລະປະກອນກອງທັບ ແລະ
ພະ
ນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພັນໂທ ຄອນສະຫວັນ ແກ້ວທອນຈັນ ຫົວໜ້າພະແນກພະນັກງານຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ໄດ້ຜ່ານຂໍ້ຕົກລົງຂອງກະ ຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ ສະຫາຍ ພັນໂທ ບຸນທະວີ ແສງພະຈັນ ຮອງຮັບຜິດຊອບວຽກງານພະລາທິການ-ເຕັກນິກ ກອງສິລະປະ ກອນກອງທັບ ພັກການເພື່ອກຽມຮັບບຳນານ, ພ້ອມກັນນັ້ນ, ກໍໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນໂທ ບົວ ລາ ສີປະເສີດ ເປັນຮອງຮັບຜິດຊອບວຽກງານພະລາທິການ-ເຕັກນິກ ກອງສິລະປະກອນກອງທັບ. ທັງນີ້, ກໍເພື່ອເປັນການປັບປຸງການຈັດຕັ້ງນຳພາ- ບັນຊາ ຢູ່ກອງສິລະປະກອນກອງທັບໃຫ້ໜັກແໜ້ນເຂັ້ມແຂງ ເພື່ອກຽມພ້ອມເຮັດສຳເລັດໜ້າທີ່ການເມືອງຂອງກົມກອງໃນສະເພາະໜ້າ ແລະ ຍາວນານດ້ວຍໝາກ ຜົນສູງ.
ໂອກາດນີ້, ສະຫາຍຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ມີຄຳເຫັນວ່າ: ການປະກາດການຈັດຕັ້ງເປັນການປະຕິບັດຕາມທິດທາງກ່ຽວກັບການ ປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາໃນກຳລັງປະກອບອາວຸດໃຫ້ໜັກແໜ້ນເຂັ້ມແຂງຮອບດ້ານ, ທັງເປັນການຕອບສະໜອງຕາມຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່, ພ້ອມທັງໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ຮັດແໜ້ນ ຄວາມສາມັກຄີກັບໝູ່ຄະນະ ກໍຄືພະ ນັກງານ-ນັກຮົບພາຍໃນກົມກອງ, ມີຄວາມເປັນເອກະພາບໃນທຸກຂົງເຂດວຽກງານ, ສືບຕໍ່ຮ່ວມກັບຄະນະພັກ-ຄະນະ ບັນຊາຊີ້ນຳ-ນຳພາຈັດຕັ້ງປະຕິບັດວຽກງານວິຊາສະເພາະພະລາທິການ-ເຕັກນິກ ຂອງກອງສິລະປະກອນກອງທັບ ໃຫ້ມີການຮັບປະກັນດີ, ພ້ອມກັນນັ້ນ, ກໍ ໄດ້ມີຄຳເຫັນຕໍ່ຜູ້ທີ່ໄດ້ຮັບນະໂຍບາຍພັກການຮັບບຳນານຈົ່ງເປັນຫຼັກແຫຼ່ງ, ເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານ-ນັກຮົບ ກໍຄືລູກຫຼານ ແລະ ເອົາໃຈໃສ່ປັບ ປຸງຊີວິດການເປັນຢູ່ຂອງຄອບຄົວໃຫ້ນັບມື້ດີຂຶ້ນ.
ແຫຼ່ງທີ່ມາ: ນາງ ຍ້ອມເພັດ
ວັນທີ 20/09/2022