
ເປີດສົກຮຽນໃໝ່ໃຫ້ແກ່ນັກຮຽນ 3 ລະບົບ ປະຈຳປີ 2021-2022

     ພິທີ   ເປີດສົກຮຽນໃໝ່ໃຫ້ແກ່ນັກຮຽນ 3 ລະບົບ ປະຈຳປີ   2021-2022 ຢູ່ໂຮງຮຽນກໍ່ສ້າງນາຍສີບເລກ1 ໄດ້ໄຂຂື້ນໃນ ວັນທີ່ 15   ກັນຍາ 2021
    ນີ້. ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພັນເອກ ບົວວັນ   ພົມມະເພັງ ຫົວໜ້າການທະຫານ, ມີສະຫາຍ ພັນເອກ ສີລາວົງ ບຸນມີໄຊ   ຫົວໜ້າການ
    ເມືອງໂຮງຮຽນ, ມີ ຄະນະພັກ-ຄະນະອຳນວຍການ, ພະນັກງານ-ນັກຮົບ,   ອົງການ 5 ຫ້ອງ, 4 ກອງພັນ, ບັນດາຄູ-ອາຈານ, ຕະຫຼອດຮອດນັກຮຽນທັງ 3
    ລະບົບ   ເຂົ້າຮ່ວມ.
     ສະຫາຍ ພັນເອກ ບຸນທັນ ແຕງອອ່ນສີ ຫົວໜ້າຫ້ອງອົບຮົມ   ໂຮງຮຽນກໍ່ສ້າງນາຍສິບເລກ1 ໄດ້ຂື້ນຜ່ານແຜນການອົບຮົມ-ສິດສອນ   ,ຂໍ້ຕົກລົງ ແລະ
    ຄຳສັ່ງ ຂອງກົມໃຫ່ຍເສນາທິການກອງທັບ   ວ່າດ້ວຍການອະນຸມັດໃຫ້ໂຮງຮຽນເປີດຊຸດຮຽນກໍ່ສ້າງນາຍສິບຊຸດທີ່ 35,   ບຳລຸງການທະຫານໄລຍະສັ້ນ ຊຸດທີ່
  8 ແລະ ບຳລຸງວັດທະນະທຳ ຊຸດທີ່7   ສົກຮຽນ 2021-2022.ໃນນີ້ລະບົບກໍ່ສ້າງນາຍສິບ ໃຊ້ເວລາອົບຮົມ-ຫັດແອບ   10 ເດືອນ ມີ 16 ວິຊາຮຽນ, ບຳລຸງ
  ການທະຫານ ຊຸດທີ່ 8   ໃຊ້ເວລາອົບຮົມ-ຫັດແອບ 6 ເດືອນ ມີ 15 ວິຊາຮຽນ ແລະ   ນັກຮຽນບຳລຸງວັດທະນະທຳ ລະບົບ 2 ປີ ປະກອບມີ 3 ຂັ້ນຮຽນຄື:
  ມໍ.5, ມໍ 6,   ແລະ ມໍ 7 ມີ 9   ວິຊາຮຽນ.ທັງນີ້ກໍ່ເພື່ອເປັນການບຳລຸງຍົກລະດັບການສຶກສາໃຫ້ພະນັກງານ-ນັກຮົບໄດ້ມີຄວາມຮູ້,   ຄວາມສາມາດ, ເຕັກນິກ
  ວິທະຍາສາດ,ວັດທະນະທຳ ແລະ ທັກສະໃນດ້ານຕ່າງໆ   ເພື່ອກໍ່ສ້າງພະນັກງານບັນຊາໝູ່-ໝວດທະຫານຮາບ   ໃຫ້ມີພື້ນຖານທາງດ້ານ ສິນລະປະຍຸດ-ຢຸດທະ
  ວິທີ ແລະ   ເປັນການປັບປຸງກໍ່ສ້າງກຳລັງປະກອບອາວຸດໃນຖັນແຖວຂອງກອງທັບນັບມື້ໃຫ້ມີຄວາມເຕີບໃຫຍ່   ເຂັ້ມແຂງ ໜັກແໜ້ນ ກ້າວຂື້ນຢ່າງບໍ່ຢຸດຢັ້ງ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
      ວັນທີ 20/09/2021