ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ
ຕ້ອນຮັບຄະນະຜູ້​ແທນ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ


     ສະຫາຍ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມຄະນະໄດ້ຕ້ອນຮັບສະຫາຍ ພົນຈັດຕະວາ ຫງວຽນ ວັນ ບົງ ຫົວໜ້າ ຫ້ອງວ່າການ
ກະຊວງປ້ອງກັນປະເທດ ສສ ຫວຽດນາມ ພ້ອມຄະນະເຂົ້າຢ້ຽມຂ່ຳນັບໃນ ວັນທີ 18 ກັນຍາ ນີ້, ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະ
ຫວ່າງວັນທີ 18-21 ກັນຍາ ນີ້.

     ໃນໂອກາດດັ່ງກ່າວ, ສະຫາຍ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ສະຫາຍ ພົນຈັດຕະວາ ຫງວຽນ ວັນ ບົງ
ພ້ອມຄະນະທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວໃນຄັ້ງນີ້, ເຊິ່ງເປັນຂີດໝາຍສຳຄັນໃນການຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກ
ຄີແບບພິເສດຖານອ້າຍນ້ອງ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດສອງກອງທັບ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ແຕກດອກອອກຜົນ ແລະ
ມີປະສິດທິພາບສູງຂຶ້ນເລື້ອຍໆ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ຫງວຽນ ວັນບົງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຈາກ ສະຫາຍ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ
ພ້ອມນີ້ຍັງໄດ້ແຈ້ງຈຸດປະສົງໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ໃຫ້ ສະຫາຍຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ຮັບຊາບອີກດ້ວຍ.