ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານປະເທດເນັ້ນແຂວງອັດຕະປືຮີບຮ້ອນແກ້ໄຂໄພນ້ຳຖ້ວມໃຫ້ສຳເລັດໂດຍໄວ

     ຂປລ. ໃນຕອນເຊົ້າຂອງວັນທີ 18 ສິງຫາ 2018 ນີ້, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ
ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຕິດຕາມການແກ້ໄຂສະພາບໄພນໍ້າຖ້ວມຢູ່ແຂວງອັດຕະປື, ໂດຍການໃຫ້ກຽດຕ້ອນຮັບຂອງ ທ່ານ
ເລັດ ໄຊຍະພອນ ເຈົ້າແຂວງໆອັດຕະປື, ມີອໍານາດການປົກຄອງແຂວງ, ເມືອງ ແລະ ປະຊາຊົນໃຫ້ການຕ້ອນຮັບຢ່າງອົບອຸ່ນ.


ທ່ານ ບຸນຍັງ ວໍລະຈິດ ເຄື່ອນໄຫວຕິດຕາມການແກ້ໄຂສະພາບໄພນໍ້າຖ້ວມຢູ່ແຂວງອັດຕະປ

     ໂອກາດດັ່ງກ່າວ, ທ່ານ ອຸ່ນຫລ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື ໄດ້ລາຍງານໃຫ້ຊາບກ່ຽວກັບສະ ພາບການແກ້ໄຂ ແລະ ຊ່ວຍເຫຼືອປະຊາຊົນທີ່
ຖືກຜົນກະທົບຈາກໄພນໍ້າຖ້ວມຢູ່ທີ່ເມືອງສະໜາມໄຊວ່າ: ເມືອງສະໜາມໄຊ ເປັນເມືອງໜຶ່ງທີ່ທຸກຍາກຫ່າງຈາກເທສະບານແຂວງ 35 ກິໂລແມັດ, ມີ 40
ບ້ານ, 6.771 ຄອບ ຄົວ, ມີພົນລະເມືອງ 36 ພັນກວ່າຄົນ. ໃນນີ້, ມີບ້ານທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ 13 ບ້ານ, ມີ2.717 ຄອບຄົວ, ມີພົນລະ
ເມືອງ 13.067 ຄົນ, ໃນນີ້ໄດ້ຮັບຜົນກະທົບ 100% ມີ 6 ບ້ານ ຄື: ບ້ານຫີນລາດ, ບ້ານສະໝອງໃຕ້, ບ້ານທ່າຫີນ, ບ້ານໃໝ່, ບ້ານທ່າແສງຈັນ ແລະ
ບ້ານໃຫຍ່ແທ, ໃນ 6 ບ້ານດັ່ງກ່າວ ມີຈໍານວນ 1.611 ຄອບຄົວ, ມີ 7.095 ຄົນ ແລະ ໄດ້ຍົກຍ້າຍມາຢູ່ເຂດທີ່ປອດໄພ 6 ຈຸດ ຄື: ເທດສະບານ ເມືອງ
ສະໜາມໄຊ, ບ້ານຕະມໍຢອດ, ບ້ານດອນບົກ, ບ້ານປິນດົງ, ຈຸດພັກໂຮງຮຽນ ມສ ຈັນທາ ແລະ ບ້ານຄອນທູດ. ສໍາລັບຈໍານວນຜູ້ສູນຫາຍມີທັງໝົດ 131
ຄົນ, ມາຮອດປັດຈຸບັນສາມາດເກັບກູ້ຊາກສົບໄດ້ໃນສະໜາມຈໍານວນ 34 ສົບ, ຍິງ 18 ສົບ ໃນນີ້ມີເດັກອາຍຸ 10 ປີ ລົງມາ ຈໍານວນ 13 ສົບ, ຍິງ 6
ສົບ ແລະ ເສຍຊີວິດຕື່ມອີກ 5 ສົບຢູ່ໂຮງໝໍ ເຊິ່ງລວມຜູ້ເສຍຊີວິດທັງໝົດ ຈໍານວນ 39 ຄົນ, ຍິງ 18 ຄົນ ແລະ ຜູ້ທີ່ຍັງສູນ ຫາຍມີ 97 ຄົນ.

     ຕໍ່ເຫດການທີ່ເກີດຂຶ້ນດັ່ງກ່າວ, ທາງອໍານາດການປົກຄອງແຂວງອັດຕະປືໄດ້ສຸມທຸກກໍາລັງຈາກພາກສ່ວນໄປຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຢ່າງ
ຮີບດ່ວນ ໂດຍສົມທົບກັບກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແພດໝໍ, ສື່ມວນຊົນ, ອາສາສະໝັກຈາກພາຍໃນ ແລະ ຕ່າງປະເທດ ເພື່ອຊ່ວຍ
ເຫຼືອຈົນສຸດຄວາມສາມາດ, ຊ່ວຍເຫຼືອບັນເທົາທຸກ ແລະ ຊອກຄົ້ນຫາຜູ້ປະສົບໄພທີ່ສູນຫາຍຈາກໄພພິບັດຄັ້ງນີ້. ພ້ອມ ດຽວກັນນັ້ນ, ໄດ້ມີການລະດົມ
ທຶນຮອນ, ວັດຖຸອຸປະກອນ, ເຄື່ອງອຸໂພກ-ບໍລິໂພກຈາກພາກສ່ວນຕ່າງໆໃນຂອບເຂດທົ່ວປະເທດ ແລະ ການຊ່ວຍເຫຼືອຈາກຕ່າງປະເທດ ມາຮອດປັດຈຸ
ບັນໄດ້ຮັບເງິນບໍລິຈາກທັງໝົດ 19 ຕື້ກວ່າກີບ. ນອກນີ້, ຍັງໄດ້ຮັບເງິນຈາກບໍລິສັດທີ່ເປັນຂາຫຸ້ນໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍ ຈໍານວນ 18 ຕື້
ກວ່າກີບ ແລະ 1 ລ້ານໂດລາສະຫະລັດ, ສໍາລັບເຄື່ອງອຸປະໂພກ-ບໍລິໂພກ ລວມເປັນມູນຄ່າທັງໝົດ 63 ຕື້ ກວ່າກີບ.

     ໂອກາດນີ້, ທ່ານ ບຸນຍັງ ວໍລະຈິດ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ອໍານາດການປົກຄອງແຂວງອັດຕະປືເອົາໃຈໃສ່ຮີບຮ້ອນແຈກຢາຍເຄື່ອງຊ່ວຍ
ເຫຼືອ ແລະ ເງິນໃຫ້ແຕ່ລະຄອບຄົວທີ່ຮັບຜົນກະທົບຈາກໄພພິບັດໂດຍໄວ. ພ້ອມທັງຮັບປະກັນຄວາມໂປ່ງໃສທີ່ສຸດ, ຖືກຕ້ອງຕາມລະບຽບ ແລະ ວ່ອງໄວ
ກວ່າເກົ່າ, ພະຍາຍາມບໍ່ໃຫ້ມີການຕົກເຮ່ຍເສຍຫາຍແມ່ນແຕ່ກີບດຽວ; ຮັບປະກັນໃຫ້ນຳໃຊ້ເຄື່ອງຂອງອຸປະກອນຕ່າງໆທີ່ໄດ້ ຮັບການຊ່ວຍເຫຼືອຈາກພາກ
ສ່ວນທັງພາຍໃນ ແລະ ຕ່າງປະເທດໃຫ້ແຈກຢາຍແກ່ປະຊົນໂດຍໄວ ເປັນຕົ້ນແມ່ນ ເຄື່ອງຂອງຮັບໃຊ້ໃນຊີວິດປະຈຳວັນ ແລະ ຈຳເປັນທີ່ສຸດ. ສຳລັບການ
ປຸກສ້າງເຮືອນພັກເຊົາຊົ່ວຄາວແມ່ນໃຫ້ລະດົມກຳລັງມະຫາຊົນ, ກອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ສະມາຊິກຂອງອົງການຈັດຕັ້ງມະຫາ
ຊົນທົ່ວປະເທດໃຫ້ເຂົ້າມາຊ່ວຍເປັນກຳລັງໃນການກໍ່ສ້າງແຕ່ຕ້ອງມາດ້ວຍຄວາມສະໝັກໃຈ ແລະ ໃຫ້ເຂົາເຈົ້າຊ່ວຍກຸ້ມຕົນເອງໃນການດຳລົງຊີວິດໃນໄລ
ຍະຢູ່ເຂດປະສົບໄພພະຍາຍາມບໍ່ໃຫ້ສິ້ນເປືອງງົບປະມານທີ່ມາຊ່ວຍເຫຼືອປະຊາຊົນ; ເອົາໃຈໃສ່ບັນຫາສຸຂະພາບຂອງປະຊາຊົນໂດຍລວມ ບໍ່ສະເພາະແຕ່ຢູ່
ເມືອງສະໜາມໄຊລວມທັງເມືອງອື່ນໆທີ່ໄດ້ຮັບຜົນກະທົບ ໂດຍສະເພາະແມ່ນການເກີດພະຍາດຕິດແປດທີ່ມີຄວາມສ່ຽງໃນການລະບາດໄວວາ. ໃຫ້ລະດົມ
ແພດໝໍພາຍໃນແຂວງຖ້າຍັງບໍ່ພຽງພໍຈຶ່ງສະເໜີການຊ່ວຍເຫຼືອເພີ່ມເຕີມນຳລັດຖະບານ, ເອົາໃຈໃສ່ໃນການກວດກາຄຸນນະພາບຂອງສະບຽງອາຫານປະ
ເພດຕ່າງໆທີ່ໄດ້ຮັບການບໍລິຈາກມາແຕ່ລະໄລຍະທີ່ຍັງຄ້າງໄວ້ໃນສາງຈຳນວນໜຶ່ງ ໂດຍສະເພາະແມ່ນອາຫານແຫ້ງ-ອາຫານສົດກ່ອນທີ່ຈະມີການ ແຈກ
ຢາຍ ແລະ ປຸງແຕ່ງໃຫ້ແກ່ປະຊາຊົນນຳໄປບໍລິໂພກ; ໃຫ້ເອົາໃຈໃສ່ສ້ອມແປງບັນດາຫ້ອງຮຽນທີ່ໄດ້ຮັບຄວາມເສຍຫາຍ ແລະ ເປ່ເພໃຫ້ສຳເລັດໂດຍໄວ
ເພື່ອກະກຽມເປີດສົກຮຽນໃໝ່ໃນຕົ້ນເດືອນກັນຍາທີ່ຈະມາເຖິງນີ້. ນອກຈາກນີ້ໃຫ້ປະກອບອຸປະກອນການຮຽນ ແລະ ເຄື່ອງນຸ່ງຄົບຊຸດໃຫ້ແກ່ນັກຮຽນທີ່
ມາຈາກເຂດປະສົບໄພພິບັດ ລວມທັງຄູ-ອາຈານຜູ້ທີ່ໄດ້ຮັບຜົນກະທົບເຊັ່ນກັນ; ສຳລັບອຸປະກອນຕ່າງໆເຫຼົ່ານັ້ນຫາກຍັງບໍ່ໄດ້ຮັບການຊ່ວຍເຫຼືອຈາກພາກ
ສ່ວນຕ່າງໆ ຫຼື ບໍ່ພຽງພໍໃຫ້ນຳໃຊ້ງົບປະມານທີ່ໄດ້ຮັບຈາກການຊ່ວຍເຫຼືອມາຈັດຊື້ໃຫ້ນັກຮຽນ ແລະ ຄູ-ອາຈານໂດຍໄວ.

     ໂອກາດດຽວກັນ, ທ່ານ ບຸນຍັງ ວໍລະຈິດ ໄດ້ມອບເງິນຈໍານວນ 1 ຕື້ກີບ ເພື່ອນໍາໄປຊ່ວຍເຫຼືອຜູ້ທີ່ປະສົບໄພພິບັດຢູ່ເມືອງສະໜາມໄຊ ແລະ ໄດ້ເດີນ
ທາງໄປຢ້ຽມຜູ້ປະສົບໄພຢູ່ທີ່ໂຮງໝໍແຂວງອັດຕະປື ພ້ອມທັງມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນທີ່ຖືກຜົນກະທົບທີ່ຍົກຍ້າຍຈາກປາກຊ່ອງ ຈໍານວນ 53
ຄອບຄົວ, 187 ຄົນ ທີ່ໂຮງຮຽນມັດທະຍົມສຶກສາສົມບູນຈັນທາ ຕື່ມອີກ.