ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຮັບຜິດຊອບໄດ້ລົງຊຸກຍູ້ໂຄງການກໍ່ສ້າງເສັ້ນທາງອະນຸສອນສະຖານກອງໄຊຈັກກະພັດ

     ວັນທີ 14 ມີຖຸນາ 2022 ນີ້, ຄະນະຮັບຜິດຊອບໄດ້ລົງຊຸກຍູ້ວຽກງານ ແລະ ກວດກາໂຄງການກໍ່ສ້າງເສັ້ນທາງອະນຸສອນສະຖານກອງໄຊຈັກກະພັດ,
ເຊິ່ງກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ຫ້ອງວ່າການປົກຄອງເມືອງໂພນທອງ ແຂວງຈຳປາສັກ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ
ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ, ຮອງຫົວໜ້າຄະນະຊີ້ນຳ ໂຄງການກໍ່ສ້າງອະນຸສອນສະຖານກອງໄຊຈັກກະພັດ, ມີ ສະ
ຫາຍ ພົນຈັດຕະວາ ສຸໄກ ພີມມະສານ ເລຂາຄະນະພັກຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາສັກ, ມີຫົວໜ້າກົມເສດຖະກິດ-ກະຊວງ
ປ້ອງກັນປະເທດ, ມີຄະນະຊີ້ນຳໂຄງການ, ຄະນະອຳນວຍການ ບໍລິສັດດວງຈັນຮຸ່ງເຮືອງ ຈໍາກັດຜູ້ດຽວ, ຜູ້ຮັບເໝົາກໍ່ສ້າງພ້ອມດ້ວຍຄະນະວິຊາການຕິດ
ຕາມໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ດວງສະໝອນ ບົວມະນີຈັນ ອໍານວຍການ ບໍລິສັດດວງຈັນຮຸ່ງເຮືອງຈໍາກັດຜູ້ດຽວ ໃນນາມຜູ້ຮັບເໝົາກໍ່ສ້າງໂຄງການ ໄດ້ລາຍງານສະພາບ
ການເຄື່ອນໄຫວໃນການດໍາເນີນກໍ່ສ້າງເສັ້ນທາງໄລຍະຜ່ານມາ ເຊິ່ງ ເຫັນໄດ້ວ່າຄະນະນັກວິຊາການພ້ອມດ້ວຍໜ່ວຍງານທຸກຂັ້ນໄດ້ເປັນເຈົ້າການໃນການ
ປະຕິບັດໜ້າວຽກຂອງຕົນໄດ້ເປັນຢ່າງດີພ້ອມກັນເອົາໃຈໃສ່ໃນການດໍາເນີນກໍ່ສ້າງເສັ້ນທາງດັ່ງກ່າວ ເພື່ອໃຫ້ໄດ້ຕາມມາດຖານ-ຄາດໝາຍທີ່ວາງໄວ້, ໂຄງ
ການດັ່ງກ່າວແມ່ນໄດ້ເລີ່ມເຊັນສັນຍາຮັບເໜົາກໍ່ສ້າງໃນຄັ້ງ ວັນທີ 1 ເດືອນ ກັນຍາ 2021 ເປັນຕົ້ນມາ, ເຊິ່ງໄດ້ດໍາເນີນປະຕິບັດບັນດາໜ້າວຽກຕ່າງໆ,
ຕາມການນໍາພາ-ຊີ້ນໍາຂອງຄະນະໜ່ວຍງານຕ່າງໆ ແລະ ນັກວິຊາການທີ່ລົງຕິດຕາມໂຄງການຢ່າງໃກ້ຊິດຕິດແທດ ແລະ ເຂັ້ມງວດຕັ້ງໜ້າສືບຕໍ່ທຸ້ມເທ-ທືນ
ຮອນ ແລະ ທາງດ້ານ ພາຫະນະກົນຈັກອື່ນໆ, ນໍາໃຊ້ບຸກຄະລາກອນວິຊາການທີ່ມີຄວາມ ຮູ້, ຄວາມສາມາດເຂົ້າໃສ່ໂຄງການຢ່າງຕັ້ງໜ້າ ແລະ ຜ່ານການ
ລົງສໍາຫຼວດ-ກວດກາຕາມເສັ້ນທາງຕົວຈິງສາມາດປະເມີນຜົນ ໄດ້ 46,9%. ຫຼັງຈາກນັ້ນ, ກໍໄດ້ມີການປະກອບຄຳຄິດເຫັນໃນບາງບັນຫາຕໍ່ໜ້າວຽກຂອງ
ແຕ່ລະພາກສ່ວນທີ່ກ່ຽວຂ້ອງຢ່າງກົງໄປກົງມາ ເຊິ່ງຕະຫຼອດໄລຍະການປະຕິບັດໜ້າວຽກທີ່ຜ່ານມາ ກໍມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກຫຼາຍປະການທີ່ຈະຕ້ອງ
ໄດ້ເອົາໃຈໃສ່ແກ້ໄຂບາງບັນຫາທີ່ຍັງຄົງຄ້າງ ແລະ ບໍ່ສອດຄ່ອງຕໍ່ກັບໜ້າວຽກຕ່າງໆ, ພ້ອມກັນນໍາເອົາເນື້ອໃນຈິດໃຈໃນກອງປະຊຸມໄປຈັດຕັ້ງຜັນຂະຫຍາຍ
ໃນຕໍ່ໜ້າໃຫ້ມີຜົນສໍາເລັດ ເປັນກ້າວໆ, ສືບຕໍ່ປະຕິບັດຕາມບົດບັນທຶກທີ່ໄດ້ຮັບການມອບໝາຍໃຫ້ໄດ້ມາດຖານ-ຖືກຕ້ອງຕາມແບບແຜນທີ່ທາງໂຄງການ
ໄດ້ກໍານົດເອົາໄວ້, ໃນຕອນທ້າຍກອງປະຊຸມກໍໄດ້ຕົກລົງເຫັນດີເປັນເອກກະພາບເຊັນບົດບັນທຶກ ການກວດກາບໍລິມາດການກໍ່ສ້າງເສັ້ນທາງອະນຸສອນສະ
ຖານກອງໄຊຈັກກະພັດຄັ້ງທີ 2 ຮ່ວມກັນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 20/06/2022