
ຄະນະກອງພັນໃຫຍ່ 605 ຕ້ອນຮັບຄະນະຜູ້ແທນ
    ວິທະຍາຄານປືນໃຫຍ່ ມີຄາຍລົບ ກອງທັບຣັດເຊຍ
  

    ພົນຈັດຕະວາ ວົງແກ້ວ ວົງພິລາ  ເຂົ້າຮ່ວມພິທີຕ້ອນຮັບຄະນະຜູ້ແທນວິທະຍາຄານປືນໃຫຍ່ມີຄາຍລົບກອງທັບຣັດເຊຍ  ຢູ່ກອງພັນໃຫຍ່ 605
     ໃນໂອກາດທີ່ຄະນະຜູ້ແທນວິທະຍາຄານປືນໃຫຍ່ ມີຄາຍລົບ ກອງທັບຣັດເຊຍ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ,
    ຄະນະຜູ້ແທນດັ່ງກ່າວໄດ້ລົງມາຢ້ຽມຢາມກອງພັນໃຫຍ່ 605 ໃນຕອນເຊົ້າຂອງວັນທີ 14 ພຶດສະພາ 2019 ນີ້, ນຳໂດຍສະຫາຍ ພົນຕີ ບາກາແນບ ເຊີເກ ອາໂຕນລືວິຈ
    ຫົວໜ້າວິທະຍາຄານປືນໃຫຍ່ ມີຄາຍລົບ ກອງທັບແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະ, ໂດຍການຕ້ອນຮັບຈາກຄະນະພັກ-ຄະນະບັນຊາພະນັກງານ-ນັກຮົບກອງພັນໃຫຍ່
    605 ແລະ ເປັນກຽດເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ວົງແກ້ວ ວົງພິລາ ຫົວໜ້າກົມປືນໃຫຍ່ໜ້າດິນກົມໃຫຍ່ເສນາທິການກອງທັບ.
     ສະຫາຍ ພັນເອກ ປະເສີດ ທ່ຽງທໍາ ຫົວໜ້າການທະການກອງພັນໃຫຍ່ 605 ໄດ້ຂຶ້ນລາຍງານຫຍໍ້ສະພາບການເຄື່ອນໄຫວວຽກງານທີ່ຜ່ານມາ ແລະ ມູນເຊື້ອຄວາມ
    ເຕີບໃຫຍ່ຂະຫຍາຍຕົວຂອງກົມກອງ, ກອງພັນໃຫຍ່ 605 ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 15 ທັນວາ 1954 ເປັນກົມກອງທໍາອິດຂອງເຫຼົ່າຮົບປືນໃຫຍ່ໜ້າດິນ, ກອງ
  ທັບປົດປ່ອຍປະຊາຊົນລາວໃນເມື່ອກ່ອນ, ເຊິ່ງໄດ້ຈັດຕັ້ງມີ 7 ກອງຮ້ອຍ ແລະ ປະກອບອາວຸດແບກຫາບເຊັ່ນ: ຄົກ 81 ມມ, ເດກາ 57 ມມ ທີ່ຍຶດມາໄດ້ຈາກສັດຕູ, ພາຍ
  ຫຼັງໄດ້ຮັບການສ້າງຕັ້ງ, ກົມກອງກໍໄດ້ປະສານສົມທົບກັບບັນດາກົມກອງເຫຼົ່າຮົບອື່ນໆ, ເຄື່ອນໄຫວຢ່າງຕັ້ງໜ້າໃນພາລະກິດປະຕິວັດປົດປ່ອຍຊາດ ກໍຄືພາລະກິດປົກປັກ
  ຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.
     ການພົບປະລະຫວ່າງ 2 ຝ່າຍ ຍັງໄດ້ປຶກສາຫາລື ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນໃນຂົງເຂດວຽກງານຂອງເຫຼົ່າຮົບ, ເພື່ອຄວາມຮັດແໜ້ນຄວາມສາມັກຄີ
    ລະຫວ່າງເຫຼົ່າຮົບປືນໃຫຍ່ໜ້າດິນກອງທັບປະຊາຊົນລາວກັບວິທະຍາຄານປືນໃຫຍ່ ມີຄາຍລົບ ກອງທັບ ສ ຣັດເຊຍ ທີ່ມີສາຍພົວພັນນຳກັນມາແຕ່ດົນນານ, ພ້ອມທັງໃຫ້
    ຄຳໝັ້ນສັນຍາວ່າ: ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ລາວ-ຣັດເຊຍ ເວົ້າລວມ, ເວົ້າສະເພາະ 2 ເຫຼົ່າຮົບປືນໃຫຍ່ 2 ກອງທັບ ລາວ-ຣັດເຊຍ ໃຫ້ແໜ້ນແຟ້ນ
    ຍິ່ງຂຶ້ນ.