ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ​​ໃຫຍ່​ເຕັກ​ນິກກອງທັບ​ເປີດ​ຂະ​ບວນການ​ແຂ່ງ​ຂັນ​ກິລາ​ມວນ​ຊົນ

     ໃນວັນທີ 18 ທັນວາ 2018 ນີ້, ກົມໃຫຍ່ເຕັກນິກກອງທັບໄດ້ເປີດຂະບວນການແຂ່ງຂັນກີລາມວນຊົນ ໂດຍການເປັນປະທານຂອງທ່ານ ພົນຈັດຕະວາ ກິລາກອນ
ບຸນນະຜົນ ຄະນະພັກກະຊວງ, ຫົວໜ້າກົມໃຫຍ່ເຕັກນິກ, ມີຄະນະນຳກົມໃຫຍ່, ຫ້ອງການ, ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດເຖິງບັນດາຄະນະນຳ,
ຄູເຝິກ ແລະ ນັກກີລາໃນທົ່ວອົງການກົມໃຫຍ່ເຕັກນິກກອງທັບເຂົ້າຮ່ວມຢ່າງພ້ອມພຽງ.


ທ່ານ ພົນຈັດຕະວາ ກິລາກອນ ບຸນນະຜົນ ​ເປັນ​ປ​ະທານເປີດຂະບວນການແຂ່ງຂັນກິລາມວນຊົນ

     ການເປິດຂະບວນການແຂ່ງຂັນກີລາມວນຊົນທົ່ວກົມໃຫຍ່ເຕັກນິກກອງທັບຄັ້ງນີ້, ກໍເພື່ອເປັນການສ້າງບັນຍາກາດຟົດຟື້ນມ່ວນຊື່ນຂໍ່ານັບຮັບຕ້ອນວັນປະຫວັດສາດ
ຂອງຊາດ, ຂອງພັກ ໂດຍສະເພາະແມ່ນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ແລະ ວັນສ້າງຕັ້ງກົມໃຫຍ່ເຕັກນິກຄົບຮອບ 5 ປີທີ່ຈະບັນຈົບຄົບຮອບອີກວາ
ລະໜຶ່ງໃຫ້ມີຄວາມໝາຍເລິກເຊິ່ງອີກດ້ານໜຶ່ງກໍເພື່ອເປັນການເສີມຂະຫຍາຍຮັດແໜ້ນຄວາມສາມັກຄີລະຫວ່າງຂັ້ນເທິງກັບຂັ້ນລຸ່ມ ພະນັກງານນັກຮົບ ແລະ ລະຫວ່າງກົມ
ກອງຕ່າງໆພາຍໃນກົມໃຫຍ່ເຕັກນິກກອງທັບ, ເຂົ້າຮ່ວມການແຂ່ງຂັນຄັ້ງນີ້ມີ 36 ທິມ ໃນນີ້ປະກອບມີ 3 ປະເພດກີລາຄື: ກີລາບານສົ່ງຍິງ-ຊາຍ, ກະຕໍ້ຊາຍ ແລະ ກິລາເປ
ຕັງປະສົມ.

     ໂອກາດນີ້ ທ່ານພົນຈັດຕະວາກິລາກອນ ບຸນນະຜົນ ໄດ້ກ່າວເປີດການແຂ່ງຂັນກີລາຢ່າງເປັນທາງການ ພ້ອມໄດ້ເນັ້ນໜັກໃຫ້ນັກກີລາ, ຄະນະກຳມະການ ແລະ ຄະນະ
ຄູເຝິກແຕ່ລະກົມກອງໃຫ້ເອົາໃຈໃສ່ແຂ່ງຂັນຢ່າງມີນໍ້າໃຈນັກກີລາ ແລະ ສ້າງໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ຮັບປະກັນໄດ້ຄວາມປອດໄພ, ເປັນການເສີມສ້າງສຸ
ຂະພາບກຳລັງກາຍໃຫ້ແຂງແຮງຈິດໃຈເບີກບານມ່ວນຊື່ນປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງ, ກໍ່ສ້າງກອງທັບໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ເຮັດສຳເລັດໜ້າທີ່
ວຽກງານທີ່ຂັ້ນເທິງມອບໝາຍໃຫ້.