
ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນແຕ່ເມືອງສະໜາມໄຊ ຫາ ປາກເຊປຽນ
  ແຂວງ ອັດຕະປື  ສຳເລັດແລ້ວ 45%

  
     ວັນທີ 18 ສິງຫາ 2020 ນີ້, ສະຫາຍ ພົນໂທ  ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ເສນາທິການ
    ກອງທັບ ພ້ອມຄະນະໄດ້ລົງກວດກາຄວາມຄືບໜ້າ ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ແຕ່ ເມືອງສະໜາມໄຊ ຫາ ປາກເຊປຽນ ແຂວງອັດຕະປື,  ໂດຍໄດ້ຮັບຟັງການ
  ລາຍງານຈາກ ສະຫາຍ ພັນເອກ ປອ  ສີພອນ ໄຊຄຳທອງເຫວີນ ຮອງຫົວໜ້າ  ກົມຊ່າງແສງ ຫົວໜ້າ ທີ່ປຶກສາ ໂຄງການກໍ່ສ້າງເສັ້ນທາງດັ່ງກ່າວໃຫ້ຮູ້ວ່າ: ໂຄງການກໍ່ສ້າງ
  ເສັ້ນທາງປູຢາງ 2 ຊັ້ນແຕ່ເມືອງ ສະໜາມໄຊຫາປາກເຊປຽນ ໂດຍແມ່ນ ກົມຊ່າງແສງ ເປັນເຈົ້າຂອງໂຄງການມີໄລຍະທາງຂອງການກໍ່ສ້າງທັງໝົດ 50,50 ກິໂລແມັດ, ເຊິ່ງ
  ເປັນທາງຫຼວງຂອງ ແຂວງອັດຕະປື ເລກທີ 9003 ຢູ່ ເມືອງສະໜາມໄຊ,  ເປັນເສັ້ນທາງລຽບຕາມແມ່ນຳ້ເຊກອງ ໂດຍຜ່ານ 9 ບ້ານຄື: ບ້ານຫາດຍາວ, ບ້ານຫີນສົມບັດ,
  ບ້ານນ້ຳກົງ, ບ້ານຫາດໄຊສູງ, ບ້ານຄັນໝາກນາວ, ບ້ານບຸ່ງແກ້ວ, ບ້ານຕະເງົາ, ບ້ານສົ້ມປ່ອຍ ແລະ ບ້ານຫາດໃຫຍ່,  ໂດຍມີຈຸດເລີ່ມຕົ້ນຂອງການກໍ່ສ້າງຢູ່ສາມແຍກ
  ບ້ານຫາດຍາວ  ຫາ ປາກເຊປຽນ, ເສັ້ນທາງດັ່ງກ່າວມີຂົວທັງໝົດ 15 ແຫ່ງ. ໃນນັ້ນ, ຂົວເບຕົງອັດແຮງ 14 ແຫ່ງ ແລະ  ຂົວເບຕົງເສີມເຫຼັກ 1 ແຫ່ງມີລວງຍາວທັງໝົດ
  599,00 ແມັດ, ການກໍ່ສ້າງແບ່ງເປັນ  2 ໄລຍະຄື: ໄລຍະທີ 1 ມີ ມູນຄ່າການກໍ່ສ້າງ  230 ຕື້ 439 ລ້ານກວ່າກີບ, ໄລຍະທີ 2 ມີມູນຄ່າ 166 ຕື້ 555 ລ້ານກວ່າກີບ,
  ໂດຍແມ່ນທຶນຂອງລັດຖະບານ 100% ໄລຍະການກໍ່ສ້າງແມ່ນ 4 ປີ ເລີ່ມແຕ່ປີ  2019-2023 ຈຶ່ງຈະສຳເລັດ, ສໍາລັບຜູ້ຮັບເໝົາກໍ່ສ້າງມີ 2 ບໍລິສັດຄື: ບໍລິສັດ ສີສະເກດ
  ກໍ່ສ້າງເຄຫາ-ຂົວທາງ  ແລະ ຊົນລະປະທານຈຳກັດ ຮັບເໝົາໄລຍະທີ  1 ແຕ່ກິໂລແມັດ 00+000 ກິໂລແມັດ 33,500 (ເລີ່ມແຕ່ສາມແຍກ ບ້ານຫາດຍາວ-ເຂດບ້ານສົ້ມ
  ປ່ອຍ) ລວງຍາວ 33,50 ກິໂລແມັດ,  ມີຂົວ 10 ແຫ່ງ, ຂົວເບຕົງອັດແຮງ 2 ແຫ່ງ, ຂົວເບຕົງເສີມເຫຼັກ 8 ແຫ່ງ, ລວງຍາວຂອງຂົວ 307,06 ແມັດ, ລວມມູນຄ່າ  286
  ຕື້ 668 ລ້ານກວ່າກີບ ປັດຈຸບັນວຽກການກໍ່ສ້າງໄລຍະທີ 1 ສໍາເລັດ 54,94%, ໄລຍະທີ 2  ສຳເລັດ 36,26%, ສ່ວນໄລຍະທີ 2 ແມ່ນບໍລິສັດບຸບຜາພັດທະນາກໍ່ສ້າງ
  ເຄຫາສະຖານຂົວທາງ ແລະ  ສຳຫຼວດ-ອອກແບບ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ເລີ່ມແຕ່ກິໂລແມັດ 33+55 ຫາ  ກິໂລແມັດ 50+500 (ແຕ່ເຂດບ້ານສົ້ມປ່ອຍ ຫາ
  ປາກເຊປຽນ)  ຄວາມຍາວ 17,00 ກິໂລແມັດ, ມີຂົວ 8 ແຫ່ງ, ຂົວເບຕົງອັດແຮງ 6 ແຫ່ງ, ຂົວເບຕົງເສີມເຫຼັກ 2 ແຫ່ງ, ລວມມູນຄ່າ 133 ຕື້ 230 ລ້ານກວ່າກີບ,  ມາ
  ຮອດປັດຈຸບັນວຽກການກໍ່ສ້າງໄລຍະທີ 1 ສໍາເລັດ 57,61%, ໄລຍະທີ 2  ສຳເລັດ 18,85%, ສັງລວມຄວາມຄືບໜ້າທັງສອງສັນຍາ (ກິໂລ ແມັດ 00-ກິໂລແມັດ  55,5)
  ໄລຍະທີ 1 ແລະ ໄລຍະທີ 2 ມາຮອດປັດຈຸບັນສຳເລັດແລ້ວ 45,16%, ທຽບໃສ່ແຜນການສາມາດປະຕິ ບັດໄດ້ລື່ນຄາດໝາຍ 4,00%.
     ໂອກາດທີ່ລົງເຄື່ອນໄຫວກວດກາໂຄງການດັ່ງກ່າວ, ສະຫາຍ ຫົວໜ້າ ກົມໃຫຍ່ເສນາທິການກອງທັບ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບຊີ້ນຳໂຄງ
    ການ ແລະ ບໍລິສັດຜູ້ຮັບເໝົາທີ່ໄດ້ເອົາໃຈໃສ່ທຸ່ມເທເຫື່ອແຮງສະຕິປັນຍາເຂົ້າໃນການກໍ່ສ້າງເສັ້ນທາງດັ່ງກ່າວ ເຮັດໃຫ້ໂຄງການດຳເນີນໄປຕາມແຜນການ ແລະ ສໍາເລັດ
  ໄດ້ລື່ນຄາດໝາຍທີ່ວາງໄວ້, ພ້ອມທັງເນັ້ນຕື່ມໃຫ້ສືບຕໍ່ຊີ້ນຳລົງເລິກໃກ້ຊິດຕິດແທດ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດກາຢ່າງເປັນປະຈຳເຮັດໃຫ້ການ
  ກໍ່ສ້າງບັນດາໜ້າວຽກຕ່າງໆ ໄດ້ຕາມມາດຕະຖານເຕັກນິກຂອງໂຄງການ, ເຖິງວ່າຈະພົບຄວາມຫຍຸ້ງຍາກປານໃດກໍຕາມໃຫ້ພ້ອມກັນອົດທົນຜ່ານຜ່າເຮັດໜ້າທີ່ການເມືອງ
  ຂອງຕົນທີ່  ພັກ-ລັດ ກໍຄືກອງທັບມອບໝາຍໃຫ້ເພື່ອເຮັດໃຫ້ການກໍ່ສ້າງ ເສັ້ນທາງດັ່ງກ່າວສາມາດດຳເນີນໄປຕາມແຜນການ ແລະ ບັນລຸຜົນສຳເລັດຕາມຈຸດປະສົງຄາດ
  ໝາຍທີ່ວາງໄວ້.