
ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ II ປີ 2019  
    ຂອງກຳລັງຫຼວງ-ກຳລັງທ້ອງຖິ່ນ 4 ແຂວງພາກໃຕ້ 

    ພົນຕີ ປອ ທອງລອຍ ສີລິວົງ ເປັນປະທານກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ II 
    ປີ 2019 ຂອງບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ 4 ແຂວງພາກໃຕ້
     ໂຮງງານປະສານເຫຼົ່າພາກໃຕ້ໄດ້ເປັນເຈົ້າພາບຈັດກອງປະຊຸມສ່ອງແສງລາຍງານວຽກງານຮອບດ້ານໃນທົ່ວກອງທັບປະຈຳໄຕມາດ II ແລະ ທິດທາງແຜນການປະຈຳ
    ໄຕມາດ III ປີ 2019 ຂອງບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ 4 ແຂວງພາກໃຕ້  ຈັດຂຶ້ນໃນຕອນບ່າຍວັນທີ  17 ກໍລະກົດ 2019 ນີ້, ພາຍໃຕ້ການເປັນປະທານ
    ຂອງສະຫາຍ  ພົນຕີ ປອ ທອງລອຍ ສີລິວົງ  ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ເຊິ່ງມີຄະນະນຳ 4
    ກົມໃຫຍ່, ຫ້ອງວ່າການກະຊວງ, ກອງພົນ ທີ 5 ແລະ  ຄະນະພັກ-ຄະນະບັນຊາກຳລັງຫຼວງ-ກຳລັງທ້ອງຖິ່ນ 4 ແຂວງພາກໃຕ້ເຂົ້າຮ່ວມ. 
     ກອງປະຊຸມ ສະຫາຍ  ພົນຕີ ປອ ທອງລອຍ ສີລິວົງ  ໄດ້ມີຄຳເຫັນຊີ້ນຳໃຫ້ແຕ່ລະກົມກອງລາຍງານສະພາບການຊີ້ນຳ-ນຳພາວຽກງານຮອບດ້ານຂອງແຕ່ລະກົມກອງ
    ເຊິ່ງກອງປະຊຸມໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານຮອບດ້ານ ແລະ  ປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ກໍຄືຢູ່ກົມກອງໃນໄລຍະຜ່ານມາຂອງແຕ່
    ລະກົມກອງ,  ເຊິ່ງໄດ້ຍົກໃຫ້ເຫັນສະພາບການຕ່າງໆທີ່ກົມກອງຮັບຜິດຊອບ ໂດຍລວມແລ້ວ  ແຕ່ລະກົມກອງມີຄວາມສະຫງົບໂດຍພື້ນຖານ ທັງນີ້ກໍຍ້ອນຄະນະພັກ-ຄະນະ
    ບັນຊາກົມກອງໄດ້ຖືສຳຄັນວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດຕໍ່ຖັນແຖວພະນັກງານສະມາຊິກພັກ-ນັກຮົບ, ເອົາໃຈໃສ່ວຽກງານກໍ່ສ້າງພັກ,
    ກໍ່ສ້າງພະນັກ
    ງານວຽກງານຕ້ານ ແລະ  ສະກັດກັ້ນປາກົດການຫຍໍ້ທໍ້ທ່ີີເກີດຂຶ້ນໃນສັງຄົມ ກໍຄືຂອບເຂດກົມກອງຮັບຜິດຊອບໃຫ້ມີຄວາມສະຫງົບປອດໄພ 100% ມີຫຼາຍກົມກອງປະ
    ສົບຜົນສຳເລັດໃນການສ້າງກົມກອງ 3 ປອດ (ປອດໃສ, ປອດໄພ, ປອດຄະດີ) ແລະ ກົມກອງໜ່ວຍພັກ ປອດໃສ ເຂັ້ມແຂງ, ໜັກແໜ້ນ. 
     ໂອກາດນີ້, ສະຫາຍ  ພົນຕີ ປອ ທອງລອຍ ສີລິວົງ  ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາກົມກອງ
    ຍາດມາໄດ້ໃນໄລຍະຜ່ານມາ ສະຫາຍໄດ້ຍົກໃຫ້ສະພາບການຂອງໂລກ ແລະ  ພາກພື້ນທີ່ສົ່ງຜົນກະທົບໂດຍທາງກົງ ແລະ ທາງອ້ອມໃຫ້ແກ່ປະເທດລາວເຮົາ, ພວກເຮົາຢູ່
    ໃນກຳລັງປະກອບອາວຸດຕ້ອງຍຶດໝັ້ນ ແລະ  ໜັກແໜ້ນຕໍ່ການປະຕິວັດຊາດ, ເຮັດໃຫ້ປະເທດຊາດມີ ຄວາມສະຫງົບເວົ້າລວມ,  ເວົ້າສະເພາະກໍຄືຂອບເຂດກົມກອງຕັ້ງທັບ.
    ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະກົມກອງຈົ່ງພ້ອມກັນເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານສະມາຊິກພັກ-ນັກຮົບມີແນວ
  ຄິດອຸ່ນອຽນທຸ່ນທ່ຽງຫ້າວຫັນໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນປະ  ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງກໍ່ສ້າງພັກ-ກໍ່ສ້າງພະນັກງານໃຫ້ມີຄວາມ
  ໜັກແໜ້ນທາງດ້ານການເມືອງແນວຄິດ  ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ ພ້ອມກັນຕ້ານ ແລະ  ສະກັດກັ້ນບັນດາປາກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃນຕໍ່ໜ້າໃຫ້ທັນເວລາ,
  ສ້າງເງື່ອນໄຂ ແລະ  ສິ່ງເອື້ອອຳນວຍຄວາມສະດວກໃຫ້ແກ່ກົມກອງ ແລະ  ປະຊາຊົນບັນດາເຜົ່າໃນການສ້າງເສດຖະກິດ-ສັງຄົມ ເພື່ອແກ້ໄຂຄວາມທຸກຍາກເຮັດໃຫ້ປະເທດ
  ຊາດຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຕາມຄາດໝາຍທີ່ວາງໄວ້ ແລະ  ສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນຂອງພັກທີ່ຈະມາເຖິງໃຫ້ມີຂະ
  ບວນການຟົດຟື້ນແຂງແຮງ.
     ໂອກາດເປີດກອງປະຊຸມສ່ອງແສງວຽກງານຮອບດ້ານໃນທົ່ວກອງທັບປະຈຳໄຕມາດ II ແລະ ວາງທິດທາງແຜນການປະຈຳໄຕມາດ III ປີ 2019 ຂອງບັນດາກົມກອງ
  ເຂດ VI ຄັ້ງນີ້  ຂັ້ນເທິງຍັງໄດ້ມອບປຶ້ມກາວີສະດຸດີ 70 ປີ ກອງທັບປະຊາຊົນລາວໃຫ້ແຕ່ລະກົມກອງຕື່ມອີກລວມທັງໝົດ 199 ຫົວ.