ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເຄື່ອນໄຫວ
ເຮັດວຽກຢູ່ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ


     ວັນທີ 16 ພຶດສະພາ 2022, ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ໄດ້ເຄື່ອນໄຫວເຮັດວຽກ ຢູ່
ໂຮງຮຽນກໍ່ສ້າງ ນາຍສິບເລກ 2 ວຽງໄຊ, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ພູເວີນ ວົງຄຳຊາວ ຫົວໜ້າການເມືອງໂຮງຮຽນ ພ້ອມຄະນະ, ມີ ຄະ
ນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ແລະ ນັກຮຽນ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ໄດ້ຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນທີ່ຜັນແປໄປຢ່າງສະຫຼັບສັບຊ້ອນ, ທີ່ມີທັງສິ່ງທີ່ເອື້ອ
ອຳນວຍ, ທ້າທາຍ ແລະ ທົດສອບຫຼາຍປະການທີ່ສົ່ງຜົນກະທົບຕໍ່ ສປປ ລາວ. ພ້ອມທັງ, ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະອໍານວຍການ, ຄະນະບັນຊາ, ພະ
ນັກງານຫຼັກແຫຼ່ງ ຕ້ອງເພີ່ມທະວີບົດບາດການນໍາພາ-ຊີ້ນໍາສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ນາຍ ແລະ ພົນທະຫານ ໃນທົ່ວໂຮງຮຽນໃຫ້ມີຄຸນ
ທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີຄວາມຕັ້ງຕໍ່ບໍລິສຸດ, ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ, ຕ້ານແນວຄິດຄອນແຄນຂີ້ຄ້ານມັກ
ງ່າຍແນວຄິດອາດຍາສິດ, ເພື່ອໃຫ້ມີຄວາມກະຕືລືລົ້ນໃນການປະຕິບັດໜ້າທີ່ການເມືອງ, ຍອມເສຍສະຫຼະເພື່ອຜົນປະໂຫຍດສ່ວນລວມ, ເພື່ອປະເທດຊາດ,
ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດເຄົາລົບ ແລະ ປະຕິບັດຫຼັກການນຳພາຂອງພັກ ເຮັດວຽກແບບລວມສູນປະຊາທິປະໄຕ ນຳພາເປັນໝູ່ຄະ
ນະແບ່ງວຽກບຸກຄົນຮັບຜິດຊອບ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ເອົາໃຈໃສ່ຍົກລະດັບປັບປຸງການຮຽນ-ການສອນ ໃຫ້ມີຄຸນນະພາບດີຂຶ້ນ, ປັບປຸງ
ຄ້າຍຄູ, ແກ້ໄຂຊີວິດການເປັນຢູ່ຂອງກົມກອງຂອງໂຮງຮຽນ, ປະຕິບັດຕາມທິດກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍເອງຕາມເງື່ອນໄຂ
ຄວາມອາດສາມາດ. ສະເພາະນັກຮຽນຕ້ອງອອກແຮງແຂ່ງຂັນກັນດຸໝັ່ນຄົ້ນຄ້ວາຮໍ່າຮຽນ ເຝິກຝົນ ຫຼໍ່ຫຼອມຕົນເອງ ໃນທຸກດ້ານ, ປະຕິບັດບັນດາຂໍ້ກໍານົດ
ກົດລະບຽບຂອງກອງທັບ ກໍຄື ຂອງໂຮງຮຽນໃຫ້ເຂັ້ມງວດເພື່ອສ້າງຕົນເອງໃຫ້ກາຍເປັນຜູ້ສືບທອດປ່ຽນແທນທີ່ດີມີຄຸນນະພາບໃຫ້ກອງທັບປະຊາຊົນລາວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 19/05/2022