
ພະນັກງານ-ນັກຮົບ ກົມໃຫ່ຍການເມືອງກອງທັບ ໄດ້ຮັບການສັກວັກຊີນຕ້ານພະຍາດໂຄວິດ-19

     ໃນວັນທີ 18 ພຶດສະພາ 2021ນີ້,   ຢູ່ທີ່ສະໂມສອນກົມໃຫ່ຍການເມືອງກອງທັບ ໄດ້ມີການສັກວັກຊິນຕ້ານພະຍາດໂຄວິດ 19   ເຂັມທຳອິດ, ໂດຍ
    ມີພະນັກງານ-ນັກຮົບ ຕື່ນຕົວພ້ອມກັນໄປຊັກວັກຊິນຢ່າງພ້ອມພຽງ.  ຕາມການລາຍງານຂອງສະຫາຍ ພັນໂທ ສຸລິເດດ ຈັນມະນີ, ຫົວໜ້າພະແນກເສນາ
    ຮັກ, ກົມໃຫ່ຍການເມືອງກອງທັບ ໃຫ້ຮູ້ວ່າ: ພະແນກເສນາຮັກ ກົມໃຫ່ຍການເມືອງກອງທັບ   ຮ່ວມກັບສະຖາກັນພະຍາກກອງທັບ ໄດ້ຈັດຕັ້ງສັກຢາວັກ
    ຊິນຕ້ານໂຄວິດ-19,   ຢາທີ່ນຳມາສັກຄັ້ງນີ້ແມ່ນ ຊິນນາຟາມ ແລະ ເປັນເຂັມທຳອິດ.
     ການມາສັກນັ້ນແມ່ນຢູ່ໄລຍະການລັອກດາວ ພະນັກງານແມ່ນໄດ້ຜັດປ່ຽນກັນມາ,   ຄາດວ່າການສັກເຂັມທຳອິດ ແມ່ນຈະໃຫ້ສຳເລັດ ໃນເດືອນ ກໍລະ
    ກົດ 2021ນີ້, ສຳລັບນາຍ   ແລະ ພົນທະຫານ ທີ່ມີເງື່ອນໄຂຄົບຖ້ວນ ເຖີງແມ່ນວ່າບໍ່ໄດ້ສັກໃນຄັ້ງນີ້   ແມ່ນສາມາດໄປສັກຢູ່ຕາມສູນຕ່າງໆ ເຊັ່ນສາຖາບັນ
    ກັນພະຍາດກອງທັບ ຫຼື ໂຮງໝໍ ສູນກາງ   103 ກໍ່ໄດ້.  ຄາດວ່າການສັກຢາຕ້ານໂຄວິດ-19 ນີ້ ພະນັກງານ-ນັກຮົບ   ທົ່ວກົມໃຫ່ຍການເມືອງກອງທັບແມ່ນຈະ
    ປະຕິບັດໃຫ້ໄດ້ຮັບການສັກຢາ ກວມເອົາ 95%.
     ໃນໂອກາດດັ່ງກ່າວສະຫາຍ ພັນໂທ ສຸລິເດດ ຈັນມະນີ   ຍັງໄດ້ຮຽກຮ້ອງມາຍັງຜູ້ທີ່ໄດ້ຮັບການສັກຢາຈົ່ງປະຕິບັດຕາມແພດສັ່ງ   ເປັນຕົ້ນແມ່ນບໍ່ໃຫ້ກິນ
    ຂອງດອງ ແລະ ຂອງມືນເມົາຕ່າງໆ   ທັງນີ້ກໍ່ເພື່ອຮັບປະກັນກັນໃນການສັກຢາໃຫ້ໄດ້ຮັບຜົນດີ ແລະ   ສະຫາຍຍັງໃຫ້ຮູ້ຕື່ມອີກວ່າ: ສຳລັບເຂັມທີ 2 ແມ່ນຈະ
  ເລີ່ມຕົ້ນ ໃນເດືອນ ສິງຫາ   ແລະ ຄາດວ່າ ຈະໃຫ້ສຳເລັດໃນເດືອນ ທັນວາ 2021 ແມ່ນໃຫ້ສຳເລັດ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
      ວັນທີ 19/05/2021