ສະຫາຍ ຫົວໜ້າ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ພ້ອມຄະນະໄດ້ລົງຕິດຕາມ
ຄວາມຄືບໜ້າໂຄງການກໍ່ສ້າງອານຸສາວະລີ ນັກບິນທະຫານອາກາດອາດີດສະຫະພາບໂຊຫວຽດ
ທີ່ໄດ້ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວແຕ່ປີ 1960-1974
ວັນທີ 13 ເມສາ 2022 ນີ້ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ພ້ອມດ້ວຍອານຸກຳ
ມະການຈາກ ກອງບັນຊາການທະຫານອາກາດ, ກອງພັນໃຫຍ່ 703, ກອງພັນໃຫ່ຍ 702 ແລະ ຄະນະອານຸກຳມະການ ກ່ຽວຂ້ອງຈາກ ບໍລິສັດຜູ້ຮັບເໝົາ
ກໍ່ສ້າງ ແລະ ອອກແບບຈາກລາວ ແລະ ຣັດເຊຍ ເຂົ້າຮ່ວມ.
ການລົງເຄື່ອນໄຫວຕິດຕາມຄວາມຄືບໜ້າຂອງ ໂຄງການກໍ່ສ້າງອານຸສາວະລີນັກບິນທະຫານອາກາດອາດີດສະຫະພາບໂຊຫວຽດ ທີ່ເສຍສະຫຼະຊີວິດ
ໃນປາງສົງຄາມຢູ່ລາວໃນພະລະກິດຊ່ວຍເຫຼືອ ເພື່ອມະນຸດສະທຳເຊິ່ງໂຄງການດັ່ງກ່າວ ແມ່ນປະຕິບັດຕາມທິດຊີ້ນຳຂອງ ກົມການເມືອງສູນກາງພັກແຫ່ງ ສ
ປ ປ ລາວ ແລະ ສະຫະພັນ ຣັດເຊຍ ເພື່ອຈາລຶກຜົນງານ ແລະ ເປັນການລະນຶກເຖິງຄຸນງາມຄວາມດີຂອງບັນດານັກບິນທະຫານອາກາດອະດີດສະຫະພາບ
ໂຊຫວຽດ ໃນເມື່ອກ່ອນໄດ້ມາຊ່ວຍເຫຼືອ ລາວ ແລະ ເປັນການສຳເນົາປະຫວັດສາດ ຮັກສາໄວ້ໃຫ້ຮຸ້ນລູກຫຼານໄດ້ສຶກສາຮໍ່າຮຽນມູນເຊື້ອສາຍພົວພັນອັນ
ດີງາມ ທີ່ມີມາແຕ່ດົນນານໃຫ້ຍືນຍົງ ແລະ ເປັນການເສີມສ້າງສາຍພົວພັນອັນດີງາມຂອງສອງຊາດລາວ ແລະ ຣັດເຊຍ ໃຫ້ຍືນຍົງຄົງຢູ່ຊົວກາລະນານ, ສຳ
ລັບໂຄງການນີ້ລັດຖະບານໄດ້ມອບໃຫ້ ກະຊວງປ້ອງກັນປະເທດ ເປັນຜູ້ຈັດຕັ້ງປະຕິບັດໃນນັ້ນກົມກອງວິຊາການມີ ກົມວິທະຍາສາດ-ປະຫວັດສາດ ການ
ທະຫານ, ຫ້ອງວາການ ກະຊວງປ້ອງກັນປະເທດ, ກອງບັນຊາການທະຫານອາກາດ, ກອງພັນໃຫ່ຍ 703, 702 ເປັນຜູ້ຊີ້ນຳຕິດຕາມຢ່າງໃກ້ຊິດ ເຊິ່ງໄດ້ສ້າງ
ເປັນສອງຈຸດຄື: ຢູ່ນະຄອນຫຼວງວຽງຈັນ ແມ່ນບໍລິເວນໃກ້ກັບ ກອງພັນໃຫ່ຍ 703 ແລະ ຢູ່ຊຽງຂວາງກໍ່ໄດ້ສ້າງໄວ້ໃກ້ກັບ ກອງພັນໃຫ່ຍ 702, ຝ່າຍ ລາວ
ໂດຍແມ່ນ ບໍລິສັດ ສຸພັດທອນທີ່ປຶກສາແລະ ບໍລິການຄົບວົງຈອນຈຳກັດ scs ເປັນຜູ້ຮັບເໝົາກໍ່ສ້າງໂດຍມີໜ້າວຽກສ້າງລານອ້ອມຮອບອານຸສາວະລີ ສ້າງ
ແທ່ນສໍາລັບບ່ອນວາງສັນຍາລັກຂອງນັກບິນທະຫານອາກາດ ລັດເຊຍ, ສ້າງຮົ້ວອ້ອມ ແລະ ລະບົບນໍ້າລະບົບໄຟສວນດອກໄມ້, ຕົ້ນໄມ້, ສ່ວນບໍລິສັດ MK
sp ຂອງ ລັດເຊຍ ແມ່ນມີໜ້າທີ່ອອກແບບ ແລະ ຜະລິດສິ້ນສ່ວນສັນຍາລັກຂອງທະຫານອາກາດ ຣັດເຊຍ ທີ່ຜະລິດເປັນທອງສຳລິດເຄື່ອງໝາຍສັນຍາລັກ
ແລະ ອອກແບບແກະສະຫຼັກຕົວໜັງສືຊື່ເອີ້ນ ແລະ ບຸກຄົນສຳຄັນລົງໃນແຜ່ນຫີນອ່ອນ ເພື່ອຈາລຶກໄວ້ໃຫ້ໄດ້ຍາວນານປະຈຸບັນນີ້ ໂຄງການໄດ້ສ້າງສຳເລັດ
ເກືອບສົມບູນ ແລະ ຄາດວ່າຈະໄດ້ເປີດນຳໃຊ້ໃນ ເດືອນ ມີຖຸນາ ນີ້, ຖ້າໂຄງການສ້າງສຳເລັດ ແລະ ເປີດນໍາໃຊ້ຈະເປັນບ່ອນທ່ອງທ່ຽວບ່ອນພັກຜ່ອນເປັນ
ສະຖານທີ່ສາທາລະນະ ໃຫ້ຄົນໄດ້ທ່ຽວຊົມ ແລະ ສຶກສາມູນເຊື້້ອອັນດີງາມຂອງສອງຊາດ ລາວ-ຣັດເຊຍ ຕະຫຼອດໄປ.
ແຫຼ່ງທີ່ມາ: ສອນໄຊ ສຸກສິງຈັນ
ວັນທີ 19/04/2022