ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະ​ນຳກອງບັນຊາການທະຫານນະຄອນຫຼວງວຽງຈັນ
ອວຍພອນລັດຖະມົນຕີ ກະຊວງປ້ອງກັນປະເທດ


     ວັນທີ 12 ເມສາ 2022 ນີ້, ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ພ້ອມ
ດ້ວຍຄະນະ ໂດຍຕາງໜ້າກຳລັງປະກອບອາວຸດທ້ອງຖິ່ນ ນະຄອນຫຼວງວຽງຈັນ ໄດ້ນຳເອົາກະຕ່າດອກໄມ້, ກະຕ່າຂອງຂວັນເຂົ້າອວຍພອນການນຳຂັ້ນສູງ
ກະຊວງປ້ອງກັນປະເທດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນບຸນປີໃໝ່ລາວ ພສ 2565. ໃນນັ້ນໄດ້ອວຍພອນ ສະຫາຍ ພົນເອກ ຈັນສະໝອນ ຈັນຍາ
ລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ສະຫາຍ ພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວ
ໜ້າກົມໃຫຍ່ການເມືອງກອງທັບ ແລະ ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການ
ກອງທັບ.

     ໃນໂອກາດນີ້, ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ໄດ້ກ່າວຄຳອວຍພອນໄຊ ອັນປະເສີດ ໃຫ້ແກ່ບັນດາສະຫາຍການນຳຂັ້ນສູງ ກະຊວງປ້ອງ
ກັນປະເທດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ປະສົບຜົນສຳເລັດໃນໜ້າທີ່ວຽກງານທີ່ການຈັດຕັ້ງພັກ-ລັດ ແລະ
ປະຊາຊົນມອບໝາຍໃຫ້. ໃນໂອກາດດຽວກັນການນຳຂັ້ນສູງແຕ່ລະສະຫາຍ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ຄະນະນຳກອງບັນຊາການທະຫານ ນະຄອນຫຼວງ
ວຽງຈັນ ທີ່ນໍາເອົາຄວາມຮັກແພງ ແລະ ຄໍາອວຍພອນ ອັນປະເສີດ ມາສູ່ຄະນະນໍາກະຊວງປ້ອງກັນປະເທດ ໃນຄັ້ງນີ້ ພ້ອມທັງໃຫ້ທິດຊີ້ນໍາຕໍ່ຄະນະ ຈົ່ງພ້ອມ
ກັນເອົາໃຈໃສ່ນໍາພາ-ຊີ້ນຳ ກຳລັງຂອງຕົນເຮັດສໍາເລັດໜ້າທີ່, ເປັນເຈົ້າການຕິດຕາມກວດກາສະພາບຕ່າງໆ ຢ່າງຕໍ່ເນື່ອງ ໂດຍການປະສານສົມທົບກັບພາກ
ສ່ວນຕ່າງໆທີ່ກ່ຽວຂ້ອງແນໃສ່ຮັບປະກັນເຮັດໃຫ້ ນະຄອນຫຼວງວຽງຈັນ ມີຄວາມສະຫງົບປອດໄພ.

     ຂ່າວໃຫ້ຮູ້ຕື່ມວ່າ: ໃນວັນທີ 11 ເມສາ 2022 ນີ້, ຄະນະນຳກອງບັນຊາການທະຫານນະຄອນຫຼວງວຽງຈັນ ກໍ່ໄດ້ນຳເອົາກະຕ່າດອກໄມ້ ແລະ ກະຕ່າ
ຂອງຂວັນເຂົ້າອວຍພອນ ທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກນະຄອນຫຼວງປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດວັນບຸນ
ປີໃໝ່ ລາວ ພສ 2565 ເຊັ່ນດຽວກັນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 19/04/2022