ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ພະລາທິການກອງທັບ ຈັດພິທີບາສີສູ່ຂວັນຕ້ອນຮັບປີໃໝ່ ຈສ 1381, ພສ 2562


ພົນຕີ ປອ ວົງຄໍາ ພົມມະກອນ ເຂົ້າຮ່ວມພິທີບາສີສູ່ຂວັນສົ່ງທ້າຍປີເກົ່າ ແລະຕ້ອນຮັບປີໃໝ່ຈສ 1381, ພສ 2562

     ເພື່ອເປັນການສົ່ງທ້າຍປີເກົ່າຈຸນລະສັງກາດ (ຈສ 1380) ພສ 2561 ແລະ ຕ້ອນຮັບປີໃໝ່ ຈສ 1381, ພສ 2562 ປີນີ້ໃຫ້ເຕັມໄປດ້ວຍບັນຍາກາດຢ່າງເບີກບານ
ມ່ວນຊື່ນ, ໃນຕອນເຊົ້າວັນທີ 12 ເມສາ 2019, ກົມໃຫຍ່ພະລາທິການກອງທັບໄດ້ຈັດພິທີສູດປະລິຕະມຸງຄຸນ, ຕັກບາດຍາດນໍ້າເພື່ອອຸທິດເຖິງດວງວິນຍານຂອງອະດີດ
ການນໍາກົມໃຫຍ່ພະລາທິການກອງທັບຜູ້ທີ່ໄດ້ລວງລັບຈາກໄປ ແລະ ບາສີສູ່ຂວັນໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຂຶ້ນ, ໂດຍການເຂົ້າຮ່ວມຂອງສະຫາຍ ພົນຕີ
ປອ ວົງຄໍາ ພົມມະກອນ ກໍາມະການ ຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະນໍາກົມໃຫຍ່ພະລາທິການ, ບັນດາກົມ,
ຫ້ອງການ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງ, ຄອບຄົວຄະນະນໍາກົມໃຫຍ່, ອະດີດພະນັກງານອາວຸໂສບໍານານ ແລະ ພະນັກງານ-ນັກຮົບພາຍໃນກົມເຂົ້າ
ຮ່ວມ.

     ສະຫາຍ ພັນເອກ ສົມວັນ ທໍາມາໄຊ ຄະນະປະຈໍາພັກອົງການກົມໃຫຍ່, ຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ ໄດ້ຕາງໜ້າໃຫ້ພະນັກງານ-ນັກຮົບ
ໃນທົ່ວກົມໃຫຍ່ພະລາທິການກອງທັບຂຶ້ນກ່າວ ຄໍາອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດເວົ້າລວມ, ເວົ້າສະເພາະຄະນະນໍາກົມໃຫຍ່ພະລາທິການກອງທັບ ຈົ່ງ
ມີແຕ່ສຸຂະພາບແຂງແຮງປາສະຈາກໂລກໄພໄຂ້ເຈັບ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ສືບຕໍ່ຊີ້ນໍາ-ນໍາພາກົມໃຫຍ່ພະລາທິການກອງທັບກ້າວໜ້າຂຶ້ນໄປ
ເລື້ອຍໆ, ອອຍພອນໄຊມາຍັງພະນັກງານ-ນັກຮົບໃນທົ່ວກົມໃຫຍ່ພະລາທິການກອງທັບ ຈົ່ງມີແຕ່ຄວາມສຸກຄວາມຈະເລີນ ພ້ອມກັນສຸມທຸກສະຕິປັນຍາເຫື່ອແຮງຂອງ
ຕົນ ຕັ້ງໜ້າປະກອບສ່ວນເຂົ້າໃນໜ້າທີ່ວຽກງານວິຊາສະເພາະຂອງກົມກອງໃຫ້ສໍາເລັດຜົນຢ່າງຈົບງາມ.

     ໂອກາດນີ້ ສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ກໍໄດ້ມີຄໍາເຫັນວ່າ: ຕະຫຼອດໄລຍະ 1 ປີທີ່ຜ່ານມານັ້ນເປັນປີໜຶ່ງທີ່ມີຄວາມໝາຍຄວາມສໍາຄັນທາງດ້ານປະຫວັດ
ສາດ, ໂດຍສະເພາະແມ່ນການກະກຽມໃຫ້ແກ່ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບໃນ
ທົ່ວກົມໃຫຍ່ພະລາທິການກອງທັບ ໄດ້ເປັນເຈົ້າການເຕົ້າໂຮມຄວາມສາມັກຄີຕັ້ງໜ້າປະກອບສ່ວນເຂົ້າໃນງານດັ່ງກ່າວເຕັມໄປດ້ວຍບັນຍາກາດຢ່າງຟົດຟື້ນ ແລະ ໄດ້ສໍາ
ເລັດລົງຢ່າງຈົບງາມ, ເນື່ອງໃນໂອ ກາດສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ ຈສ 1381 ພສ 2562 ນີ້ ຂໍອອຍພອນໄຊມາຍັງຄະນະນໍາກົມໃຫຍ່ພະລາທິການ, ຄະນະ
ພັກ-ຄະນະບັນຊາກົມກອງ ພ້ອມດ້ວຍພະນັກງານ-ນັກຮົບທຸກສະຫາຍທີ່ຂຶ້ນກັບກົມໃຫຍ່ພະລາທິການກອງທັບຈົ່ງມີແຕ່ສຸຂະພາບແຂງແຮງ, ມີພະລານາໄມສົມບູນປາສະ
ຈາກໂລກໄພໄຂ້ເຈັບ, ມີຄວາມເບີກບານມ່ວນຊື່ນ ພ້ອມກັນສູ້ຊົນສືບຕໍ່ຈັດຕັ້ງປະຕິບັດບັນດາມະຕິຕ່າງໆຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ, ໂດຍສະເພາະ
ມະຕິກອງປະຊຸມໃຫຍ່ຄັ້ງທີ 5 ຂອງອົງຄະນະພັກກົມໃຫຍ່ພະລາທິການກອງທັບ ໃຫ້ມີຜົນສໍາເລັດໃນທຸກໜ້າທີ່ວຽກງານ ແລະ ເພື່ອພ້ອມກັນກະກຽມໃນການຈັດຕັ້ງດໍາ
ເນີນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ພະລາທິການກອງທັບ, ຈາກນັ້ນກໍໄດ້ຜູກຂໍ້ຕໍ່ແຂນ ແລະ ຫົດສົງນໍ້າອອຍພອນໄຊເຊິ່ງກັນ ແລະ ກັນ ເພື່ອສະເເດງ
ເຖິງຄວາມສາມັກຄີຮັກແພງ, ໄມຕີຈິດມິດຕະພາບອັນດູດດື່ມຕະຫຼອດໄປ.