ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການ​ທະຫານ ເຜີຍ​ແຜ່ດຳລັດ​ຂອງ​ລັດຖະບານ, ​ແຕ່ງ​ຕັ້ງໜ້າທີ່ ໃຫ້​ພົນທະຫານ


ພົນຈັດຕະວາ ວຽງ​ໄຊ ສົມ​ວິຈິດ ຫົວໜ້າ ກົມ ວສ-ປສ ການ​ທະຫານ  ​​​ເປັນປະທານ​

     ໃນ​ວັນ​ທີ 18 ກຸມພາ 2020 ນີ້, ຢູ່​ທີ່ ກົມ ວສ-ປສ ການ​ທະຫານ ​ໄດ້​ເປີດ​ກອງ​ປະຊຸມ​ເຜີຍ​ແຜ່​ດຳລັດ​ຂອງ​ລັດຖະບານ, ​ແຕ່ງ​ຕັ້ງໜ້າທີ່ ​ແລະ ຍົກຍ້າຍໜ້າ​ໃຫ້​ພົນທະ
ຫານ ໂດຍ​ການ​​ເປັນປະທານ​ຂອງ ພົນຈັດຕະວາ ວຽງ​ໄຊ ສົມ​ວິຈິດ ຫົວໜ້າ ກົມ ວສ-ປສ ການ​ທະຫານ  ​ແລະ ພະນັກງານ​ນັກຮົບ​ພາຍ​ໃນ​ກົມ​ກອງ​ເຂົ້າ​ຮ່ວມ.


ສະຫາຍ ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າກົມວສ-ປສການທະຫານຂຶ້ນຜ່ານດຳລັດແລະແຈ້ງການແນະນຳ

     ສະຫາຍ ພັນ​ເອກ ວິຊຽນ ສີສະ​ອາດ ຮອງ​ຫົວໜ້າ ກົມ ວສ-ປສ ການ​ທະຫານ ​ໄດ້​ຂຶ້ນຜ່ານ​ດຳລັດ, ​ແຈ້ງ​ການ​ກ່ຽວກັບ​ການ​ປາຖະກະຖາ ບັນດາ​ວັນ​ສຳຄັນ​ຂອງ​ຊາດ,
ຂອງ​ພັກ, ຂອງ​ກອງທັບ ​ແລະ ສາກົນ​ໃນ 6 ​ເດືອນ​ຕົ້ນ​ປີ 2020 ພ້ອມ​ທັງ​ແຈ້ງ​ການ​ກ່ຽວກັບ ​ການຈັດ​ຕັ້ງ​ເປີດ​ຂະ​ບວນການ​ແຂ່ງຂັນ ​ສ້າງ​​ເພື່ອຜົນງານ​ທົ່ວ​ກົມກ​ອງ ປະຈຳ​ປີ
2020. ນອກ​ນັ້ນ​ຍັງ​ໄດ້​​ແຈ້ງການ​ກ່ຽວກັບ ຄຳ​ສັ່ງ​ແນະນຳ ວ່າ​ດ້ວຍ ການຈັດ​ຕັ້ງ​ອົບຮົມ​ການ​ເມືອງ​ແນວ​ຄິດ, ປະຈຳ​ປີ 2020.

     ຫຼັງຈາກ​ເຜີຍ​ແຜ່​ແລ້ວ, ​ຍັງໄດ້​ປະກາດຍົກ​ຂັ້ນ​ເງິນ​ເດືອນ​ໃຫ້​ພະນັກງານ, ຊັ້ນ​ ພັນ​ໂທ​ ກິນ​ເງິນ​ເດື​ອນ ພັນເອກ 2 ສະຫາຍ, ຍົກ​ຍ້າຍ​ໜ້າທີ່ ​ໄປຢູ່​ກົມ​ກອງ​ໃໝ່ 1 ສະຫາຍ,
ຍ້າຍ​ເຂົ້າ​ມາ​ຮັບໜ້າທີ່​ໃໝ່ 2 ສະຫາຍ.

     ​ໂອກາດ​ດັ່ງກ່າວ ສະຫາຍ ວຽງ​ໄຊ ສົມ​ວິຈິດ ​ໄດ້​ມີ​ຄຳ​ເຫັນ​ໂອ້ລົມ ​ເຊິ​່ງ ສະຫາຍ ​ໄດ້​ສະ​ແດງ​ຄວາມ​ຄິດ​ເຫັນ​ກ່ຽວກັບ​ການ​ສະກັດ​ກັ້ນ​ຄວາມ​ຄິດ​ຫຍໍ້​ທໍ້, ວຽກງານ​ການ
​ເມືອງ, ຮູ້​ນຳ​ໃຊ້​ຫົວຄິດ​ປະດິດ​ສ້າງ ​ຕາມ​ທິດ​ຊີ້ນຳ​ຂອງ​ຂັ້ນ​ເທິງ​ມອບ​ໃຫ້ ບັນດາ​ຂໍ້​ກຳນົດ, ກົດ​ລະບຽບ, ​ເຮັດ​ວຽກມີ​ແບບ​ແຜນ​ຖືກຕ້ອງ​ຕາມ​ລະບຽບຂອງ​ພັກ.