ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ສຸວອນ ເລືອງບຸນມີ ລົງຢ້ຽມຢ້າມ ແລະ ຊຸກຍູ້ວຽກງານຢູ່ກອງພັນ 597

     ໃນວັນທີ 13 ກຸມພາ 2018 ນີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມ
ໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານກອງພັນ 597 ທີ່ຂຶ້ນກັບກອງບັນຊາການທະຫານແຂວງໄຊ
ສົມບູນ ໂດຍການໃຫ້ກຽດຕ້ອນຮັບຂອງ ພັນໂທ ມອນສີ ບຸດລະມິດ ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງກອງພັນ 597 ພ້ອມດ້ວຍຄະນະ.


ພົນໂທ ສຸວອນ ເລືອງບຸນມີ ລົງເຄື່ອນໄຫວຢ້ຽມຢາມແລະຊຸກຍູ້ວຽກງານກອງພັນ 597

     ພັນໂທ ມອນສີ ບຸດລະມິດ ກໍໄດ້ລາຍງານສະພາບໂດຍຫຍໍ້ການຈັດຕັ້ງປະຕິບັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບພາຍໃນຂອບເຂດຮັບຜິດ
ຊອບກໍຄືກົມກອງຕັ້ງທັບຢູ່ໃຫ້ມີຄວາມສະຫງົບໂດຍພື້ນຖານ, ພໍ່ແມ່ປະຊາຊົນມີຄວາມອຸ່ນອ່ຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ຕື່ນຕົວ ແລະ
ມີສ່ວນຮ່ວມເຂົ້າໃນວຽກງານປົກປັກຮັກສາເຂດນໍ້າແດນດິນ, ຮັກບ້ານເກີດເມືອງນອນ ແລະ ເປັນຫູເປັນຕາຊ່ວຍອົງການຈັດຕັ້ງ ແລະ ອຳນາດການປົກຄອງ
ທ້ອງຖິ່ນໃນການເກັບກຳຂໍ້ມູນຂອງກຸ່ມຄົນບໍ່ຫວັງດີຈະເຂົ້າມາກໍ່ຄວາມບໍ່ສະຫງົບຢູ່ຂົງເຂດດັ່ງກ່າວ, ຈາກນັ້ນ ສະຫາຍຍັງໄດ້ລາຍງານຫຍໍ້ສະພາບກົມກອງ
ປັດຈຸບັນແມ່ນພວມອົບຮົມຫັດແອບວິຊາງົດງາມ, ວິຊາສິລະປະຍຸດ-ຍຸດທະວິທີ ແລະ 7 ລະບອບ 18 ວຽກຂອງກອງທັບ ໃຫ້ແກ່ທະຫານພັນທະທີ່ການຈັດ
ຕັ້ງຂັ້ນເທິງ ກໍຄືກອງບັນຊາການທະຫານແຂວງສົ່ງມາເຝິກຢູ່ກົມກອງ ນອກນັ້ນກົມກອງຍັງໄດ້ລົງເລິກຕິດແໜ້ນກັບວຽກງານກໍ່ສ້າງຮາກຖານການເມືອງເຮັດ
ໃຫ້ຂອບເຂດດັ່ງກ່າວມີຄວາມສະຫງົບປອດໄພດີ.

     ທ່ານ ພົນໂທ ສຸວອນ ເລືອງບຸນມີ ພ້ອມດ້ວຍຄະນະ ກໍໄດ້ລົງກວດກາເບິ່ງພື້ນທີ່ຂອງກົມກອງຕັ້ງທັບ, ກວດກາເບິ່ງບ່ອນທີ່ຈະປຸກສ້າງຂອງກອງຮ້ອຍ,
ເຮືອນຄົວລວມ, ລົງກວດກາເບິ່ງເຮືອນນອນກອງຮ້ອຍ1, ກອງຮ້ອຍ2, ເຮືອນຄົວລວມ, ເຮືອນກິນເຂົ້າ ເພື່ອຄົ້ນຄວ້າທາງດ້ານງົບປະມານສະໜອງໃຫ້ແກ່
ການປຸກສ້າງດັ່ງກ່າວ ແລະ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາຈົ່ງສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບສອດ
ຫ້ອຍເຂົ້າທຸກຂົງເຂດວຽກງານ, ສືບຕໍ່ອົບຮົມຫັດແອບສິລະປະຍຸດ-ຍຸດທະວິທີໃຫ້ພະນັກງານ-ນັກຮົບໄດ້ເປັນປົກກະຕິດີ, ເອົາໃຈໃສ່ເພີ່ມພູນຜະລິດຜົນໄປ
ຕາມທິດຊີ້ນຳ 4 ປູກ 4 ລ້ຽງ ຂອງກົມໃຫຍ່ພະລາທິການກອງທັບວາງອອກ ເພື່ອເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ສ້າງໃຫ້ໄດ້
ກົມກອງປອດໃສ, ປອດໄພ, ປອດຄະດີຕິດພັນກັບການກໍ່ສ້າງກອງວັດທະນະທຳ-ນັກຮົບວັດທະນະທຳ ແລະ ໜ່ວຍພັກປອດໃສໜັກແໜ້ນເຂັ້ມແຂງຢ່າງມີ
ຈຸດສຸມ.