ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພາກສ່ວນ​ຕ່າງໆ ສືບຕໍ່​ມອບ​ເງິນ​ຊຸກຍູ້​ນັກ​ກິລາ​ກະຊວງ​ປ້ອງ​ກັນ​ປະເທດ

 



ວັນ​ທີ 17 ຕຸລາ 2022 ນີ້, ພາກສ່ວນ​ຕ່າງໆ ໄດ້​ສືບຕໍ່​ມອບ​ເງິນ​ອຸປະຖຳ ນັກ​ກິລາກະ ຊວງ​ປ້ອງ​ກັນ​ປະເທດ ທີ່​ຈະ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ງານມະ ຫະກຳ​ກິລາ​ແຫ່ງ​ຊາດ ​ຄັ້ງ​ທີ​​ XI ທີ່ແຂວງ​ຊຽງ​ຂວາງ, ຕາງໜ້າ​ໃຫ້ກະຊວງປ້ອງ​ກັນ​ປະເທດ​ກ່າວຮັບໂດຍ​ ສະຫາຍ ພົນຈັດຕະວາ ຄຳ​ມ່ວນ ເລືອ​ງວັນ​ຫຼ້າ ຮອງຫົວໜ້າຫ້ອງວ່າການ​ກະຊວງ​ປ້ອງ​ກັນ​ປະເທດ, ຫົວໜ້າ​ຄະນະ​ຮັບຜິດຊອບ​ວຽກ​ງານ​ລະດົມ​ທຶນຊຸກຍູ້​ນັກ​ກິລາ​ກະຊວງ​ປ້ອງ​ກັນ​ປະເທດ, ພ້ອມ​ດ້ວຍ ​ຄະນະ​ຮັບຜິດຊອບ​ນັກ​ກິລາ​ເຂົ້າ​ຮ່ວມ. ພາກສ່ວນ​ທີ່​​ອຸປະຖຳ​ໃນ​ຄັ້ງ​ນີ້​ລວມ​ມີ: ບໍລິສັດ ອຸດົມ​ຊັບ ພັດທະນາ​ບໍ່​ແຮ່​ຈຳກັດ ມອບ​ເງິນ​ຈຳນວນ 100.000.000 ກີບ, ຕາງໜ້າ​ກ່າວ​ມອບ​ໂດຍ​ທ່ານ ອິນ ສີ​ວົງ​ໄຊ ຮອງ​ຜູ້ອຳນວຍການ ບໍລິສັດ ອຸດົມ​ຊັບ ພັດທະນາ​ບໍ່​ແຮ່​ຈຳກັດ ພ້ອມ​ຄະນະ, ບໍລິສັດ ເອ​ເຊຍ ລົງທຶນ​ພັດທະນາ ແລະ ກໍ່ສ້າງ​ຈຳກັດ​ຜູ້​ດຽວ (AIDC) ມອບ​ເງິນ 20.000.000 ກີບ, ຕາງໜ້າ​ກ່າວ​ມອບ​ໂດຍ ທ່ານ ນາງ ວຽງ​ວິໄລ ກິ່ງ​ແກ້ວ ເລຂາ ບໍລິສັດ ເອ​ເຊຍ ລົງທຶນ​ພັດທະນາ ແລະ ກໍ່ສ້າງ​ຈຳກັດ​ຜູ້​ດຽວ​ພ້ອມ​ຄະນະ ແລະ ບໍລິສັດ ເອ​​ສ​ທີ​ກຸບ ຈຳກັດ​ຜູ້​ດຽວ ມອບ​ເງິນ 30.000.000 ກີບ, ຕາງໜ້າ ກ່າວມອບ​ໂດຍ ທ່ານ ອາ​ລຸນ ຢາ​ກາ​ນາ​ກິ ຫົວໜ້າ​ຫ້ອງການບໍລິສັດ ດັ່ງກ່າວ​ພ້ອມ​ຄະນະ. ໂອກາດ​ນີ້, ສະຫາຍ ພົນຈັດຕະວາ ຄຳ​ມ່ວນ ເລືອ​ງວັນຫຼ້າ ໄດ້​ຕາງໜ້າ​ໃຫ້​ຄະນະ​ນຳກະຊວງ​ປ້ອງ​ກັນ​ປະເທດ ກໍ​ຄືຕາງໜ້າ​ຄະນະ​ຊີ້​ນຳ​ນັກ​ກິລາສະແດງ​ຄວາມ​ຂອບໃຈນຳ​ແຕ່ລະພາກ ສ່ວນ​ທີ່​ເຫັນ​ໄດ້​ຄວາມ ​ຈຳເປັນ ແລະ ຄວາມ​ສຳຄັນ​ວຽກ​ງານກິ ລາ​ຂອງ​ກະຊວງ​ປ້ອງ​ກັນປະເທດ ຈຶ່ງ​ໄດ້​ນຳ​ເອົາ​ວັດຖຸ​ປັດ​ໄຈ​ມາ​ມອບ​ໃນ​ຄັ້ງ​ນີ້, ເຊິ່ງ​ເປັນ​ການ​ປະກອບສ່ວນ​ສຳຄັນ​ໃນ ​ການ​ຊຸກຍູ້​ສົ່ງເສີມ​ນັກ​ກິລາ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ໃຫ້​ມີ​ກຳ ລັງ​ໃຈ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ໃນ​ງານ​ມະ​ຫະ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ XI ທີ່​ແຂວງ​ຊຽງ ​ຂວາງ​ເປັນ​ເຈົ້າພາບ ເພື່ອ​ຍາດ​ເອົາ​ຜົນງານ​ທີ່​ດີເດັ່ນ​ມາສູ່​ກອງທັບ​ເຮົາ ແລະ ກ່າວ​ຢືນຢັນ​ວ່າ ຈະ​ນຳ​ເອົາ​ວັດຖຸ​ປັດ​ໄຈ​ຈຳນວນ​ດັ່ງກ່າວ​ນີ້ ໄປ​ນຳ​ໃຊ້​ໃຫ້​ເກີດ​ປະ ໂຫຍດ​ສູງ​ສຸດ. ພ້ອມ​ດຽວ​ກັນ​ນັ້ນ, ກໍ​ໄດ້​ມອບ​ໃບ​ກຽດ​ຕິ​ຄຸນ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ໃຫ້​ແຕ່​ລະ​ພາກສ່ວນ​ທີ່​ເຂົ້າ​ມາ​​ອຸປະຖຳ​ໃນ​ຄັ້ງ​ນີ້​ອີກ​ດ້ວຍ. ຂ່າວ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ກ່ອນ​ໜ້າ​ນີ້, ບໍລິສັດ ຂຸດ​ຄົ້ນ​ແຮ່​ເຫຼັກ ໂກ​ເອ​ໂກ ຈຳກັດ ກໍ​ໄດ້​ມອບ​ເງິນ​ອຸປະຖຳ​ຈຳນວນ 10.000.000 ກີບ ແລະ ສະ​ຖາ​ບັນ​ການ​ຢາ-ການ​ແພດ​ພື້ນເມືອງ​ກອງທັບ​ມອບ​ເງິນ 2.000.000 ກີບ.ໂດຍ​ການ​ກ່າວ​ຮັບ​ຂອງ​ສະຫາຍ ພັນ​ເອກ ສີ​ປະເສີດ ບຸນ​ປະກອບ ຫົວໜ້າ​ກົມ​ອົບຮົມ ກົມ​ໃຫຍ ່​ເສນາ​ທິ​ການ​ກອງທັບ, ຄະນະ​ຊີ້​ນຳ​ນັກ​ກິລາ​ກະຊວງ​ປ້ອງ​ກັນ​ປະເທດ ພ້ອມ​ດ້ວຍ​ຄະນະ.

ແຫຼ່ງທີ່ມາ: ໂດຍ: ນາງ ຍ້ອມ​ເພັດ
ວັນທີ 18/10/2022