ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ມອບ​ເງິນ​ນະໂຍບາຍ ​ໃຫ້​ນາຍ​ທະຫານ ພັກ​ການ​ຮັບ​ບຳນານ

 



    ວັນ​ທີ 14 ຕຸລາ 2022 ນີ້, ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໄດ້​ຈັດ​ພິທີ​ມອບ​ເງິນ​ນະໂຍບາຍ​ໃຫ້​ນາຍ​ທະຫານ​ຂັ້ນ​ສູງ​ທີ່​ພັກ​ການ​ຮັບ​ບຳນານ ໂດຍ​ການ ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຕີ ສີດາ​ລໍ່ ຈ່ົງ​ເຕັ່ງ​ເຈ້ຍ​ຊ້າ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ​ຄະນະ​ກົມ-ຫ້ອງການ, ພະແນກການ, ຄະນະ​ພັກ-ຄະນະ​ບັນຊາ​ກົມ​ກອງ ແລະ ພາກ​ສ່ວນ​​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສົມ​ຈິດ ຄຸນ​ນະ​ວົງ ຫົວໜ້າ​ພະ​ແນກ​ນະໂຍບາຍຫ້ອງ​ການເມືອງ ກົມ​ໃຫຍ່​ ເສນາ​ທິ​ການ​ກອງທັບ ໄດ້​ຂຶ້ນ​ຜ່ານຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ປະຕິບັດນະ​ໂຍບາຍໃຫ້​ນາຍ​ທະຫານ​ຂັ້ນ​ສູງ, ອີງ​ຕາມ​ກົດໝາຍວ່າ ​ດ້ວຍ​ປະກັນ​ສັງຄົມ (ສະບັບ​ປັບປຸງ), ອີງຕາມ​ດຳລັດ​ຂອງ​ນາຍົກລັດຖະມົນຕີ ແລະ ແຈ້ງ​ການ​ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ດັ່ງນັ້ນ, ກະຊວງ​ປ້ອງ​ກັນ ​ປະເທດ​ຕົກລົງໃຫ້ສະຫາຍ ພົນ​ຈັດຕະວາ ສິງ​ສະ​ຫວັດ ພົມ​ມະ​ສັກ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ແລະ ສະຫາຍ ພັນ​ເອກ ຄຳ​ຕາ ວົງ​ວັນ​ດີ ຫົວໜ້າ​ກົມ​ໂຮງຮຽນ ກົມ​ໃຫຍ່​ເສນາ​ທິ​ການ ພັກ​ການ​ຮັບ​ເງິນ​ນະໂຍບາຍ​ອຸດ​ໜູນ​ບຳນານ ແລະ ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ ​ການ ​ອະນຸມັດ​ໃຫ້​ນາຍ​ທະຫານ​ພັກ​ ການ​ຮັບ​ບຳນານ ອີງ​ຕາມ​ກົດໝາຍວ່າ​ດ້ວຍ​ ນາຍ​ທະຫານ​ກອງທັບ​ປະ​ຊົນ​ລາວ (ສະບັບ​ປັບປຸງ), ອີງ​ຕາມ​ກົດໝາຍ​ວ່າ​ດ້ວຍ ​ປະກັນ​ສັງຄົມ (ສະບັບ​ປັບປຸງ), ອີງຕາມ​ການ​ຄົ້ນຄວ້າ ແລະ ນຳ​ສະເໜີ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ກະຊວງ​ປ້ອງ​ກັນ​ປະເທດ​ຕົກລົງ​ໃຫ້ ສະຫາຍ ພັນ​ໂທ ຄຳ​ເຜີຍ ໄຊ​ຍະ​ຫານ ຫົວໜ້າ​ການ​ທະຫານ​ກອງຮ້ອຍ 202, ສະຫາຍ ພັນ​ໂທ ສັງວອນ ປານ​ທອງຄຳ ຮອງ​ຮັບຜິດຊອບ​ວຽກ​ງານ​ພະ​ລາ ໂຮງງານ​ຜະລິດ-ປະກອບ​ສ້ອມແປງ 209, ສະຫາຍ ພັນ​ຕີ ຈັນທະ​ໜອມ ພົມ​ມະ​ວົງ​ໄຊ ຊ່ວຍ​ວຽກ​ຂະແໜງ​ບານເຕະກອງກິລາ​ກອງທັບ, ສະຫາຍ​ພັນ​ຕີ ນາງ ສິມ​ມະ​ລີ ມູນ​ມະນີ ແພດ​ປະຈຳ​ກອງຮ້ອຍ 51 ພັກ​ການ​ຮັບ​ເງິນ​ນະໂຍບາຍ ຄິດໄລ່​ເງິນເດືອນ​ບຳນານ ແລະ ອຸດ​ໜູນ​ເທື່ອ​ທຳ​ອິດ ນັບ​ແຕ່​ງວດ 3 ສົກ​ປີ 2022 ເປັນຕົ້ນ​ໄປ. ໂອກາດ​ນີ້ ສະຫາຍ ພົນ​ຕີ ສີດາ​ລໍ່ ຈົ່ງ​ເຕັ່ງ​ເຈ້ຍ​ຊ້າ ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ ແລະ ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານທີ່​ບັນດາ​ສະຫາຍ ​ໄດ້​ທຸ່ມ​ເທ​ເຫື່ອແຮງ, ສະຕິ​ປັນຍາ​ເຂົ້າ​ໃນ​ການ​ປະກອບສ່ວນ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ຕະຫຼອດ​ໄລຍະ​ຜ່ານ​ມາ ຈົນ​ເຮັດ ​ສຳເລັດ​ໜ້າທີ່​ການເມືອງ​ອັນ​ມີ​ກຽດ​ສະຫງ່າ​ຂອງ​ຕົນ, ພ້ອມ​ນີ້​ກໍໄດ້​ເນັ້ນ​ໜັກ​ໃຫ້​ບັນດາ​ສະຫາຍ​ທີ່​ໄດ້​ຮັບ​ເງິນ​ນະໂຍບາຍ​ບຳນານ​ໃນ​ຄັ້ງ​ນີ້, ຈົ່ງ​ສືບຕໍ່​ເປັນ​ຫຼັກ ​ແຫຼ່ງ​ແບບຢ່າງ​ໃຫ້​ແກ່​ສັງຄົມ, ດຳລົງ​ຊີວິດ​ດ້ວຍ​ຄວາມ​ປອດ​ໃສ​ຂາວ​ສະອາດ, ປະກອບສ່ວນ​ເຂົ້າ​ໃນ​ການເຄື່ອນໄຫວ​ນຳ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ​ທຸກ ​ຂັ້ນ, ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ໃຫ້​ລູກ​ຫຼານພໍ່​ແມ່​ປະຊາຊົນ​ເຊື່ອມ​ຊຶມ​ຕໍ່​ແນວທາງ​ປ່ຽນແປງໃໝ່​ຂອງ​ພັກ, ປະຕິບັດ​ລະບຽບ​ກົດໝາຍ​ຂອງ​ ລັດ ແລະ ນຳ​ເອົາ​ເງິນ​ຈຳນວນ​ກັ່ງ​ກ່າວ​ໄປ​ໝູນ​ໃຊ້​ ໃນ​ວຽກ​ງານ​ທີ່​ຈຳເປັນ​ຂອງ​ຄອບຄົວ​ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ, ຕັ້ງໜ້າ​ສ້າງ​ເສດຖະກິດ​ພັດທະນາ​ຄອບຄົວ ​ຕົນ​ເອງ​ໃຫ້​ນັບ​ມື້​ກ້າວ​ຂຶ້ນ.

ແຫຼ່ງທີ່ມາ: ເກດຕາວັນ
ວັນທີ 18/10/2022