
ມອບ-ຮັບຫົວໜ້າການເມືອງກອງພົນທີ 5 ຜູ້ເກົ່າ ແລະ ຜູ້ໃໝ່

     ໃນວັນທີ 11 ມິຖຸນາ 2021 ນີ້,   ຢູ່ກອງພົນທີ 5 ໄດ້ຈັດຕັ້ງພິທີມອບ-ຮັບ ຫົວໜ້າການເມືອງລະຫວ່າງຜູ້ເກົ່າ ແລະ   ຜູ້ໃໝ່ ຂື້ນ.ໂດຍມີຄະນະພັກ-ຄະ
  ນະນຳ ຈາກອົງການ, ກອງພັນໃຫ່ຍ 501, 502   ພ້ອມດ້ວຍພະແນກການ, ນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
     ໂອກາດດັ່ງກ່າວ ສະຫາຍ ພັນໂທ ສຸກສະກອນ ສິນສະໜຸດ  ຫົວໜ້າຫ້ອງການ ກອງພົນທີ5   ກໍ່ໄດ້ຂື້ນຜ່ານບົດມອບ-ຮັບ ເຊີ່ງໄດ້ຍົກໃຫ້ເຫັນບັນດາຂົງ
    ເຂດວຽກງານ ການເມືອງ   ໜ້າທີ່ຄວາມຮັບຜິດຊອບໃນໄລຍະຜ່ານມາ, ຈາກນັ້ນ ສະຫາຍ ພັນເອກ ບຸນທັນ ມາບຸດສະດີ    ກໍ່ຍັງໄດ້ມີຄຳເຫັນ ພ້ອມທັງສະ
  ແດງຄວາມ ຂອບໃຈຕໍ່ຄະນະນຳ   ຂັ້ນເທີງທີ່ໄດ້ເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດຕິດແທດ   ເຮັດໃຫ້ຂົງເຂດວຽກງານທີ່ໄດ້ຮັບການມອບໜາຍ ສຳເລັດໄປດ້ວຍດີ.
     ຈາກນັ້ນ   ສະຫາຍກໍ່ຍັງໄດ້ ສະແດງຄວາມຂອບໃຈຕໍ່ ຄະນະພັກ-ຄະນະບັນຊາ   ບັນດາສະຫາຍຄະນະນຳກອງພົນທີ 5 ທີ່ພ້ອມກັນເອົາໃຈໃສ່ ຈັດຕັ້ງປະ
    ຕິບັດ   ໜ້າທີ່ວຽກງານທີ່ວາງອອກຢ່າງເຂັ້ມງວດ ເຮັດໃຫ້ວຽກງານມີຜົນສຳເລັດສູງ.    ໂອກາດດັ່ງກ່າວກໍ່ຍັງໄດ້ເຊັນບົດບັນທຶກມອບ-ຮັບ ລະຫວ່າງ   ຫົວໜ້າ
  ການເມືອງຜູ້ເກົ່າ ແລະ ຫົວໜ້າການເມືອງຜູ້ໃໝ່ ຈາກນັ້ນສະຫາຍ ພັນເອກ   ສີປະເສີດ ເຜີຍຄຳສີງ  ຫົວໜ້າການເມືອງຜູ້ໃໝ່   ກໍ່ໄດ້ສະແດງຄວາມຍ້ອງຍໍຊົມ
  ເຊີຍຕໍ່ສະຫາຍຫົວໜ້າການເມືອງຜູ້ເກົ່າ   ທີ່ໄດ້ນໍາພາເຮັດສຳເລັດໜ້າທີ່ວຽກງານທີ່ການຈັດຕັ້ງ ຂັ້ນເທີງມອບໜາຍໃຫ້   ພ້ອມທັງໃຫ້ຄຳໜັ້ນສັນຍາວ່າ ຈະສືບ
  ຕໍ່ພາລະກິດປົກປັກຮັກສາ ແລະ   ສ້າງສາພັດທະນາປະເທດຊາດ ກໍ່ຄື ປັບປຸງກໍ່ສ້າງບັນດາກົມກອງຮາກຖານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ເຮັດສຳເລັດທີ່
  ທີ່ການຈັດຕັ້ງຂັ້ນເທີງມອບໜາຍໃຫ້. 
ແຫຼ່ງທີ່ມາ: ໜັງສືພິມກອງທັບ
      ວັນທີ 18/06/2021