ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານ 4 ແຂວງ
ພາກເໜືອ ແລະ 1 ກອງພົນປະຈຳໄຕມາດ II

     ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ II ປີ 2018 ຂອງກອງບັນຊາການທະຫານແຂວງອຸດົມໄຊ, ຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ ແລະ
ກອງພົນທີ 3 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 14 ມິຖຸນາ 2018 ນີ້, ຢູ່ທີ່ກອງບັນຊາການທະຫານແຂວງອຸດົມໄຊ, ໂດຍການເປັນປະທານຂອງ ທ່ານພົນ
ຕີ ແອສະໄໝ ເລືອງວັນໄຊ ກຳມະການຄະນະປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໃຫ້ກຽດເຂົ້າຮ່ວມໂດຍມີ ທ່ານ ຄຳພຽງ ຢາຈົງ
ວາ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆອຸດົມໄຊ, ຮອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ມີຄະນະພັກ-ຄະນະບັນຊາກອງບັນຊາການ
ທະຫານແຂວງບໍ່ແກ້ວ, ຫຼວງນ້ຳທາ, ຜົ້ງສາລີ, ອຸດົມໄຊ, ກອງພົນທີ 3 ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ພົນຕີ ແອສະໄໝ ເລືອງວັນໄຊ ເປັນປະທານກອງປະຊຸມສ່ອງແສງ
ວຽກງານຮອບດ້ານ 4 ແຂວງພາກເໜືອ ແລະ 1 ກອງພົນປະຈຳໄຕມາດ II

     ໃນກອງປະຊຸມ ແຕ່ລະກົມກອງໄດ້ຂຶ້ນລາຍງານສະພາບໂດຍຫຍໍ້ໃຫ້ກັນຊາບກ່ຽວກັບການຈັດຕັ້ງປະຕິ ບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ
ຫງົບ ໂດຍສະເພາະແມ່ນ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກປະຈຳໄຕມາດ II ປີ 2018 ເພື່ອສ່ອງແສງລາຍງານ
ໃຫ້ຄະນະປະຈຳພັກກະຊວງປ້ອງກັນປະເທດ ສະຫຼຸບຕີລາຄາຄືນດ້ານດີ, ດ້ານອ່ອນ ເພື່ອພ້ອມກັນປັບປຸງແກ້ໄຂເຮັດໃຫ້ສະພາບຂອບເຂດຮັບຜິດຊອບມີ
ຄວາມສະຫງົບ, ຕີຖອຍໄດ້ທຸກປາກົດການທີ່ເກີດຂຶ້ນໃນສັງຄົມ, ໄປພ້ອມກັບການເຮັດວຽກງານສຶກສາປ້ອງກັນຊາດໃຫ້ບັນດາທຸກຊັ້ນຄົນໄດ້ຮັບຮູ້ເຂົ້າ
ໃຈ ແລະ ກາຍເປັນຂອງທົ່ວປວງຊົນຮອບດ້ານ, ພ້ອມທັງເຄື່ອນໄຫວຕ້ານ-ສະກັດກັ້ນປາກົດການທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ ເຮັດໃຫ້ຂອບເຂດຮັບຜິດ
ຊອບມີຄວາມສະຫງົບປອດໄພ 100%.

     ໃນຕອນທ້າຍໄດ້ຮັບຟັງການໂອ້ລົມຂອງ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ສືບ
ຕໍ່ຈັດຕັ້ງປະຕິບັດມະຕິ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໂດຍສະເພາະແມ່ນວຽກງານກໍ່ສ້າງຮາກຖານການເມືອງ
ພັດທະນາຊົນນະບົດ, ສ້າງບ້ານປ້ອງກັນຊາດຕິດລຽນ ຕິດພັນກັບ 3 ສ້າງຂອງແຂວງ, ເຮັດໃຫ້ມີສະຖຽນລະພາບທາງດ້ານ ການເມືອງ-ສັງຄົມມີຄວາມສະ
ຫງົບ, ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມເຂັ້ມແຂງ, ປົກປັກຮັກສາພາຫະນະການປະກອບຂອງກົມກອງ, ເພື່ອຮັບປະກັນໃຫ້ແກ່ການເຮັດສຳເລັດໜ້າ
ທີ່ການເມືອງຂອງຕົນ, ພ້ອມກັນ ຈັດຕັ້ງເພີ່ມພູນຜະລິດຜົນເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ນັບມື້ດີຂຶ້ນເລື້ອຍໆ.