
ກອງບັນຊາການທະຫານ ເຂດ 5 ກອງທັບປະຊາຊົນຫວຽດນາມ
  ມອບເຄື່ອງອຸປະກອນການແພດຕ້ານພະຍາດໂຄວິດ-19 ໃຫ້ແກ່ກອງພົນທີ 5

     ໃນວັນທີ 15 ພຶສະພາ 2021 ນີ້,   ຢູ່ທີ່ດ່ານສາກົນ ນາມຢາງ-ດັກຕະອອກ  ຂອງແຂວງກວາງນາມ ສສ ຫວຽດນາມ ແລະ ແຂວງ    ເຊກອງ   ສສ ປປ  ລາວ
    ໄດ້ຈັດພິທີມອບ-ຮັບເຄື່ອງອຸປະກອນການແພດ ໃຫ້ແກ່ກອງພົນທີ 5,   ກອງບັນຊາການທະຫານ ແຂວງສາລະວັນ, ໂຮງຮຽນນາຍສີບເລກ 2 ວຽງໄຊ ກອງ
    ທັບປະຊາຊົນລາວ   ຝ່າຍຫວຽດນາມ ນຳໂດຍສະຫາຍ ພົນຈັດຕະວາ ເຫືອງ ວັນ ເຕືອງ ຮອງຜູ້ບັນຊາການທະຫານເຂດ  5    ກອງທັບ ປະຊາຊົນ ຫວຽດນາມ
    ພ້ອມຄະນະ,   ກອງພົນທີ 5  ເຊີ່ງນຳໂດຍ  ສະຫາຍພັນເອກ    ອຸດອນ ພົມມະໄຊ  ກຳມະການຄະນະພັກ ຫົວໜ້າຫ້ອງພະລາທິການ ກອງພົນທີ 5   ພ້ອມດ້ວຍພະ
    ນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
     ສະຫາຍ ພົນຈັດຕະວາ ເຫືອງ ວັນ ເຕືອງ    ໄດ້ຍົກໃຫ້ເຫັນສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19   ທີ່ເປັນໄພຄຸກຄາມອັນຮ້າຍແຮງຕໍ່ບັນດາ
    ປະເທດໃນໂລກ, ສະພາບການປີ່ນປົວ ປ້ອງກັນ   ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ພາຍໃນປະເທດ ຫວຽດນາມ ເຊີ່ງມີການຕິດຕາມ   ກວດກາ
  ຢ່າງໃກ້ຊິດ ແລະ ເຂັ້ມງວດ   ເພື່ອຕ້ານການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວບໍ່ໃຫ້ມີການແຜ່ລາມຂຶ້ນຕື່ມ ແລະ   ເພື່ອເປັນການສືບຕໍ່ສາຍພົວພັນຮ່ວມມື
  ຄວາມສາມັກຄີຮັກແພງກັນ ຊ່ວຍເຫຼືອເຊີ່ງກັນ   ແລະ ກັນ ລະຫວ່າງສອງຊາດ ສອງກອງທັບ ລາວ - ຫວຽດນາມ, ຫວຽດນາມ-ລາວ   ໃຫ້ຍືນຍົງຕະຫຼອດໄປ
  ກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ   ຈຶ່ງໄດ້ນຳເອົາເຄື່ອງອຸປະກອນ ການແພດ ມາມອບໃຫ້ແກ່ກອງພົນທີ 5   ກອງທັບປະຊາຊົນ
  ລາວເພື່ອນຳໃຊ້ເຂົ້າໃນການປ້ອງກັນ ຕ້ານ ແລະ ກັນ ການແຜ່ລະບາດ   ຂອງເຊື້ອພະບາດໂຄວິດ-19 ໃນນີ້, ສະເພາະມອບໃຫ້ກອງພົນທີ 5 ລວມມີ: ຜ້າອັດ
  ປາກ -   ດັງ ຈຳນວນ 6.000 ອັນ , ຖົງມືຢາງການແພດ 3.000 ຄູ່ , ທາດເຄມີ HI-CLO 70   ຈຳານວນ 250 ກິໂລກຣາມ  ,ຈັກພົ່ນຢາ PCD ຈຳນວນ
  10 ເຄື່ອງ, ຊຸດປ້ອງກັນຂອງແພດ   500 ຊຸດ , ນໍ້ຢາຂ້າເຊື້ອພະຍາດລ້າງມື 1.200 ຂວດ.
     ສະຫາຍ ພັນເອກ ພູເວີນ ວົງຄຳາຊາວ  ຫົວໜ້າການເມືອງໂຮງຮຽນນາຍສີບເລກ 2 ວຽງໄຊ    ກໍໄດ້ຕາງໃຫ້ຄະນະຝ່າຍລາວ ສະແດງຄວາມຂອບໃຈ
    ພ້ອມທັງຕີລາຄາສູງ    ຕໍ່ການພົວພັນຮ່ວມມືກັນ ລະຫວ່າງ ກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນ ຫວຽດນາມ    ກັບກອງພົນທີ 5, ກອງບັນຊາ
  ການທະຫານແຂວງສາລະວັນ, ໂຮງຮຽນກໍ່ສ້າງນາຍສີບເລກ 2   ວຽງໄຊ  ແຂວງພາກໃຕ້ກອງທັບປະຊາຊົນລາວ ເຊີ່ງຍາມໃດ ກໍໃຫ້ການຮ່ວມມື ຊ່ວຍເຫຼືອ
  ເຊີ່ງກັນ ແລະ ກັນຕະຫຼອດມາ  ພ້ອມຍັງໄດ້ອວຍພອນ ໃຫ້ສາຍພົວພັນຮ່ວມມື   ແບບພິເສດລະຫວ່າງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້
  ໜັ້ນຄົງທະນົງແກ່ນ   ສືບຕໍ່ຮັກສາມູນເຊື້ອອັນດີງາມ ຂອງສອງຊາດ ໃຫ້ຍືນຍົງທະນົງແກ່ນຕະຫຼອດການລະນານ     ພ້ອມທັງໃຫ້ຄຳາໜັ້ນ ສັນຍາວ່າຈະນໍາເອົາ
  ເຄື່ອງອຸປະກອນດັ່ງກ່າວ   ໄປມອບໃຫ້ພາກສວ່ນປະຕິບັດໜ້າທີ່ໃຫ້ເກີດຜົນປະໂຫຍດສູງສຸດ. 
ແຫຼ່ງທີ່ມາ: ໜັງສືພິມກອງທັບ
      ວັນທີ 18/05/2021