ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ
ຮອງ​ປະທານ​ສະມາຄົມ​ມິດຕະພາບ ຣັດ​ເຊຍ-ລາວ


     ໃນວັນທີ 12 ເມສາ 2022 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນ
ຮັບການເຂົ້າຢ້ຽມຂ່ໍ່ານັບຂອງ ສະຫາຍ ສຈ ອີກຣໍ ປານຟີລົບ, ຮອງປະທານ ສະມາຄົມມິດຕະພາບ ຣັດເຊຍ-ລາວ ພ້ອມຄະນະ ເນື່ອງໃນໂອກາດທີ່ມາເຮັດ
ວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 10-17 ເມສາ 2022 ນີ້.

     ໂອກາດດັ່ງກ່າວ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສະແດງຄວາມຍິນດີ ຕ້ອນຮັບ ສະຫາຍ ສຈ ອີກຣໍ ປານຟີລົບ ພ້ອມຄະນະ ຕໍ່ການ
ເຂົ້າຢ້ຽມຂຳ່ນັບໃນຄັ້ງນີ ້ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຂອງ ສປປ ລາວ-ສ.ຣັດເຊຍ ທັງເປັນການປະກອບ
ສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ແລະ ເພີ່ມທະວີ ສາຍພົວພັນຮ່ວມມືລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນ ສອງ
ປະເທດ ກໍຄື ລາວ-ຣັດເຊຍ, ຣັດເຊຍ-ລາວ ໃຫ້ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ.

     ໂອກາດດຽວກັນ ສະຫາຍ ສຈ ອີກຣໍ ປານຟີລົບ ຮອງປະທານ ສະມາຄົມມິດຕະພາບ ຣັດເຊຍ-ລາວ ກໍໄດ້ສະແດງຄວາມຂອບໃຈ ຕໍ່ສະຫາຍ ພົນເອກ
ຈັນສະໝອນ ຈັນຍາລາດ ທີ່ໃຫ້ກຽດ ຕ້ອນຮັບ ອັນອົບອຸ່ນ ພ້ອມນີ້ ໄດ້ລາຍງານ ໃຫ້ຊາບໂດຍຫຍໍ້ກ່ຽວກັບການມາເຮັດວຽກ ຢູ່ລາວ ໃນຄັ້ງນີ້ ການດໍາ
ເນີນການຕິດຕັ້ງອານຸສາວະລີນັກບິນທະຫານ ຂອງອະດີດສະຫະພາບໂຊວຽດ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງ ໃຫ້ສໍາເລັດ ໃນເວລາອັນໃກ້
ນີ້ ແລະ ໃຫ້ຄຳໝັ້ນສັນຍາວ່າຈະປະກອບສ່ວນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມື, ຊ່ວຍເຫຼືອໃຫ້ນັບມື້ໄດ້ຮັບການພັດ
ທະນາຍິ່ງໆຂຶ້ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 18/04/2022