ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ບັນດາກົມໃຫຍ່ຈັດພິທີບາສີສູຂວັນ
ສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ຈສ 1381, ພສ 2562


ພົນເອກ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມພິທີບາສີສູ່ຂວັນເນື່ອງໃນໂອກາດສົ່ງທ້າຍປີເກົ່າຈສ 1380, ພສ 2561
ແລະ ຕ້ອນຮັບປີໃໝ່ ຈສ 1381, ພສ 2562 ຢູ່ຫ້ອງວ່າການກະຊວງປ້ອງກັນປະເທດ

     ຫ້ອງວ່າການກະຊວງປ້ອງກັນປະເທດຈັດພິທີບາສີສູ່ຂວັນເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຈສ 1380, ພສ 2561 ແລະ ຕ້ອນຮັບປີໃໝ່ ຈສ 1381, ພສ 2562 ໃນ
ວັນທີ 12 ເມສາ 2019 ນີ້, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນກະຊວງປ້ອງກັນ
ປະເທດ ພ້ອມດ້ວຍພັນລະຍາຕະຫຼອດຮອດການນຳກະຊວງ, ພະນັກງານ-ນັກຮົບເຂົ້າຮ່ວມຢ່າງພ້ອມພຽງ.

     ໃນໂອກາດດັ່ງກ່າວ ສະຫາຍ ພົນຕີ ຄຳສີ ວົງຄຳຊາວ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຕາງໜ້າໃຫ້ແກ່ພະນັກງານ-ນັກຮົບຂຶ້ນກ່າວຄຳອວຍພອນໄຊ
ອັນປະເສີດແດ່ການນຳພັກ-ລັດ ກໍຄືການນຳກະຊວງປ້ອງກັນປະເທດຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ສືບຕໍ່ຊີ້ນຳ-ນຳ ພາປະເທດ
ຊາດ ກໍຄືກະຊວງປ້ອງກັນປະເທດໃຫ້ມີຄວາມກ້າວໜ້າຂຶ້ນເລື້ອຍໆ.

     ຈາກນັ້ນກໍໄດ້ມີພິທີບາສີສູ່ຂວັນຮັບພອນປີໃໝ່ຜູກຂໍ້ຕໍ່ແຂນ ແລະ ຫົດສົງນໍ້າໃຫ້ພອນເຊິ່ງກັນ ແລະ ກັນດ້ວຍບັນຍາກາດຟົດຟື້ນມ່ວນຊື່ນຕາມຮີດຄອງປະເພນີລາວ
ທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ.


ພົນຕີ ປອ ທອງລອຍ ສີລິວົງ ເຂົ້າຮ່ວມພິທີບາສີສູ່ຂວັນເນື່ອງໃນໂອກາດສົ່ງທ້າຍປີເກົ່າຈສ 1380, ພສ 2561
ແລະຕ້ອນຮັບປີໃໝ່ຈສ 1381, ພສ 2562 ຢູ່ກົມໃຫຍ່ການເມືອງກອງທັບ

     ໃນວັນດຽວກັນນີ້, ກົມໃຫຍ່ການເມືອງກອງທັບ ແລະ ກົມໃຫຍ່ເສນາທິການກອງທັບ ກໍໄດ້ຈັດພິທີບາສີສູ່ຂວັນເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຈສ 1380, ພສ
2561 ແລະ ຕ້ອນຮັບປີໃໝ່ ຈສ 1381, ພສ 2562, ໃນນັ້ນຢູ່ກົມໃຫຍ່ການເມືອງກອງທັບ ໂດຍການເຂົ້າຮ່ວມຂອງສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ກຳມະການ
ສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ຢູ່ກົມໃຫຍ່ເສນາທິການກອງທັບ ໂດຍການເຂົ້າຮ່ວມຂອງ ສະຫາຍ
ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະກົມ, ພະນັກ
ງານ-ນັກຮົບໃນສອງກົມໃຫຍ່ດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.