ປະກາດການແຕ່ງຕັ້ງຄະນະກໍາມະການ ປກຊ-ປກສ ແຂວງຜົ້ງສາລີ
ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍາມະການສູນກາງພັກຮອງລັດຖະມົນຕີ ກະຊວງປ້ອງກັນປະເທດຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ
ໃນວັນທີ 16 ມີນາ 2022 ນີ້, ຫ້ອງວ່າການ ແຂວງຜົ້ງສາລີ ໄດ້ຈັດພິທີປະກາດການແຕ່ງຕັ້ງ ຄະນະກໍາມະການ ປກຊ-ປກສ ແຂວງ ໂດຍການເປັນ
ປະທານຂອງ ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງ
ທັບ, ຄະນະກໍາມະການ ປກຊ-ປກສ ສູນກາງ, ມີ ສະຫາຍ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກເລຂາພັກແຂວງ, ເຈົ້າແຂວງ ແຂວງຜົ້ງສາລີ, ມີພະ
ນັກງານ ປກຊ-ປກສ ສູນກາງ, ຂັ້ນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ຄໍາຜອຍ ວັນນະສານ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ປະຈໍາປີ 2021 ແລະ ໄຕມາດ 1 ປີ 2022 ພ້ອມກັບ
ທິດທາງແຜນການ ທີຈະສຸມໃສ່ຈັດຕັ້ງປະຕິບັດໃນຕໍ່ໜ້າມີດັ່ງນີ້: ເພື່ອປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ, ສຸມໃສ່ໃນການເຝິກແອບຮໍ່າຮຽນວິຊາສະ
ເພາະຢູ່ແຕ່ລະກົມກອງ ໂດຍສະເພາະແມ່ນກໍາລັງກອງຫຼອນ-ປກສ ບ້ານ, ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນ ຮອບດ້ານ,
ຊຸກຍູ້ບັນດາກົມກອງສ້າງພະລາທິການກັບທີ່ຕາມເງື່ອນໄຂຂອງກົມກອງ, ສືບຕໍ່ພົວພັນຮ່ວມມືກັບກໍາລັງ ປກຊ- ປກສ ເມືອງ, ແຂວງເພື່ອນມິດຍຸດທະສາດ
ສສ ຫວຽດນາມ, ສປ ຈີນ ໃນການແກ້ໄຂຄົນລັກລອບເຂົ້າ-ອອກເມືອງ ຜິດກົດໝາຍ, ພ້ອມກັນເຄື່ອນໄຫວລາດຕະເວນຕາມເສັ້ນຊາຍແດນ, ຜ່ານມາ
ສາມາດແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມໄດ້ຫຼາຍເປົ້າໝາຍເປັນຕົ້ນແມ່ນບັນຫາຢາເສບຕິດ, ການລັກລອບເຂົ້າເມືອງຜິດກົດໝາຍ, ການລັກລອບປູກ
ຝິ່ນ, ການຄ້າມະນຸດ ແລະ ບັນຫາສາສະໜາ. ສາມາດເຮັດໃຫ້ແຂວງຜົ້ງສາລີ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະ
ຫງົບ ແລະ ເປັນລະບຽບ ຮຽບຮ້ອຍ, ເຊິ່ງໄດ້ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ປະຊາຊົນບັນດາເຜົ່າທໍາມາຫາກິນ, ປະກອບອາຊີບສ້າງລາຍໄດ້
ເພື່ອຫຼຸດພົ້ນອອກຈາກຄວາມທຸກຢາກເປັນກ້າວໆ.
ຈາກນັ້ນກອງປະຊຸມໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກວ່າດ້ວຍ ການແຕ່ງຕັ້ງຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະ
ຫງົບແຂວງ ຜົ້ງສາລີ, ແຕ່ງຕັ້ງ ສະຫາຍ ຄໍາຜອຍ ວັນນະສານ ເປັນປະທານ, ສະຫາຍ ບົວທອງ ອຸແສງຄໍາ ເປັນຮອງປາທານ, ສະຫາຍ ພົນຈັດຕະວາ ທິດ
ແກ້ວ ພົມປັນຍາ ເປັນຮອງປະທານ ທັງເປັນຜູ້ປະຈໍາການ, ສະຫາຍ ວີສອນ ລາວເມົາ, ສະຫາຍ ພັນເອກ ຄໍາຈັນ ແສງລາວົງ, ສະຫາຍ ຄໍາເຫຼັກ ໃຈອີສານ
ແລະ ສະຫາຍ ພັນໂທ ຄໍາອຸ່ນ ລືວັງລາດ ເປັນກໍາມະການ.
ໃນພິທີຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ເຊິ່ງກ່ອນອື່ນ ສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະນໍາແຂວງ ກໍຄືສອງ
ກໍາລັງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ ທີ່ເປັນກໍາລັງຫຼັກແຫຼ່ງ ເຮັດໃຫ້ສະພາບພາຍໃນແຂວງມີຄວາມສະຫງົບໂດຍພື້ນຖານ, ພ້ອມທັງໄດ້
ຮຽກຮ້ອງໃຫ້ຜູ້ທີ່ຖືກ ແຕ່ງຕັ້ງກໍຄືຄະນະນໍາແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງຈົ່ງເອົາໃຈໃສ່ໃນການເພີ່ມທະວີການຈັດຕັ້ງຜັນຂະຫຍາຍແນວທາງປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບ ໃນທົ່ວປວງຊົນຮອບດ້ານໃຫ້ເລິກ ເຊິ່ງໃຫ້ກາຍເປັນໜ້າທີ່ຂອງທົ່ວປວງຊົນ, ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມເປັນ
ຕົ້ນແມ່ນໜໍ່ແໜງທີ່ຈະກໍ່ ໃຫ້ເກີດຄວາມບໍ່ສະຫງົບ, ສ້າງ ແລະ ປັບປຸງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກ
ແໜ້ນ, ທັນສະໄໝ, ເປັນກໍາລັງທີ່ຈົ່ງຮັກພັກດີຕໍ່ຊາດ-ຕໍ່ປະຊົນ, ຍົກສູງປະສິດທິພາບແລະ ປະສິດທິຜົນ ຂອງວຽກງານດັ່ງກ່າວໃຫ້ມີຄຸນນະພາບອັນໃໝ່
ແລະ ສຸມໃສ່ປະຕິບັດ 2 ວາລະແຫ່ງຊາດ ໃຫ້ມີປະສິດທິຜົນ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 18/03/2022