ປະກາດການຈັດຕັ້ງ ສະພາວິທະຍາສາດຂັ້ນຮາກຖານຢູ່
ກອງບັນຊາການທະຫານນະຄອນຫຼວງວຽງຈັນ
ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ເປັນປະທານ
ວັນທີ 17 ກຸມພາ 2022 ນີ້ຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ມີພິທີປະກາດການຈັດຕັ້ງ ສະພາວິທະຍາສາດ ຂັ້ນຮາກຖານຢູ່ ກອງ
ບັນຊາການທະຫານນະຄອນຫຼວງວຽງຈັນ ຂຶ້ນໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະ
ຫວັດສາດ ການທະຫານ ມີສະຫາຍ ພົນຈັດຕະວາ ໄພວັນ ຈັນທະພູມມາ ຄະນະພັກກະຊວງ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງ
ວຽງຈັນ ແລະ ບັນດາສະຫາຍຫົວໜ້າຫ້ອງ, ບັນດາສະມາຊິກສະພາຂັ້ນກອງບັນຊາການທະຫານນະຄອນຫຼວງ ເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ອຸເທບ ພົມມະເທດ ຄະນະພັກຮາກຖານຫົວໜ້າ ພະແນກການເມືອງ ກົມ ວິທະ ຍາສາດ-ປະຫວັດສາດ ການທະຫານ ໄດ້ຂຶ້ນ
ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ສະບັບເລກທີ 371/ກປທ ລົງວັນທີ 12/02/2021 ວ່າດ້ວຍການແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດ
ການທະຫານ ຂັ້ນຮາກຖານຂອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ໂດຍອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ສະບັບປັບປຸງ
ພາກທີ II ໝວດທີ 4 ມາດຕາ26 ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍທະຫານ, ອີງຕາມທິດທາງກ່ຽວກັບການປັບປຸງການຈັດຕັ້ງນຳພາ-ບັນຊາ ໃນກຳລັງ
ປະກອບອາວຸດໃຫ້ເຂັ້ມແຂງໜັກແໜ້ນຮອບດ້ານ ແລະ ອີງຕາມໜັງສືສະເໜີຂອງກົມ ວິທະຍາສາດ-ປະຫວັດສາດ ການທະຫານ ສະບັບເລກທີ 682 ລົງ
ວັນທີ 29/12/2020 ກະຊວງປ້ອງ ກັນປະເທດຕົກລົງມາດຕາ 1 ແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດ ການທະຫານ ຂັ້ນຮາກຖານ ຢູ່ກອງບັນຊາການ
ທະຫານນະຄອນຫຼວງວຽງຈັນ ລາຍລະອຽດມີ: 1/ ພັນເອກ ບຸນວານ ພົມມະວົງ ຫົວໜ້າການທະຫານ ເປັນປະທານ. 2/ ພັນເອກ ບົວເງິນ ຫົງໄຂຄຳ ຮອງ
ການເມືອງເປັນຮອງປະທານ. 3/ ພັນໂທ ມີໄຊ ສຸລິນຄຳສີ ຫົວໜ້າພະແນກວິທະຍາສາດ-ປະຫວັດສາດ ເປັນຜູ້ປະຈຳການ ແລະ ບັນດາສະຫາຍກ່ຽວຂ້ອງ
ຈາກ 5 ຫ້ອງອ້ອມຂ້າງກອງບັນຊາການເປັນຄະນະລວມ 9 ສະຫາຍ ເປັນສະມາຊິກສະພາຂັ້ນຮາກຖານຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ.
ໂອກາດນີ້ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ຍັງໄດ້ ເນັ້ນໜັກໃຫ້ສະມາຊິກສະພາຊຸດໃໝ່ໃນ
ຄັ້ງນີ້ ບາງບັນຫາເປັນຕົ້ນແມ່ນເພີ່ມທະວີຄວາມຮັບຜິດຊອບໜ້າທີ່ການ ເມືອງຂອງຕົນຕໍ່ການຕົກລົງຂອງຂັ້ນເທິງ ພ້ອມກັນເຮັດວຽກເປັນໝູ່ຄະນະກຳໃຫ້
ໄດ້ສິດ ແລະ ໜ້າທີ່ພາລະບົດບາດ ຄວາມຮັບຜິດຊອບຂອງຕົນ ຕໍ່ໜ້າທີ່ວິຊາສະເພາະເປັນຕົ້ນການເກັບກຳມູນເຊື້ອຂອງກົມກອງ ການຂຽນບັ້ນຮົບບັ້ນຕີ
ບັນດານັກຮົບແຂ່ງຂັນ ແລະ ວິລະຊົນແຫ່ງຊາດຢູ່ຂັ້ນຂອງຕົນຄຸ້ມຄອງໃຫ້ສຳເລັດ ພື້ນຖານສະມາຊິກສະພາຕ້ອງມີສ່ວນຮ່ວມໃນການຄົ້ນຄວ້າ ແລະ ເອກະ
ພາບຕົກລົງບັນຫານສຳຄັນພາຍໃນອົງການກົມກອງຂອງຕົນນອກ ຈາກນີ້ວຽກງານວິທະຍາສາດເຕັກໂນໂລຢີ ແລະ ສິ່ງແວດລ້ອມເຖິງແມ່ນວ່າເປັນວຽກ
ໃໝ່ແຕ່ສະພາວິທະຍາສາດ-ປະຫວັດສາດ ການທະຫານ ຢູ່ກອງບັນຊາການທະຫານນະຄອນຫຼວງ ກໍ່ໄດ້ຮັບການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ເພື່ອພ້ອມ
ກັນພັດທະນາກົມກອງ ໃຫ້ມີທ່າກ້າວຂະຫຍາຍຕົວດີຂຶ້ນ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 18/02/2022