
ຜູ້ຕິດເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ຍັງສືບຕໍ່ຕິດເຊື້ອເພີ່ມຂຶ້ນອີກ 72 ຄົນ

     ໃນວັນເສົາ ວັນທີ 15 ພຶດສະພາ ປີ   2021 ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່    ກະຊວງສາທາລະນະສຸກ
    ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ   ແກ້ໄຂ ການລະບາດຂອງພະຍາດ COVID-19, ໄດ້ລາຍງານສະພາບການການລະ
    ບາດຂອງພະຍາດ   COVID-19 ໃຫ້ຮູ້ວ່າ ໃນວັນທີ 14 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ   ທັງໝົດ 6,680 ຕົວຢ່າງ, ຜົນກວດວິເຄາະ
    ແມ່ນ ພົບຜູ້ຕິດເຊື້ອໃໝ່ 72 ຕົວຢ່າງ:   ນະຄອນຫຼວງວຽງຈັນ 14 ຄົນ (ສຳລັບ 14 ຕົວຢ່າງທີ່ພົບເຊື້ອໃນນະຄອນຫຼວງວຽງຈັນແມ່ນ   ມີ 10 ກໍລະນີ ເກັບ
    ຕົວຢ່າງ ຈາກໂຮງໝໍ 103  ແລະ 4   ກໍລະນີເກັບຕົວຢ່າງຈາກຈຸດໂຮງຮຽນລາວ-ຫວຽດ), ສະຫວັນນະເຂດ 6 ຄົນ, ຈຳປາສັກ 15   ຄົນ ແລະ ບໍ່ແກ້ວ 37
    ຄົນ (ທັງໝົດ 37   ກໍລະນີແມ່ນພົບຢູ່ເຂດເສດຖະກິດພິເສດສາມລ່ຽມຄຳ)   ເຮັດໃຫ້ຈໍານວນຜູ້ຕິດເຊື້ອສະສົມທັງໝົດ ເປັນ   1,570 ຄົນ; ເສຍຊີວີດໃໝ່
    ບໍ່ມີ.
     ປະຈຸບັນຈໍານວນຜູ້ເສຍຊິວິດສະສົມທັງໝົດ 2 ຄົນ; ໃນຈຳນວນຜູ້ຕິດເຊື້ອທັງໝົດ   ແມ່ນໄດ້ຮັບການປິ່ນປົວດີ ທັງໝົດ 555 ຄົນ (ໃໝ່ 42ຄົນ) ແລະ
    ຍັງນອນສືບຕໍ່   ຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນແຕ່ລະແຂວງ ຈຳນວນ 1,013 ຄົນ  + ລາຍລະອຽດຂອງຜູ້ຕິດເຊື້ອໃໝ່ 72 ຄົນ
  (ກໍລະນີຢັ້ງຢືນທີ 1,499 – 1,570)   - ສໍາລັບຄົນເຈັບຕິດເຊື້ອໃໝ່ ຈາກ ເມືອງຕົ້ນເຜີ້ງ 37 ຄົນ, ຈໍາປາສັກ 15 ຄົນ,   ນະຄອນຫຼວງ 14 ຄົນ ແລະ ສະ
  ຫວັນນະເຂດ 06 ຄົນ ແລະ   (ກໍລະນີນໍາເຂົ້າແຮງງານລາວຢູ່ແຂວງຈໍາປາສັກແມ່ນມີ 15 ກໍລະນີ ແລະ ສະຫວັນນະເຂດ   06 ຄົນ, ເຫຼືອຈາກນັ້ນ ແມ່ນ ກໍລະ
  ນີຕິດເຊື້ອພາຍໃນຊຸມຊົນ 51 ກໍລະນີ).   - ພາຍຫຼັງ ພວກເຮົາກວດພົບຜູ້ຕິດເຊື້ອໃໝ່, ພວກເຮົາໄດ້ລົງສອບສວນ,   ສອບຖາມປະຫວັດ, ຕິດຕາມຜູ້ສຳຜັດ
  ໃກ້ຊິດ ແລະ ປະຫວັດການເຄື່ອນໄຫວຂອງພວກກ່ຽວ,   ພາຍຫຼັງໄດ້ຂໍ້ມູນລະອຽດ ຈະແຈ້ງທາມລາຍໃຫ້ບັນດາທ່ານຮັບຊາບຕື່ມ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
      ວັນທີ 17/05/2021