ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີມອບນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ບັນດາໜ່ວຍພັກ
ທີ່ຂຶ້ນກັບຄະນະພັກຮາກຖານ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ


     ວັນທີ 16 ກຸມພາ 2022 ນີ້ຢູ່ທີ່ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງພິທີມອບນາມມະຍົດ ໜ່ວຍພັກ
ປອດໃສ, ເຂັ້ມແຂງ, ໜັກແໜ້ນຂຶ້ນໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ເລຂາຄະນະພັກຮາກຖານ ຫົວໜ້າກົມ
ວິທະຍາສາດ-ປະຫວັດສາດ ການທະຫານ, ມີຄະນະພັກ-ຄະນະບັນຊາ, ມີບັນດາສະຫາຍຄະນະໜ່ວຍພັກ 8 ໜ່ວຍພັກ, ຄະນະພະແນກ ແລະ 8 ພະ​ແນ​ກ
ຕົວແທນຈາກອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມຢ່າງ​ພຽງໜ້າ.

     ໃນພິທີສະຫາຍ ພັນໂທ ອຸເທບ ພົມມະເທດ ຄະນະພັກຮາກຖານ, ຫົວໜ້າພະແນກການເມືອງໄດ້ຂຶ້ນຜ່ານບົດສະຫຼຸບ ​ແລະ ທິດ​ທາງ​ແຜນການ ​ໃນ​ການ
ຈັດຕັ້ງປະຕິບັດວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນປີຜ່ານມາຢູ່ພາຍໃນ ກົມວິທະຍາສາດ-ປະຫວັດສາດ ການທະຫານ ໂດຍປະ
ຕິບັດຕາມຄຳ​ສັ່ງ​ແນະນຳຂອງຄະນະພັກກະຊວງປ້ອງກັນປະເທດ ແລະ ປະຕິບັດຕາມ ມະຕິ ກອງປະຊຸມໃຫຍ່ຄັ້ງ​ທີ 5 ຂອງ​ຄະນະ​ພັກກະຊວງ​ປ້ອງ​ກັນ​ປະ​ເທດ
ວ່າ​ດ້ວຍ ການ​ກໍ່ສ້າງ​ກົມ​ກອງ ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ຕາມ 5 ​ເນື້ອ​ໃນ​ ​ເຊິ່ງຕ້ອງປະກອບມີດັ່ງນີ້: ນຳພາຄຸນທາດການເມືອງ, ນຳພາດ້ານແນວ
ຄິດ, ນຳພາດ້ານການຈັດຕັ້ງ, ນຳພາແບບແຜນວິທີ​ການ​ເຮັດ​ວຽກ ​ແລະ ນຳພາປະຕິບັດໜ້າທີ່ການເມືອງ, ຜ່ານ​ການຈັດຕັ້ງປະຕິບັດຕົວຈິງ ຕະຫຼອດ​ໄລຍະ 1
ປີ ຜ່ານມາ, ສາມາດຕີລາຄາຢັ້ງຢືນເປັນຜົນງານຕໍ່​ຄະນະ​ພັກ​ຂັ້ນ​ເທິງ​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ, ດັ່ງ​ນັ້ນ ຄະນະພັກກະຊວງປ້ອງກັນປະເທດ ຈຶ່ງໄດ້ອອກມະຕິ ຕົກ
ລົງສະບັບ ເລກທີ 58/ຄພກປທ ລົງວັນທີ 7/2/2022 ວ່າດ້ວຍການຮັບຮອງເອົາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນທີ່ຂຶ້ນກັບຄະນະພັກຮາກຖານ
ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ປະຈຳປີ 2021 ປະກອບມີໜ່ວຍພັກພະແນກວິທະຍາສາດເຕັກໂນໂລຢີ ແລະ ສິ່ງແວດລ້ອມ, ໜ່ວຍພັກພະ
ແນກປະຫວັດສາດ, ໜ່ວຍພັກພະແນກຍຸດທະສາດ, ໜ່ວຍພັກຂໍ້ມູນ-ຂ່າວສານ, ໜ່ວຍພັກພະ​ແນ​ກການເມືອງ, ໜ່ວຍພັກຫ້ອງການ, ໜ່ວຍພັກພະແນກ
ບໍລິຫານ ແລະ ໜ່ວຍພັກພະແນກການເງິນ ທັງໝົດ​ແມ່ນຮັບຮອງເປັນ ຄັ້ງທີ 3 ໂອກາດນີ້ທ່ານປະທານກອງປະຊຸມໃນນາມເລຂາຄະນະພັກຮາກຖານ ກົມ
ວິທະຍາສາດ-ປະຫວັດສາດ ການ​ທະຫານ ເປັນກຽດມອບນາມ​ມະ​ຍົດ ​ໃຫ້​ບັນດາ​ໜ່ວຍ​ພັກ ພ້ອມ​ທັງ​ໂອ້​ລົມ​ຕໍ່​ກອງ​ປະຊຸມ​ ເຊິ່ງສະຫາຍ​ໄດ້​ສະ​ແດງຄວາມ
ຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ບັນດາໜ່ວຍພັກ ຍາດມາໄດ້ ພ້ອມທັງເນັ້ນໜັກ​ ໃຫ້​ສຶບຕໍ່​ຮັກສາ​ມູນ​ເຊື້ອ ​ແລະ ຜົນງານ​ທີ່​ຍາດ​ມາ​ໄດ້ ​ໃນ​ຊຸມ​ປີຜ່ານມາ ​ແລະ
ພ້ອມ​ກັນເຊື່ອມຊືມເນື້ອໃນ ກົດລະບຽບຂອງພັກ ໂດຍສະເພາະການກໍ່ສ້າງພັກ-ພະນັກງານ ຕ້ອງເປັນເຈົ້າການ ເປັນເອກະພາບກັນ ໂດຍຜ່ານການດຳເນີນ
ຊີວິດການເມືອງ ຂອງໜ່ວຍພັກ, ຈຸພັກໃຫ້​ໄດ້ເປັນປົກກະຕິ ການປັບປຸງແບບແຜນວິທີເຮັດວຽກ ແບບແຜນດຳລົງຊີວິດ ຂອງຄະນະພັກ-ບັນຊາ ຕ້ອງມີ
ຄວາມເປັນເອກະພາບ ແລະ ຮັດກຸມ ເຮັດວຽກເປັນໝູ່ຄະນະ ແບ່ງປັນຄວາມຮັບຜິດຊອບ ໃຫ້ລະອຽດ ຈະແຈ້ງ ຕີຖອຍບັນດາປາກົດຫຍໍ້ທໍ້ ພາຍໃນ ໃຫ້
ໝົດໄປ, ທັງເຮັດທັງສະຫຼຸບຖອດຖອນບົດຮຽນ ຕີລາຄາເປັນ ​ໃຫ້ປົກກະຕິ ພ້ອມກັນສືບຕໍ່ສູ້ຊົນປະຕິບັດແຜນການ, ປີຕໍ່ໄປ ໃຫ້ບັນລຸ​ຕາມ​ລະດັບ​ຄາດໝາຍ
​ທີ່​ວ່າງ​ໄວ້.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 17/02/2022