
ກອງປະຊຸມປຶກສາຫາລື ການແກ້ໄຂບັນຫາແຮງງານທີ່ໄດ້ຮັບຜົນກະທົບ
  ຈາກການແຜ່ລະບາດໂຄວິດ-19

     ວັນທີ 14 ກັນຍາ 2021 ນີ້, ຢູ່ທີກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມປຶກສາຫາລື ການແກ້ໄຂບັນຫາແຮງງານ ທີ່ໄດ້ຮັບຜົນກະທົບ ຈາກການ
    ແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19   ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນເອກ   ຈັນສະໝອນ ຈັນຍາລາດ ຮອງ
    ນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ,   ມີລັດຖະມົນຕີ ,ຮອງລັດຖະມົນຕີ, ເຈົ້າແຂວງ, ບັນດາອະນຸກໍາມະການ   ພ້ອມດ້ວຍພາກສ່ວນ
    ກ່ຽວຂ້ອງເຂົ້າຮ່ວມ.
     ກອງປະຊຸມຄັ້ງນີ້   ໄດ້ປຶກສາຫາລືກ່ຽວກັບແນວທາງ ທີ່ເປັນໄປໄດ້ ໃນການແກ້ໄຂບັນຫາແຮງງານ   ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຂື້ອ
    ພະຍາດ ໂຄວິດ-19 ເວົ້າລວມ,   ເວົ້າສະເພາະແມ່ນຢູ່ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ດ້ວຍຄວາມເປັນຫ່ວງເປັນໄຍ   ເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ຖືກຕ້ອງສອດ
    ຄ່ອງກັບແນວທາງແຜນນະໂຍບາຍຂອງພັກ-ລັດ   ທີ່ມີຕໍ່ແຮງງານທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19   ຢູ່ເມືອງຕົ້ນເຜິ້ງ ໂດຍ
    ໄດ້ປຶກສາຫາລືແລະປະສານສົມທົບກັບບັນດາກະຊວງທີ່ກ່ຽວຂ້ອງ   ໂດຍສະເພາະແມ່ນອໍານາດການປົກຄອງແຂວງ   ເພື່ອຊອກຫາວິທີ່ແກ້ໄຂ ໃຫ້ຖືກຕ້ອງຢ່າງ
    ພາວະວິໃສ ຕາມເງື່ອນໄຂ ແລະ   ສະພາບຄວາມເປັນຈິງ   ບົ້ນພື້ນຖານແມ່ນແນ່ໃສ່ເຮັດໃຫ້ປະຊາຊົນແລະແຮງງານທີ່ໄດ້ຮັບຜົນກະທົບໃນຄັ້ງນີ້   ມີສູນຈໍາກັດ
    ບໍລິເວນ ແລະ ໂຮງໝໍປິ່ນປົວ ໃຫ້ພຽງພໍ   ພ້ອມທັງປັບປຸງມີຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນເປັນກ້າວໆ ແລະ   ມີວຽກເຮັດງານທໍາ ພາຍຫຼັງການແຜ່ລະ
    ບາດຂອງພະຍາດໂຄວິດ-19 ຫຼຸດລົງ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
      ວັນທີ 16/09/2021